ໃນວັນທີ 13 ກຸມພາ 2026 ຜ່ານມາ ກະຊວງສາທາລະນະສຸກ ໄດ້ຈັດກອງປະຊຸມລະດັບຜູ້ບໍລິຫານຂອງໂຮງໝໍສູນກາງ ແລະ ແຂວງ ນການປຶກສາຫາລືວຽກງານການຫັນໂຮງໝໍໃຫ້ເປັນເຈົ້າຕົນເອງ ທີ່ນະຄອນຫຼວງວຽງຈັນ. ໂດຍການເປັນປະທານຂອງ ທ່ານ ນາງ ໃບຄຳ ຂັດຕິຍະ ລັດຖະມນຕີ ກະຊວງສາທາລະນະສຸກ, ມີຫົວໜ້າຮອງຫົວໜ້າຫ້ອງການ, ກົມ, ສູນ, ມະຫະວິທະຍາໄລ, ໂຮງໝໍສູນກາງ, ໂຮງໝໍແຂວງ ຕາງໜ້າກະຊວງການເງິນ ແລະ ຊ່ຽວຊານພະນັກງານວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມ.
ກອງປະຊຸມຄັ້ງນີ້ ຜູ້ເຂົ້າຮ່ວມໄດ້ປຶກສາຫາລືຫຼາຍບັນຫາສຳຄັນກ່ຽວກັບການຫັນໂຮງໝໍຂັ້ນສູນກາງ ແລະ ໂຮງໝໍແຂວງເປັນເຈົ້າຕົນເອງ. ພ້ອມທັງຮັບຟັງຜົນສຳເລັດ, ສິ່ງທ້າທາຍ ແລະບົດຮຽນທີ່ຖອດຖອນໄດ້ຈາກການຫັນ 3 ໂຮງໝໍສູນກາງຄື: ໂຮງໝໍມະ ໂຫສົດ, ໂຮງໝໍເສດຖາທິລາດ ແລະ ໂຮງໝໍມິດຕະພາບ ທີ່ທົດລອງປະຕິບັດມາແລ້ວ. ເປັນຕົ້ນຜູ້ເຂົ້າຮ່ວມໄດ້ຮັບຟັງການມີຄຳເຫັນຂອງທ່ານລັດຖະມົນຕີ ຈາກນັ້ນຮັບຟັງການນໍາສະເໜີກ່ຽວກັບຄວາມໝາຍຄວາມຄາດຫວັງຂອງກະຊວງສາທາລະນະສຸກໃນການຫັນໂຮງໝໍເປັນເຈົ້າຕົນເອງ.
ວຽກງານດ້ານນີ້ ແມ່ນການສະໜັບສະໜູນຈາກໂຄງການ Swiss Laos Hospitals Project ໂດຍມີຊ່ຽວຊານຈາກປະເທດສະວິດສ໌ເຊີແລນ Dr Alphons Schnyder ມາຊ່ວຍດ້ານວິຊາການໃນການຈັດຝຶກອົບຮົມກ່ຽວກັບ ການຄຸ້ມຄອງໂຮງໝໍ, ການສ້າງຄວາມເຂັ້ມແຂງດ້ານພາວະການເປັນຜູ້ນຳ, ຂັ້ນຕອນ ແລະ ທິດທາງໃນການຈັດຕັ້ງປະຕິບັດການຫັນໂຮງໝໍເປັນເຈົ້າຕົນເອງ ໃຫ້ໂຮງໝໍສູນກາງ ແລະ ໂຮງໝໍແຂວງເປົ້າໝາຍ 10 ແຫ່ງ ເຊີ່ງໄດ້ຮຽນຮູ້ ແລະ ແລກປ່ຽນຫລາກຫຼາຍຫົວຂໍ້ທີ່ກ່ຽວຂ້ອງ.
ປັດຈຸບັນ, ກະຊວງສາທາລະນະສຸກ ກຳລັງກະກຽມຫັນ 2 ໂຮງໝໍສູນກາງ ແລະ 10 ໂຮງໝໍແຂວງເປັນເຈົ້າຕົນເອງ, ດັ່ງນັ້ນ ການຈັດກອງປະຊຸມຄັ້ງນີ້ໄດ້ມີການແລກປ່ຽນບົດຮຽນ ແລະ ປະສົບການທີ່ຈັດຕັ້ງປະຕິບັດໃນຜ່ານມາຂອງກົມກ່ຽວຂ້ອງ ກໍຄື 3 ໂຮງໝໍສູນກາງ ເພື່ອໃຫ້ເຫັນດ້ານດີດ້ານສະດວກ ແລະ ສິ່ງທ້າທາຍຕ່າງໆ. ເພື່ອພ້ອມກັນປັບປຸງແກ້ໄຂ ແລະ ເປັນບົດຮຽນນຳໄປຈັດຕັ້ງປະຕິບັດໃຫ້ບັນດາໂຮງໝໍທີ່ກຳລັງກະກຽມຫັນໄປເປັນເຈົ້າຕົນເອງໃນອະນາຄົດຂ້າງໜ້າມີຜົນສຳເລັດເປັນກ້າວໆ.
ທີ່ມາ: ສູນຂ່າວສານການແພດສຸຂະສຶກສຶກສາ




