ເຊັນ MOU ເພື່ອສະໜອງລູກໄກ່ໃຫ້ຜູ້ປະກອບການກະສິກຳ

ສະມາຄົມທຸລະກິດກະສິກຳລາວ ຈັບມືພາກທຸລະກິດ ເປີດຕົວໂຄງການຮ່ວມມືຜະລິດ ແລະ ສະໜອງລູກໄກ່ສາມສາຍພັນ ເພື່ອຊຸກຍູ້ຜູ້ປະກອບການພາຍໃນ ໃຫ້ສາມາດກຸ້ມຕົນເອງ ແລະ ຫຼຸດຜ່ອນຕົ້ນທຶນການຜະລິດຢ່າງຍືນຍົງ.

ໃນວັນທີ 16 ກຸມພາ 2026, ທີ່ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ, ໄດ້ມີພິທີລົງນາມບົດບັນທຶກຄວາມເຂົ້າໃຈ (MOU) ລະຫວ່າງ ບໍລິສັດ ເວີດພີສ ດີວີໂລບເມັນ (ລາວ) ຈຳກັດ​ ແລະ ບໍລິສັດ ລວຍແສນຟາມ (ປະເທດໄທ) . ໂດຍການເຂົ້າຮ່ວມຂອງ ທ່ານ ບຸນທ່ຽງ ລັດຕະນະວົງ, ປະທານສະມາຄົມທຸລະກິດກະສິກຳລາວ ພ້ອມດ້ວຍຄະນະບໍລິຫານງານ ແລະ ພາກສ່ວນທີ່ກ່ຽວຂ້ອງ.

3 ວັດຖຸປະສົງຫຼັກ ໃນການສ້າງຕ່ອງໂສ້ການຜະລິດ:

ຕອບສະໜອງຄວາມຕ້ອງການ: ຜະລິດ ແລະ ສະໜອງລູກໄກ່ພັນໄຂ່, ລູກໄກ່ພັນຊີ້ນ ແລະ ລູກໄກ່ລາດ ໃຫ້ແກ່ສະມາຊິກສະມາຄົມ ແລະ ກຸ່ມການຜະລິດໃນທົ່ວປະເທດ.

ຫຼຸດຜ່ອນການນຳເຂົ້າ: ສ້າງຂະບວນການຜະລິດພາຍໃນໃຫ້ພຽງພໍ ເພື່ອຫຼຸດຜ່ອນການເພິ່ງພາລູກໄກ່ຈາກຕ່າງປະເທດ ຕາມທິດຊີ້ນຳຂອງສູນກາງພັກ ໃນການສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງ.

ຫຼຸດຜ່ອນຄວາມສ່ຽງ ແລະ ຕົ້ນທຶນ: ການຜະລິດພາຍໃນຈະຊ່ວຍຫຼຸດອັດຕາການຕາຍຂອງລູກໄກ່ຈາກການຂົນສົ່ງໄລຍະໄກ ແລະ ຫຼຸດຜ່ອນຕົ້ນທຶນດ້ານໂລຈິສະຕິກ.

ທ່ານ ບຸນທ່ຽງ ລັດຕະນະວົງ ໄດ້ເນັ້ນໜັກວ່າ: “ປັດຈຸບັນ ການຜະລິດລູກໄກ່ໃນລາວຍັງບໍ່ທັນຕອບສະໜອງໄດ້ຕາມຄວາມຕ້ອງການຂອງຕະຫຼາດ, ເຮັດໃຫ້ເຮົາຕ້ອງນຳເຂົ້າໃນຈຳນວນມະຫາສານ. ການຮ່ວມມືກັບບໍລິສັດທີ່ມີປະສົບການສູງໃນຄັ້ງນີ້ ຈະຊ່ວຍໃຫ້ພວກເຮົາສາມາດຄວບຄຸມຄຸນນະພາບສາຍພັນ ແລະ ຈັດສັນລະບົບການລ້ຽງໃຫ້ເປັນມືອາຊີບຄົບວົງຈອນ…”

ພາຍຫຼັງການລົງນາມ, ສະມາຄົມທຸລະກິດກະສິກຳລາວ ຈະເລັ່ງຜັນຂະຫຍາຍແຜນງານພັດທະນາຕ່ອງໂສ້ສິນຄ້າກະສິກຳໃຫ້ເປັນຮູບປະທຳ ໂດຍເລີ່ມຈາກ “ສິນຄ້າປະເພດໄກ່” ເປັນອັນດັບທຳອິດ ເພື່ອສ້າງຄວາມໝັ້ນຄົງທາງດ້ານສະບຽງອາຫານ ແລະ ເພີ່ມຂີດຄວາມສາມາດໃນການແຂ່ງຂັນໃຫ້ແກ່ຊາວກະສິກອນລາວໃນໄລຍະຍາວ.

ທີ່ມາ: ເສດຖະກິດການຄ້າ

Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles