ລາວ – ກຳປູເຈຍ ລົງນາມ 7 ຂໍ້ກຳນົດ ສົ່ງເສີມຮ່ວມມືຂ້າມຊາດ

ພິທີເຊັນບົດບັນທຶກກໍານົດເລວທາງຄົມມະນາຄົມ ລາວ-ກໍາປູເຈຍ ໃນວັນທີ 13 ກຸມພາ 2026 ທີ່ຫ້ອງວ່າການ ແຂວງອັດຕະປື, ສອງຝ່າຍໄດ້ຈັດພິທີເຊັນບົດບັນທຶກກໍານົດເລວທາງຄົມມະນຄົມລາວ-ກໍາປູເຈຍ ຢ່າງເປັນທາງການ.

ຄະນະຜູ້ແທນຝ່າຍລາວນໍາໂດຍ ທ່ານ ແສງລາສີ ເທສະທານີ ຮອງຫົວໜ້າຫ້ອງການຄະນະກຳມະການຊາຍແດນແຫ່ງຊາດ, ຂະໜາດກັບຄະນະຜູ້ແທນຝ່າຍກຳປູເຈຍ ນໍາໂດຍ ທ່ານ ວາສິມ ສໍຢາ, ຜູ້ຊ່ວຍລັດຖະມົນຕີກະຊວງໂຍທາທິການ ແລະ ຂົ່ນສົ່ງ ຂອງຣາຊະອານາຈັກກໍາປູເຈຍ.

ສອງຝ່າຍໄດ້ລົງນາມຕົກ​ລົງເຊັນບົດບັນທຶກກຳ​ນົດເລວທາງຄົມມະນະຄົມເຊື່ອມຈອດ ລາວ-ກໍາປູເຈຍ ລະຫວ່າງ ແຂວງອັດຕະປື ແລະ ແຂວງລັດຕະນະຄີລີ ແຫ່ງຣາຊະອານາຈັກກຳປູ ເຈຍ,​ເນື້ອໃນບົດບັນທຶກມີຢູ່ວ່າ:

1. ສອງຝ່າຍໄດ້ສະແດງຄວາມພໍໃຈຕໍ່ຜົນການດໍາເນີນງານ ແລະ ຊື່ນຊົມຕໍ່ການກວດກາຮ່ວມກັນໃນພື້ນຕົງຈິງທີ່ ໄດ້ຈັດຂຶ້ນໃນວັນທີ 12 ກຸມພາ 2026 ເພື່ອກຳນົດທີ່ເສັ້ນທາງເຊື່ອມຕໍ່ລະຫວ່າງ ແຂວງອັດຕະປື (ສປປ ລາວ) ແລະ ແຂວງຣັດຕະນະກິຣິ (ຣາຊະອານາຈັກ ກຳປູ ເຈຍ) ບໍລິເວນຫຼັກໝາຍຊາຍແດນເລກ 141 ຕາມຄໍາພິກັດ,​ ໃນນີ້:

– ຝ່າຍລາວ: E = 770123 N = 1620146 H = 729,​

– ຝ່າຍກໍາປູເຈຍ: E = 770129 N = 1620145 H = 728

ຄ່າພິ​ກັດທີ່ໄດ້ຕົກລົງຮ່ວມກັນນີ້ ຈະບໍ່ສົ່ງຜົນກະທົບຕໍ່ເສັ້ນຊາຍແດນໃນປັດຈຸບັນ​ບັນ.

2. ການລົງນາມມີຈຸດປະສົງເພື່ອເພີ່ມທະວີ, ຮັດແໜ້ນສາຍພົວພັນມິດຕະພາບ, ແລະສະໜັບສະໜຸນການຊ່ວຍເຫຼືອຂ້າມຊາດ.

3. ສອງຝ່າຍຈະສຶກສາເປັນໄປໄດ້ ລວມທັງການສໍາຫຼວດພູມສັນຖານ ແລະການສ້າງເສັ້ນທາງເຊື່ອມຕໍ່ຢ່າງສະດວກ.

4. ສອງຝ່າຍຈະພິຈາລະນາການຈັດຕັ້ງກົນໄກປະ​ສານງານ ແລະແຈ້ງໃຫ້ກັນໃນເວລາທີ່ເໝາະສົມ.

5. ສອງຝ່າຍຈະພິຈາລະນາສະຖານທີ່ອື່ນ ແລະສົ່ງເສີມໃຫ້ການສໍາຫຼວດຕໍ່ໄປ.

6. ສອງຝ່າຍຈະລາຍງານຜົນການປະຊຸມໃຫ້ລັດຖະບານຂອງທັງສອງຝ່າຍ.

7. ການຈັດການປະຊຸມຄັ້ງຕໍ່ໄປຈະເຮັດໃນເວລາທີ່ເໝາະສົມ ຝ່າຍກຳປູເຈຍເປັນເຈົ້າພາບ.

ຜົນສຳເລັດ

ການລາຍນາມ MOU ຄືການສະແດງໃຫ້ເຫັນວ່າ ສາຍພົວພັນມິດຕະພາບ ລາວ-ກໍາປູເຈຍ ແລະການຮ່ວມມືທາງຄົມມະນຄົມໄດ້ຂະຫຍາຍເພື່ອເພີ່ມປະສິດທິຜົນ, ພ້ອມກັບການສະໜັບສະໜຸນການຂະຫຍາຍເສັ້ນທາງດ້ານພື້ນຖານ, ພະລັງງານ ແລະເສດຖະກິດ ເພື່ອປັບປຸງຊີວິດຄົນໃນພື້ນທີ່ຕິດຊາຍແດນ.

ທີ່ມາ: Medialaos

Related Articles

[td_block_social_counter facebook="#" youtube="#" tiktok="#"]
- Advertisement -spot_img

Latest Articles