ກ້ອຍ – ລາບ ມີຄວາມແຕກຕ່າງກັນແນວໃດ?

ກ້ອຍ ແລະ ລາບ ແມ່ນອາຫານພື້ນເມືອງຂອງລາວທີ່ໄດ້ຮັບຄວາມນິຍົມ ແຕ່ຫຼາຍຄົນອາດຈະສັບສົນກ່ຽວກັບຄວາມແຕກຕ່າງລະຫວ່າງສອງຢ່າງນີ້ ທັງສອງເມນູນີ້ແມ່ນສ່ວນໜຶ່ງຂອງມໍລະດົກທາງວັດທະນະທຳການກິນຂອງລາວ ທີ່ສະທ້ອນເຖິງຄວາມອຸດົມສົມບູນ ແລະ ຄວາມຫຼາກຫຼາຍຂອງອາຫານລາວດັ້ງເດີມ, ມາຮູ້ຈັກຄວາມແຕກຕ່າງ ຂອງສອງຢ່າງນີ້.

ລັກສະນະລວມຂອງ “ລາບ” ຄືການນຳຊີ້ນຫຼືປາມາຟັກ (ສັບ) ໃຫ້ລະອຽດແລ້ວນຳໄປປຸງດ້ວຍລົດຊາດເຜັດ, ເຄັມ ແລະ ສົ້ມ ຫຼື ຂົມ ສ່ວນຜັກ ແລະ ເຄື່ອງສະໝຸນໄພ ເຊັ່ນ: ເຂົ້າຂົ້ວ, ໃບໝາກກູດ, ຫອມແດງ, ກະທຽມ, ໝາກແຂ່ນ, ຂິງ, ຂ່າ, ຫົວສີໄຄ, ຜັກຫອມ, ຕົ້ນຫອມ, ຜັກຫອມປ້ອມ (ຫອມເປ), ຫອມລາບ, ຜັກໃບເລື່ອຍ ຫຼື ເຄື່ອງສະໝຸນໄພອື່ນໆນັ້ນກໍ່ແລ້ວແຕ່ສູດຂອງແຕ່ລະຄົນ.

ລັກສະນະຂອງ “ກ້ອຍ” ເຊິ່ງພົບວ່າ ຄຳວ່າ “ກ້ອຍ” ອາດຈະໃຊ້ປາຫຼືຊີ້ນກໍໄດ້ ເຊີງເປັນສ່ວນປະກອບລັກຂອງຄຳວ່າກ້ອຍ ໂດຍຈະນຳເອົາຊີ້ນປາ ມາຊ່ອຍເປັນຕ່ອນນ້ອຍໆບາງໆ ຕາມແບບທີ່ເຮົາຕ້ອງການແລ້ວ ກໍ່ຈະມີສະໝຸນໄພປະກອບໃສ່ເຊັ່ນວ່າ ຫອມລາບ, ຫອມປ້ອມ, ຫອມບົ່ວ, ໝາກເຜັດ, ໝາກນາວ-ເຂົ້າຂົ້ວ ແລະ ອື່ນໆ.

ທ່ານເດ່ ຄິດວ່າມັນມີຄວາມແຕກຕ່າງກັນແນວໃດອີກ?

Related Articles

[td_block_social_counter facebook="#" youtube="#" tiktok="#"]
- Advertisement -spot_img

Latest Articles