ດັ່ງທີ່ຮູ້ນຳກັນແລ້ວວ່າ ມື້ປ່ອນບັດເລືອກຕັ້ງ ສສຊ ຊຸດທີ X ແລະ ສສຂ ຊຸດທີ V ແມ່ນຈະໄດ້ຈັດຂຶ້ນພ້ອມກັນທົ່ວປະເທດ ໃນວັນອາທິດ ວັນທີ 22 ກຸມພາ 2026 ນີ້.
ສະນັ້ນ, ມາກວດເບິ່ງວ່າ: ແຕ່ລະເຂດເລືອກຕັ້ງ ຈະຕ້ອງຂີດອອກຈັກທ່ານ?
1. ນະຄອນຫຼວງວຽງຈັນ: ຜູ້ສະໝັກ 25 ທ່ານ (ຂີດອອກ 6 ທ່ານ).
2. ແຂວງ ຜົ້ງສາລີ: ຜູ້ສະໝັກ 10 ທ່ານ (ຂີດອອກ 3 ທ່ານ).
3. ແຂວງ ຫຼວງນ້ຳທາ: ຜູ້ສະໝັກ 10 ທ່ານ (ຂີດອອກ 3 ທ່ານ).
4. ແຂວງ ອຸດົມໄຊ: ຜູ້ສະໝັກ 11 ທ່ານ (ຂີດອອກ 3 ທ່ານ).
5. ແຂວງ ບໍ່ແກ້ວ: ຜູ້ສະໝັກ 10 ທ່ານ (ຂີດອອກ 3 ທ່ານ).
6. ແຂວງ ຫຼວງພະບາງ: ຜູ້ສະໝັກ 14 ທ່ານ (ຂີດອອກ 4 ທ່ານ).
7. ແຂວງ ໄຊຍະບູລີ: ຜູ້ສະໝັກ 13 ທ່ານ (ຂີດອອກ 4 ທ່ານ).
8. ແຂວງ ຫົວພັນ: ຜູ້ສະໝັກ 10 ທ່ານ (ຂີດອອກ 3 ທ່ານ).
9. ແຂວງ ຊຽງຂວາງ: ຜູ້ສະໝັກ 10 ທ່ານ (ຂີດອອກ 3 ທ່ານ).
10. ແຂວງ ວຽງຈັນ: ຜູ້ສະໝັກ 14 ທ່ານ (ຂີດອອກ 4 ທ່ານ).
11. ແຂວງ ບໍລິຄຳໄຊ: ຜູ້ສະໝັກ 10 ທ່ານ (ຂີດອອກ 3 ທ່ານ).
12. ແຂວງ ຄຳມ່ວນ: ຜູ້ສະໝັກ 14 ທ່ານ (ຂີດອອກ 4 ທ່ານ).
13. ແຂວງ ສະຫວັນນະເຂດ: ຜູ້ສະໝັກ 28 ທ່ານ (ຂີດອອກ 7 ທ່ານ).
14. ແຂວງ ສາລະວັນ: ຜູ້ສະໝັກ 14 ທ່ານ (ຂີດອອກ 4 ທ່ານ).
15. ແຂວງ ຈຳປາສັກ: ຜູ້ສະໝັກ 20 ທ່ານ (ຂີດອອກ 5 ທ່ານ).
16. ແຂວງ ເຊກອງ: ຜູ້ສະໝັກ 10 ທ່ານ (ຂີດອອກ 3 ທ່ານ).
17. ແຂວງ ອັດຕະປື: ຜູ້ສະໝັກ 10 ທ່ານ (ຂີດອອກ 3 ທ່ານ).
18. ແຂວງ ໄຊສົມບູນ: ຜູ້ສະໝັກ 10 ທ່ານ (ຂີດອອກ 3 ທ່ານ).
ວິທີການຂີດ:
ເມື່ອໄດ້ຮັບບັດເລືອກຕັ້ງແລ້ວ, ໃຫ້ກວດເບິ່ງລາຍຊື່ຜູ້ສະໝັກ.
ແລ້ວໃຫ້ “ຂີດຂ້າ” ລາຍຊື່ ສສຊ ຜູ້ທີ່ທ່ານ “ບໍ່ມັກອອກ” ຕາມຈຳນວນທີ່ລະບຸໄວ້ຂ້າງເທິງຂອງແຕ່ລະເຂດເລືອກຕັ້ງ, ໂດຍໃຫ້ໃຊ້ບິກຂີດຍາວ ແຕ່ນ້ຳເບີ ຈົນສຸດຊື່ ແລະ ນາມສະກຸນ.
ຫ້າມຂີດໝາຍຕິກ, ຂີດໝາຍກາ ແລະ ຂີດເປີະເປື້ອນ (ໃຫ້ຂີດຍາວແຕ່ເລກລຳດັບ ຮອດນາມສະກຸນເທົ່ານັ້ນ).
ຖ້າເຮົາຂີດຜິດ ນັ້ນສະແດງວ່າ ບັດນັ້ນເປັນບັດຕາຍ ເຮົາຕ້ອງສົ່ງບັດທີ່ຂີດຜິດນັ້ນຄືນໃຫ້ຄະນະຮັບຜິດຊອບ ແລ້ວໄປຂໍບັດລົງຄະແນນເລືອກຕັ້ງ ໃບໃໝ່ນຳຄະນະກຳມະການເລືອກຕັ້ງ.
ຫຼັງຈາກນັ້ນ ໃຫ້ນຳບັດໄປປ່ອນລົງຫີບໃຫ້ຖືກຕ້ອງ, ບັດລົງຄະແນນສຽງເລືອກ ສສຊ ໃຫ້ປ່ອນໃສ່ຫີບ ສສຊ ສ່ວນບັດລົງຄະແນນສຽງເລືອກ ສສຂ ກໍ່ໃຫ້ນຳໄປປ່ອນໃສ່ຫີບ ສສຂ
.
“ວັນອາທິດ ວັນທີ 22 ກຸມພານີ້ ຢ່າລືມໄປໃຊ້ສິດເລືອກຕັ້ງຢ່າງພ້ອມພຽງກັນເດີ!”
Lao Youth Radio FM90MHz