ນາຍົກສິງກະໂປ ປະກາດຕັ້ງສະພາປັນຍາປະດິດ (AI)

ລັດຖະບານສິງກະໂປ ປະກາດຍຸດທະສາດຄັ້ງສຳຄັນໃນການປະຊຸມງົບປະມານປີ 2026 ໂດຍການຈັດຕັ້ງ ສະພາປັນຍາປະດິດແຫ່ງຊາດ (National Artificial Intelligence Council) ເພື່ອຂັບເຄື່ອນປະເທດເຂົ້າສູ່ຍຸກເຕັກໂນໂລຊີຂັ້ນສູງຢ່າງເຕັມໂຕ 🚀

ນາຍົກລັດຖະມົນຕີ ລໍເຣນ ຫວ່ອງ ລະບຸວ່າ AI ຈະເປັນປັດໄຈຊີ້ຂາດໄຊຊະນະທາງເສດຖະກິດ. ສະພາຊຸດນີ້ຈະເນັ້ນໜັກການນຳໃຊ້ AI ໃນ 4 ດ້ານຫຼັກ ຄື:

ການຜະລິດຂັ້ນສູງ: ສ້າງໂຮງງານອັດສະລິຍະລະດັບໂລກ.

ຄົມມະນາຄົມ ແລະ ໂລຈິສຕິກ: ເພີ່ມປະສິດທິພາບທ່າເຮືອ ແລະ ສະໜາມບິນ ເພື່ອຄອງຕຳແໜ່ງສູນກາງໂລກ.

ການເງິນ: ພັດທະນານະວັດຕະກຳການບໍລິການທີ່ທັນສະໄໝ.

ສາທາລະນະສຸກ: ຍົກລະດັບຄຸນນະພາບຊີວິດ ແລະ ຫຼຸດຜ່ອນຕົ້ນທຶນການແພດ.

ຈຸດເດັ່ນຂອງຍຸດທະສາດ “ເນັ້ນໃຊ້ຈິງ ບໍ່ແມ່ນແຕ່ທົດລອງ”

ທ່ານນາຍົກເນັ້ນວ່າ ຈະບໍ່ແມ່ນພຽງແຕ່ໂຄງການທົດລອງນ້ອຍໆອີກຕໍ່ໄປ ແຕ່ຕ້ອງເຮັດໃນລະດັບຊາດຢ່າງວ່ອງໄວ ແລະ ເຫັນຜົນເປັນຮູບປະທຳ.

ເຖິງຈະມີຄວາມກັງວົນເລື່ອງການແທນທີ່ແຮງງານ ຫຼື ບັນຫາດ້ານຈັນຍາບັນ ແຕ່ສິງກະໂປຈະບໍ່ຢຸດພັດທະນາ ເພາະການຊັກຊ້າໝາຍເຖິງການເສຍປຽບໃນເວທີໂລກ.

ສິງກະໂປບໍ່ໄດ້ແຂ່ງສ້າງ Model AI ໃຫ້ໃຫຍ່ທີ່ສຸດ ແຕ່ຈະເປັນ “ສູນກາງ AI ທີ່ໜ້າເຊື່ອຖືທີ່ສຸດ” ສຳລັບນັກລົງທຶນ ແລະ ບໍລິສັດເຕັກໂນໂລຊີທົ່ວໂລກ.

ການຮ່ວມມືກັບຍັກໃຫຍ່ລະດັບໂລກ

ປັດຈຸບັນ ມີບໍລິສັດເຕັກໂນໂລຊີຫຼາຍກວ່າ 60 ແຫ່ງ ລວມທັງ Google ແລະ Microsoft ທີ່ໄດ້ຮ່ວມມືກັບລັດຖະບານສິງກະໂປ ເພື່ອສ້າງສູນຄວາມເປັນເລີດດ້ານ AI ເຊິ່ງຊ່ວຍສ້າງວຽກເຮັດງານທຳທີ່ມີຄຸນນະພາບໃຫ້ກັບຄົນໃນທ້ອງຖິ່ນ.

ສະພາ AI ແຫ່ງຊາດ ຈະລວມເອົາບັນດາລັດຖະມົນຕີຈາກກະຊວງເສດຖະກິດ, ດິຈິຕອນ, ແຮງງານ ແລະ ສາທາລະນະສຸກ ພ້ອມທັງຊ່ຽວຊານຈາກພາກເອກະຊົນ ເພື່ອໃຫ້ການກຳນົດນະໂຍບາຍຄອບຄຸມທັງມິຕິເຕັກໂນໂລຊີ ແລະ ສັງຄົມຢ່າງຍືນຍົງ.

“ພວກເຮົາຈະນຳໃຊ້ AI ຢ່າງມີວິໄນ, ມີຄວາມຮັບຜິດຊອບ ແລະ ວ່ອງໄວ ເພື່ອຜ່ານຜ່າຂໍ້ຈຳກັດດ້ານຊັບພະຍາກອນ ແລະ ກ້າວໄປສູ່ອະນາຄົດໃໝ່.” 🇸🇬✨

ທີ່ມາ: ເພຈ​ ປະຊາຊາດທຸລະກິດ

Lao Youth​ ​Radio​ FM​90​MHz

Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles