ທ່ານໂຕ ເລິມ ເຂົ້າຮ່ວມກອງປະຊຸມ ທີ່ອາເມຣິກາ

ຖືເປັນບາດກ້າວສຳຄັນທາງການທູດຫວຽດນາມ! ເມື່ອ ທ່ານ ໂຕ ເລິມ, ເລຂາທິການໃຫຍ່ພັກກອມມູນິດຫວຽດນາມ ໄດ້ເຂົ້າຮ່ວມກອງປະຊຸມຫາລືກັບ ທ່ານ ໂດນັນ ທຣຳ, ປະທານາທິບໍດີສະຫະລັດອາເມລິກາ ທີ່ທຳນຽບຂາວ (White House) ໃນວັນທີ 20 ກຸມພາ 2026 ທີ່ຜ່ານມາ.

ປະເດັນສຳຄັນຈາກການພົບປະ:

ທ່ານ ໂຕ ເລິມ ເປັນໜຶ່ງໃນຜູ້ນຳກຸ່ມທຳອິດທີ່ຕອບຮັບຄຳເຊີນເຂົ້າຮ່ວມກອງປະຊຸມ “ຄະນະກຳມະການສັນຕິພາບ ກາຊາ” (Gaza Board of Peace) ເພື່ອຊຸກຍູ້ສັນຕິພາບໃນລະດັບສາກົນ.

ທັງສອງຝ່າຍຢືນຢັນວ່າການຮ່ວມມືດ້ານການຄ້າ ແລະ ເສດຖະກິດ ແມ່ນ “ເສົາຄ້ຳ” ທີ່ສຳຄັນທີ່ສຸດໃນສາຍພົວພັນແບບກວມລວມ. ຫວຽດນາມ ພ້ອມແລກປ່ຽນຢ່າງກົງໄປກົງມາເພື່ອຜົນປະໂຫຍດທີ່ສົມດຸນຂອງທັງສອງປະເທດ.

ທ່ານ ປະທານາທິບໍດີ ທຣຳ ໄດ້ແຈ້ງໃຫ້ໜ່ວຍງານທີ່ກ່ຽວຂ້ອງ ພິຈາລະນາ ປົດລັອກຫວຽດນາມອອກຈາກບັນຊີລາຍຊື່ຄວບຄຸມການສົ່ງອອກຍຸດທະສາດ (D1-D3) ເພື່ອເປີດທາງໃຫ້ມີການຮ່ວມມືດ້ານໄຮເທັກ (High-tech) ຫຼາຍຂຶ້ນ.

ທ່ານ ທຣຳ ສະແດງຄວາມຊົມເຊີຍຕໍ່ບົດບາດຂອງຫວຽດນາມໃນເວທີສາກົນ ແລະ ຢືນຢັນສະໜັບສະໜູນຫວຽດນາມໃຫ້ “ເຂັ້ມແຂງ, ເປັນເອກະລາດ ແລະ ຮັ່ງມີ”.

ດ້ານ​ ທ່ານ ໂຕ ເລິມ ຍັງໄດ້ເຊີນທ່ານ ໂດນັນ ທຣຳ ແລະ ພັນລະຍາ ໄປຢ້ຽມຢາມຫວຽດນາມໃນໄວໆນີ້, ເຊິ່ງທ່ານ ທຣຳ ກໍໄດ້ຕອບຮັບດ້ວຍຄວາມຍິນດີ!

ການພົບປະກັນໃນຄັ້ງນີ້​ ບໍ່ພຽງແຕ່ເປັນການຮ່ວມມືດ້ານເສດຖະກິດ, ແຕ່ຍັງເປັນການຍົກລະດັບຖານະຂອງຫວຽດນາມ ໃນການເປັນຕົວແປສຳຄັນຂອງສັນຕິພາບໂລກອີກດ້ວຍ.

ທີ່ມາ: VN Express

Lao Youth Radio​ FM​90​FM​

Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles