ຄົ້ນຄວ້າຫາລືການປັບປຸງຄ່າແຮງງານຂັ້ນຕ່ຳສຸດ ໃຫ້ຜູ້ອອກແຮງງານພາກວິສາຫະກິດ

ກົມປົກປ້ອງແຮງງານ ສູນກາງສະຫະພັນກໍາມະບານລາວ ຮ່ວມກັບ ອົງການອ໋ອກສະຟາມ ປະຈໍາ ສປປ ລາວ ຈັດກອງປະຊຸມປຶກສາຫາລື ລາຍງານຄ່າຄອງຊີບ ເພື່ອເປັນຂໍ້ມູນພິຈາລະນາ ສະເໜີປັບຄ່າແຮງງານຂັ້ນຕໍ່າສຸດ ໃຫ້ຜູ້ອອກແຮງງານພາກວິສາຫະກິດ ໃນວັນທີ 23 ກຸມພາ 2026 ຢູ່ນະຄອນຫລວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ວິໄລ ວົງຂະເສີມ ຮອງປະທານຄະນະບໍລິ ຫານງານ ສູນກາງສະຫະພັນກໍາມະບານລາວ, ມີຜູ້ຕ່າງໜ້າຈາກໂຄງການ, ອົງການຜູ້ປະສານງານ ແລະ ຕາງໜ້າຈາກສະຫະພັນກໍາມະບານກະຊວງ, ອົງການທີ່ກ່ຽວຂ້ອງເຂົ້າຮ່ວມ ເພື່ອຮັບຟັງການນໍາສະເໜີສະພາບລວມໃນການປັບປຸງຄ່າແຮງງານຂັ້ນຕ່ຳສຸດ ແລະ ຜົນການລົງສຳຫລວດລາຄາສິນຄ້າ ຢູ່ແຕ່ລະແຂວງ ເພື່ອປຶກສາຫາລື ແລະ ແລກປ່ຽນກ່ຽວກັບການຄົ້ນຄວ້າຄ່າແຮງງານຂັ້ນຕໍ່າ (ໃໝ່) ພາກວິສາຫະກິດ ໃນ ສປປ ລາວ ແລະ ບັນຫາແຮງງານອື່ນໆ.

ທ່ານ ວິໄລ ວົງຂະເສີມ ໄດ້ກ່າວວ່າ: ການປັບປຸງຄ່າແຮງງານຂັ້ນຕ່ຳ ມີການປັບປຸງເປັນແຕ່ລະໄລຍະ ອີງຕາມຄວາມຈຳເປັນທາງດ້ານເສດຖະກິດ, ຄ່າຄອງຊີບ, ລາຍຮັບ, ຄ່າໃຊ້ຈ່າຍ, ການປັບຂຶ້ນຄ່າແຮງງານຂອງບັນດາປະເທດໃກ້ຄຽງ ແລະ ບັນຫາອື່ນໆ ທີ່ກະທົບໃຫ້ພວກເຮົາຕ້ອງມີການປັບປຸງຄ່າແຮງງານຂັ້ນຕ່ຳ. ການປັບຂຶ້ນຄ່າແຮງງານຂັ້ນຕໍ່າ ຄະນະກຳມະການແຮງງານແຫ່ງຊາດ ຫລື ຄະນະກຳ ມະການສາມຝ່າຍ ກໍໄດ້ມີການຄົ້ນຄວ້າ, ການນຳສະເໜີຂໍ້ມູນຂອງແຕ່ລະຝ່າຍ, ປືກສາຫາລື ແລະ ກຳ ນົດຕົວເລກຂອງແຕ່ລະຝ່າຍ ເພື່ອໃຫ້ພາກລັດຖະບານ ເປັນຜູ້ຕັດສິນ.

ໂອກາດນີ້, ທ່ານ ວິໄລ ວົງຂະເສີມ ຍັງໄດ້ຮຽກຮ້ອງມາຍັງຜູ້ເຂົ້າຮ່ວມກອງປະຊຸມ ຈົ່ງພ້ອມກັນຍົກສູງຄວາມຮັບຜິດຊອບ ຄົ້ນຄວ້າ ແລະ ແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ, ປືກສາແກ້ໄຂບັນຫາ ໃນສ່ວນທີ່ພວກເຮົາຂາດ ໂດຍສະເພາະບັນຫາຄວາມເປັນເອກະພາບ ໃນການກຳນົດສູດຄິດໄລ່ ຫລື ວິທີການທີ່ເປັນເອກະພາບກັນ ໃນການປັບຂຶ້ນຄ່າແຮງງານຂັ້ນຕ່ຳສຸດ(ໃໝ່) ຂອງຜູ້ອອກແຮງງານພາກວິສາຫະກິດ ເພື່ອເປັນການປະກອບສ່ວນຮັບປະກັນຄຸນນະພາບ, ຍົກສູງຊີວິດການເປັນຢູ່ຂອງຜູ້ອອກ ແຮງງານ, ການຈ້າງງານທີ່ເປັນທໍາ, ຮັບປະກັນໄດ້ຜົນປະໂຫຍດຂອງຊາດ, ຜົນປະໂຫຍດຂອງຜູ້ໃຊ້ແຮງງານ ແລະ ຜູ້ອອກແຮງງານໃຫ້ດີຂຶ້ນ, ພັດທະນາເສດຖະກິດ-ສັງຄົມຂອງຊາດ ໃຫ້ຈະເລີນກ້າວໜ້າຂຶ້ນໄປເລື້ອຍໆ.

ທີ່ມາ: ຂ່າວສານປະເທດລາວ

Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles