ລາວ-ອາເມຣິກາ ຈັດພິທີມອບ-ຮັບສິ່ງເສດເຫຼືອທະຫານ MIA ທີ່ຫາຍສາບສູນໃນສົງຄາມ

ນະຄອນປາກເຊ, ແຂວງຈໍາປາສັກ ວັນທີ 23 ກຸມພາ 2026, ພາຍໃນກອງປະຊຸມສະຫຼຸບປະຈໍາສົກປີ 2025-2026, ມີການຈັດພິທີມອບ-ຮັບ ສິ່ງເສດເຫລືອຂອງທະຫານອາເມລິກາ ທີ່ຫາຍສາບສູນ (MIA) ໃນລາວ

ພິທີດັ່ງກ່າວຈັດຂຶ້ນຫຼັງຈາກຄະນະວິຊາການຮ່ວມລາວ-ອາເມລິກາ ໄດ້ປະຕິບັດງານຢູ່ພາກສະໜາມ ຄັ້ງທີ 2 ປະຈໍາສົກປີ 2025-2026 ໃນເຂດຕ່າງໆ ຮວມທັງ ພູຜາຖີ່, ເຂດບ້ານພູທອງ, ເມືອງຊຳເໜືອ ແຂວງຫົວພັນ ແລະ ເຂດບ້ານວັກໄຕ, ເມືອງກະລຶມ, ແຂວງເຊກອງ

ໃນພິທີນີ້, ທ່ານ ໄມທອງ ທໍາມະວົງສາ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ໄດ້ເປັນຜູ້ກ່າວມອບ ໃນຂະນະທີ່ ນາງ ມິດເຊວ ອ້າວລໍ (Michelle OUTLAW) ອຸປະທູດຊົ່ວຄາວ ສະຫະລັດ ອາເມລິກາ ປະຈໍາລາວ ໄດ້ຮັບຜົນການມອບ ສິ່ງເສດເຫລືອ ກັບຝ່າຍອາເມລິກາ

ການຮ່ວມມືດັ່ງກ່າວເກີດຂື້ນເພາະຄະນະວິຊາການລາວ ໄດ້ຮ່ວມມືກັບຝ່າຍອາເມລິກາ ໃນການສໍາຫລວດ ແລະ ຂຸດຄົ້ນເພື່ອຊອກຫາຮ່ອງຮອຍ ສິ່ງເສດເຫລືອຂອງທະຫານອາເມລິກາ ທີ່ຫາຍສາບສູນໃນປາງສົງຄາມຢູ່ລາວ

ຜົນສໍາເລັດໃນປີຜ່ານມາ, ສາມາດສົ່ງມອບສິ່ງເສດເຫລືອທະຫານອາເມລິກາ ທີ່ຢັ້ງຢືນແລ້ວ 295 ຄົນ ຈາກຜູ້ຫາຍສາບສູນທັງໝົດ 576 ຄົນ ຫລາຍກວ່າ 50% ເຫຼົ່ານີ້ ຍັງມີ 281 ຄົນ ທີ່ຈະຕ້ອງສືບຕໍ່ການສໍາຫລວດໃນອະນາຄົດ

ການປະຕິບັດງານຮ່ວມມືລາວ-ອາເມລິກາ ກໍເປັນການສົ່ງເສີມການພົວພັນແລະຄວາມຮ່ວມມືທາງດ້ານຄວາມປອດໄພ, ການຄຸ້ມຄອງຄວາມປອດໄພ ແລະ ການຄົ້ນພົບຜູ້ຫາຍສາບສູນ ໃນລາວ ເພື່ອເຮັດໃຫ້ການຮ່ວມມືການຊ່ວຍເຫລືອດີຂຶ້ນຢ່າງຕໍ່ເນື່ອງ

ທີ່ມາ: ປະເທດລາວ

Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles