ແປ້ງມັນຕົ້ນ ອັນດັບ 1 ສົ່ງອອກກະສິກຳລາວ 9,7ລ້ານໂດລາ ໃນເດືອນມັງກອນ 2026

ອີງຕາມການເຜີຍແຜ່ຂອງຂ່າວສານກະສິກຳ ແລະ ສິ່ງແວດລ້ອມ ໃນວັນທີ 16 ກຸມພາ 2026 ເປີດເຜີຍວ່າ ການສົ່ງອອກບັນດາລາຍການສິນຄ້າກະສິກຳ ຜ່ານດ່ານສາກົນຂົວມິດຕະພາບ 1 ນະຄອນຫຼວງວຽງຈັນ ໃນໄລຍະເດືອນມັງກອນ 2026 ມີມູນຄ່າລວມກວ່າ 9,7 ລ້ານໂດລາສະຫະລັດ ໂດຍ “ແປ້ງມັນຕົ້ນ” ຍັງຄອງອັນດັບ 1 ໃນດ້ານມູນຄ່າການສົ່ງອອກ ຮອງລົງມາແມ່ນ ຢາງພາລາ ໂດຍມີຕະຫຼາດປາຍທາງໄປຍັງ ສປ ຈີນ ເປັນຫຼັກ.

ພະແນກກະສິກຳ ແລະ ສິ່ງແວດລ້ອມ ກົມແຜນການ ແລະ ການຮ່ວມມື ລາຍງານວ່າ ໃນໄລຍະ 1-31 ມັງກອນ 2026 ການສົ່ງອອກພືດ, ຜະລິດຕະພັນພືດ ແລະ ຜະລິດຕະພັນໄມ້ ຜ່ານຈຸດບໍລິການ ທ່ານາແລ້ງ–ດົງໂພສີ ມີຈຳນວນລວມ 32,444 ໂຕນ ຄິດເປັນມູນຄ່າ 9,741,689 ໂດລາສະຫະລັດ. ສິນຄ້າສົ່ງອອກຫຼັກ ປະກອບມີ ກາເຟ, ແປ້ງມັນຕົ້ນ, ຢາງພາລາ, ໝາກກ້ວຍ ແລະ ຜະລິດຕະພັນໄມ້.

ສຳລັບລາຍການສົ່ງອອກສຳຄັນ ມີດັ່ງນີ້:

ເຂົ້າສານໜຽວ ຈຳນວນ 25 ໂຕນ ມູນຄ່າ 248,200 ໂດລາສະຫະລັດ ສົ່ງອອກໄປຍັງ ຝຣັ່ງ;

ຖົ່ວຂຽວ 189 ໂຕນ ມູນຄ່າ 81,942 ໂດລາ ສົ່ງອອກໄປ ສປ ຈີນ;

ແປ້ງມັນຕົ້ນ 19,507 ໂຕນ ມູນຄ່າ 6,045,951 ໂດລາ ສົ່ງອອກໄປ ສປ ຈີນ;

ຂີງດຳ 0.22 ໂຕນ ມູນຄ່າ 3,315 ໂດລາ ສົ່ງອອກໄປ ເກົາຫຼີໃຕ້;

ແປ້ງມັນຕົ້ນ 10,500 ໂຕນ ມູນຄ່າ 2,052,000 ໂດລາ ສົ່ງອອກໄປ ຫວຽດນາມ;

ຢາງພາລາ 817 ໂຕນ ມູນຄ່າ 1,361,290 ໂດລາ ສົ່ງອອກໄປ ສປ ຈີນ;

ແປ້ງມັນຕົ້ນ 512 ໂຕນ ມູນຄ່າ 76,800 ໂດລາ ສົ່ງອອກໄປ ໄທ;

ຂີ້ເບຍ 540 ໂຕນ ມູນຄ່າ 10,800 ໂດລາ ສົ່ງອອກໄປ ໄທ;

ໄມ້ ແລະ ຜະລິດຕະພັນໄມ້ 111.5 ແມັດກ້ອນ ມູນຄ່າ 84,770.69 ໂດລາ ສົ່ງອອກໄປ ຫວຽດນາມ, ໄທ ແລະ ສປ ຈີນ.

ການສົ່ງອອກໃນເດືອນດັ່ງກ່າວ ສະທ້ອນໃຫ້ເຫັນວ່າ ພາກກະສິກຳຂອງ ສປປ ລາວ ຍັງຄົງມີບົດບາດສຳຄັນ ໃນການສ້າງລາຍຮັບຈາກການຄ້າຕ່າງປະເທດ ໂດຍສະເພາະການຄ້າກັບປະເທດເພື່ອນບ້ານ ແລະ ຕະຫຼາດໃຫຍ່ໃນພາກພື້ນ. ທາງການຍັງຄາດວ່າ ການສົ່ງອອກສິນຄ້າກະສິກຳ ຈະມີແນວໂນ້ມເຕີບໂຕຕໍ່ເນື່ອງ ຕາມຄວາມຕ້ອງການຕະຫຼາດ ແລະ ການຂະຫຍາຍດ່ານການຄ້າຂ້າມແດນ.

ທີ່ມາ: ເສດຖະກິດ-ການຄ້າ

Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles