ລັດວິສາຫະກິດໄຟຟ້າລາວ (ຟຟລ) ຈັດກອງປະຊຸມສະຫລຸບການຈັດຕັ້ງປະຕິບັດວຽກງານ ປະຈຳປີ 2025 ແລະ ຜ່ານທິດທາງແຜນການ ປະຈໍາປີ 2026 ໂດຍການເປັນປະທານຂອງ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ, ມີພະນັກງານຫລັກແຫລ່ງ ພາຍໃນລັດວິສາຫະກິດໄຟຟ້າລາວ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ທ່ານ ອາຄົມເດດ ວົງໄຊ ຜູ້ອຳນວຍການໃຫຍ່ ຟຟລ ໄດ້ຍົກໃຫ້ເຫັນຜົນສຳ ເລັດຂອງການດຳເນີນທຸລະກິດ ຂອງລັດວິສາຫະກິດໄຟຟ້າລາວ ຕະຫລອດໄລຍະ 1 ປີຜ່ານມາ ຊຶ່ງລັດວິສາຫະກິດໄຟຟ້າລາວ ໄດ້ສຸມໃສ່ວາງຫລັກການ ແລະ ນະໂຍບາຍການດໍາເນີນທຸລະກິດ ຂອງໄຟຟ້າລາວ ໃນໄລຍະໃໝ່ ເພື່ອໃຫ້ພະນັກງານທຸກຄົນສາມາດກໍາໄດ້ແນວທາງປະຕິຮູບ ແລະ ໄປໃນທິດທາງດຽວກັນ, ພ້ອມທັງສຸມໃສ່ວຽກງານພັດທະນາແຫລ່ງຜະລິດ ທີ່ເປັນໂຄງການຂອງໄຟຟ້າລາວ ຈໍານວນ 2 ໂຄງການ ລວມກໍາລັງຕິດຕັ້ງທັງໝົດ 510 ເມກາວັດ(MW); ດໍາເນີນການຈັດຕັ້ງປະຕິບັດ ໂຄງການກໍ່ສ້າງສາຍສົ່ງ-ສະຖານີໄຟຟ້າ ລວມທັງໝົດ 10 ໂຄງການ, ປະຕິບັດສໍາເລັດ 5 ໂຄງການ ແລະ ສືບຕໍ່ຈັດຕັ້ງປະຕິບັດ 5 ໂຄງການ. ໃນນັ້ນ, ອັນພົ້ນເດັ່ນ ແມ່ນສໍາເລັດພິທີວາງສີລາລຶກໂຄງການກໍ່ສ້າງສາຍສົ່ງ 230 ກິໂລໂວນ ປາກມອງ 2 (ແຂວງຫລວງພະບາງ) ຫາ ນາເພຍ (ແຂວງຊຽງຂວາງ) ຊຶ່ງໂຄງການດັ່ງກ່າວ, ແມ່ນມີຄວາມສໍາຄັນ ເພື່ອລໍາລຽງພະລັງງານໄຟຟ້າຈາກພາກເໜືອ ມາສູ່ພາກກາງ ກໍຄື ການສະໜອງໄຟໃຫ້ນະຄອນຫລວງວຽງຈັນ ໃຫ້ມີຄວາມສະຖຽນລະພາບ ແລະ ຮັບປະກັນລະບົບໄຟຟ້າ, ຫລຸດຜ່ອນບັນຫາເຫດການໄຟຕົກ-ໄຟມອດ.
ວຽກຄຸ້ມຄອງພາກລະບົບສົ່ງ ແລະ ລະບົບຈໍາໜ່າຍໄຟຟ້າ ລັດວິສາຫະກິດໄຟຟ້າລາວ ຍາມໃດກໍໄດ້ສຸມໃສ່ວຽກງານການປັບປຸງຂະຫຍາຍລະບົບສາຍສົ່ງ-ສະຖານີໄຟຟ້າ ແລະ ລະບົບຈຳໜ່າຍໄຟຟ້າ ເພື່ອໃຫ້ສາມາດນໍາສົ່ງພະລັງງານໄຟຟ້າຈາກແຫລ່ງຜະລິດ 107 ແຫ່ງ, ກໍາລັງຕິດຕັ້ງ 4.962,35 MW ໃຫ້ໄປເຖິງຜູ້ຊົມໃຊ້ໄຟຟ້າທົ່ວປະເທດ ໃຫ້ພຽງພໍ ແລະ ມີຄວາມສະຖຽນລະພາບ. ມາຮອດປັດຈຸບັນ, ທົ່ວປະເທດມີສະຖານີໄຟຟ້າແຮງສູງ ທັງໝົດ 86 ແຫ່ງ, ລວມກໍາລັງຕິດຕັ້ງທັງໝົດ 9.236 MVA (ເມກາໂວນແອັມແປ) ໃນນັ້ນ, ປະກອບມີ: ລະບົບສາຍສົ່ງໄຟຟ້າແຮງສູງ 115 kV ຫາ 500 kV ລວງຍາວທັງໝົດ 11.334 km/ວົງຈອນ; ລະບົບຕາຂ່າຍແຮງດັນກາງ 22-35 kV ທັງໝົດ 39.599 km/ວົງຈອນ; ລະບົບຕາຂ່າຍແຮງດັນຕໍ່າ 0,4 kV ທັງໝົດ 25.978 km/ວົງຈອນ; ມີໝໍ້ແປງລະບົບຈໍາໜ່າຍ ທັງໝົດ 43.149 ໜ່ວຍ, ລວມກໍາລັງຕິດຕັ້ງ 8.611 MVA; ມີຈໍານວນໝໍ້ນັບໄຟ ທີ່ຢູ່ໃນການຄຸ້ມຄອງ ຂອງ ໄຟຟ້າລາວ ທັງໝົດ 1.835.550 ໜ່ວຍ.
ໃນປີ 2026 ນີ້, ໄຟຟ້າລາວ ຈະສືບຕໍ່ຈັດຕັ້ງປະຕິບັດ ກໍານົດບັນດາໜ້າວຽກຈຸດສຸມ ທີ່ເປັນບຸ ລິມະສິດ ເພື່ອສຸມໃສ່ສືບຕໍ່ດໍາເນີນການ ໃຫ້ມີຜົນສໍາເລັດຕາມລະດັບຄາດໝາຍ, ສືບຕໍ່ຈັດຕັ້ງຜັນຂະ ຫຍາຍ, ປະກອບສ່ວນວຽກງານຢ່າງຕັ້ງໜ້າ ຕາມແຜນພັດທະນາອຸດສາຫະກໍາ ແລະ ການຄ້າ ໃຫ້ບັນລຸຜົນສໍາເລັດຕາມຄາດໝາຍ ພາຍໃຕ້ຕາມຄໍາຂວັນ: “ເສີມຂະຫຍາຍທ່າແຮງ ຂອງຂະແໜງອຸດສາຫະກໍາ ແລະ ການຄ້າ ໃຫ້ເປັນກໍາລັງຂັບເຄື່ອນເສດຖະກິດເອກະລາດ ເປັນເຈົ້າຕົນເອງຢ່າງໜັກແໜ້ນ” ພ້ອມນີ້, ຍັງຈະຊຸກຍູ້ແຜນພັດທະນາໂຄງການພະລັງງານໄຟຟ້າແສງຕາເວັນ ຂະໜາດໃຫຍ່ ແລະ ຂະໜາດນ້ອຍ ທີ່ເປັນແຜນບຸລິມະສິດເລັ່ງດ່ວນ ປີ 2025-2027.
ທີ່ມາ: ປະເທດລາວ

