ຫ້ອງການ ກະຊວງສຶກສາທິການ ແລະ ກິລາ ຂໍຖືເປັນກຽດແຈ້ງມາຍັງພະນັກງານ ແລະ ປວງຊົນ ຊາບວ່າ: ລັດຖະບານ ຕວັກກີ ສະເໜີໃຫ້ທຶນການສຶກສາ ໃຫ້ແກ່ ສປປ ລາວ ປະຈຳປີ 2026 ເປີດສະໝັກຮັບຜູ້ທີ່ມີຈຸດປະສົງ ຢາກໄປສຶກສາຕໍ່ທີ່ປະເທດດັ່ງກ່າວ, ໃນລະດັບ ຊັ້ນສູງ, ປະລິນຍາຕີ, ປະລິນຍາໂທ, ປະລິນຍາເອກ ແລະ ນັກຄົ້ນຄວ້າ ທີ່ສະຖານການສຶກສາຂອງປະເທດ ຕວັກກີ.
1. ເງື່ອນໄຂຂອງຜູ້ສະໝັກ
– ຕ້ອງເປັນພົນລະເມືອງລາວ ຖືສັນຊາດລາວ;
– ສໍາເນົາໃບປະກາສະນີຍະບັດໃບຄະແນນຈົບຕາມລະດັບສູງສຸດຂອງການສະໝັກ;
– ສໍາເນົາ Passport;
– ໃບກວດສຸຂະພາບ;
2. ນະໂຍບາຍທີ່ຈະໄດ້ຮັບ II.
ຄ່າຮຽນ, ທີ່ພັກ, ເບ້ຍລ້ຽງ, ປະກັນສຸຂະພາບ ແລະ ຄ່າເດີນທາງ 01 ຄັ້ງ.
3. ວິທີສະໝັກ
ສະໝັກຜ່ານລະບົບອອນລາຍ ຕາມລິ້ງກ້ອງຄອມເມັ້ນ. ໄລຍະຮັບສະໝັກທຶນການສຶກສາ ແມ່ນເລີ່ມແຕ່ວັນທີ 10 ມັງກອນ 2026 ເຖິງວັນທີ 20 ກຸມພາ 2026 ເປັນມື້ປິດຮັບ. ພາຍຫຼັງໄດ້ຮັບທຶນເປັນ ທີ່ຮຽບຮ້ອຍແລ້ວ, ຜູ້ສະໝັກຕ້ອງນໍາສົ່ງສໍາເນົາເອກະສານ 01 ຊຸດ ມາຍັງກົມກິດຈະການນັກສຶກສາ ພະແນກຄຸ້ມຄອງ ທຶນການສຶກສາ ແລະ ນັກສຶກສາ (ຫ້ອງ107-108) ໃນໂມງລັດຖະການ.
ດັ່ງນັ້ນ, ຈຶ່ງແຈ້ງມາຍັງທົ່ວປວງຊົນເພື່ອຊາບ ແລະ ດຳເນີນການສະໝັກໃຫ້ທັນເວລາດ້ວຍ.
ລາຍລະອຽດ: tbbs.turkiyeburslari.gov.tr
ຂໍ້ມູນລາຍລະອຽດ ສາຂາວິຊາ ຮຽນຜູ້ສົນໃຈ: turkiyeburslari.gov.tr

