ໂອກາດທອງຂອງຄົນຊອກວຽກ ເປີດຮັບຫຼາຍກວ່າ 1,000 ຕຳແໜ່ງ ສະໝັກປັບຮູ້ຜົນທັນທີ

ສູນການຄ້າ ເມກາມໍ ໄດ້ຈັດງານມະຫະກໍາ Kokkok Mega Patuxay Career Expo, ຄັ້ງໃຫຍ່ທີ່ Kokkok Mart ໂພນສີນວນ ຮັບສະໜັກພະນັກງານຈໍານວນຫຼາຍ ເພື່ອບັນຈຸເຂົ້າໃນວຽກງານຕ່າງໆທີ່ສູນການຄ້າ ກ໊ອກກ໊ອກ ເມກ້າ ປະຕູໄຊ (Kokkok Mega Patuxay) ນະຄອນຫຼວງວຽງຈັນ ທີ່ຈະເປີດໄວໆນີ້. ງານດຽວທີ່ນຳເອົາຕຳແໜ່ງວຽກທີ່ຫຼາກຫຼາຍທີ່ສຸດ ບໍ່ວ່າຈະເປັນສາຍການບໍລິການ, ຮ້ານອາຫານ, ຂາຍຍ່ອຍ ແລະ ຫ້ອງການມາລວມກັນ.

ຈະເປັນນັກສຶກສາຈົບໃໝ່ ຫຼື ຜູ້ທີ່ມີປະສົບການຢາກປະກອບອາຊີບໃໝ່ ສ້າງປະສົບການທີ່ແຕກຕ່າງໄປຈາກເດີມກໍສາມາດສະໝັກໄດ້. ເຂົ້າຮ່ວມງານໄດ້ເລີຍທີ່ Kokkok Mart ໂພນສີນວນ ນະຄອນຫຼວງວຽງຈັນ ນັບແຕ່ມື້ນີ້ ຈົນ ເຖີງ 31 ມີນາ 2026 ນີ້ ນັບຕັ້ງແຕ່ເວລາ 9:00-19:00 ຂອງທຸກໆມື້. ບອກໄດ້ເລີຍວ່າ ມາບ່ອນດຽວຄົບ ຈົບເລື່ອງສາຍງານໃນການປະກອບອາຊີບ ບໍ່ວ່າຈະເປັນຕໍາແໜ່ງ

-ຜູ້ຈັດການທົ່ວໄປ,

– ຜູ້ຊ່ວຍຜູ້ຈັດການ,

– ພໍ່ຄົວ-ແມ່ຄົວ,

– ພະນັກງານຕ້ອນຮັບ,

– ພະນັກງານສ້ອມແປງລົດ,

– ພະນັກງານຂາຍລົດ,

– ພະນັກງານສ້ອມແປງອາຄານ,

– ພະນັກງານຈັດລຽງສິນຄ້າ,

– ພະນັກງານທໍາຄວາມສະອາດ,

– ພະນັກງານດູແລຄວາມປອດໄພ,

– ພະນັກງານເສີບ,

– ຊ່າງເຮັດເລີບ,

– ຊ່າງຕັດຜົມ ແລະ ອື່ນໆ.

ໂອກາດດີໆແບບນີ້ ຫາທີ່ໃດບໍ່ມີອີກແລ້ວ!… ສະໝັກປັບ ສໍາພາດປຸບ ຮູ້ຜົນທັນທີ.

ຢ່າລືມບອກຕໍ່ໃຫ້ກັບຄົນທີ່ທ່ານຮູ້ຈັກເຂົ້າມາຮ່ວມງານນໍາພວກເຮົາໄດ້ເລີຍ ທີ່ Kokkok Mart ໂພນສີນວນ ສະເພາະມື້ນີ້ ຮອດວັນທີ 31 ມີນາ 2026 ນີ້ເທົ່ານັ້ນ ນັບແຕ່ເວລາ 9:00 – 19:00 ຂອງທຸກໆ ມື້.

ສະຖານທີ່ເຮັດວຽກແມ່ນ ທີ່ສູນການຄ້າ ກ໊ອກກ໊ອກ ເມກ້າ ປະຕູໄຊ ຕັ້ງຢູ່ໃກ້ ສວນປະຕູໄຊ ນະຄອນຫຼວງວຽງຈັນ.

ກໍລະນີບໍ່ສະດວກເຂົ້າຮ່ວມງານ ສາມາດສົ່ງເອກະສານສະໝັກ ຫຼື ສະໝັກວຽກດ້ວຍຕົນເອງໄດ້ທີ່ອາຄານໂຄລາວ 1

ຕິດຕໍ່ສອບຖາມໄດ້ທີ່ເບີ 020 5988 3335; 020 23296262;

ອີເມວ: Recruitment@kolaogroup.com

Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles