“ເປັນຫຍັງລູກດື້ແຕ່ກັບແມ່?” ຄວາມຈິງທີ່ໜ້າຮັກ ທີ່ແມ່ຕ້ອງຮູ້

ເຄີຍສົງໄສບໍ່? ຢູ່ໂຮງຮຽນຄູກໍຍ້ອງຍໍ, ຢູ່ກັບພໍ່ເຖົ້າແມ່ເຖົ້າກໍເປັນເດັກຄຳຮູ້, ຢູ່ກັບພໍ່ກໍມ່ວນຊື່ນ… ແຕ່ພໍເຫັນໜ້າ “ແມ່” ຍ່າງເຂົ້າປະຕູມາປຸບ ນ້ຳຕາແຕກ, ເອົາແຕ່ໃຈ ແລະ ດື້ຂຶ້ນມາທັນທີ

ຢ່າຟ້າວເສຍໃຈ ຫຼື ຄິດວ່າເຮົາລ້ຽງລູກບໍ່ດີ ເພາະຄວາມຈິງແລ້ວມັນມີເຫດຜົນທີ່ເລິກເຊິ່ງກວ່ານັ້ນ:

1. ແມ່ຄື “Safe Zone” ຫຼື ພື້ນທີ່ປອດໄພທີ່ສຸດ

ສຳລັບເດັກນ້ອຍ ການອອກໄປໃຊ້ຊີວິດຂ້າງນອກ ຫຼື ຢູ່ກັບຄົນອື່ນ ເຂົາຕ້ອງໃຊ້ພະລັງງານຫຼາຍໃນການ “ຄວບຄຸມອາລົມ” ແລະ ເຮັດໂຕໃຫ້ເປັນເດັກດີ. ແຕ່ເມື່ອຢູ່ກັບແມ່ ເຂົາຮູ້ສຶກ ປອດໄພ 100% ທີ່ຈະປົດປ່ອຍທຸກຄວາມຮູ້ສຶກທີ່ອັດອັ້ນອອກມາ ໂດຍບໍ່ຕ້ອງຢ້ານວ່າຈະຖືກຮັກໜ້ອຍລົງ.

2. ພັດທະນາການທາງອາລົມ

ການທີ່ລູກໄຫ້ໃສ່ແມ່ມັນຄືການ “ລະບາຍຄວາມຄຽດ”. ຫຼັງຈາກທີ່ຕ້ອງອົດທົນມາທັງເວັນ ແມ່ຄືຄົນດຽວທີ່ເຂົາໄວ້ໃຈທີ່ສຸດທີ່ຈະສະແດງຄວາມອ່ອນແອ, ຄວາມໂກດ ຫຼື ຄວາມເມື່ອຍລ້າອອກມາ.

3. ມັນຄືສັນຍະລັກຂອງ “ຄວາມຮັກທີ່ບໍ່ມີເງື່ອນໄຂ”

ລູກຮູ້ວ່າ ບໍ່ວ່າເຂົາຈະອາລະວາດປານໃດ ແມ່ກໍຍັງຈະກອດ ແລະ ຮັກເຂົາສະເໝີ. ການທີ່ເຂົາ “ດື້” ໃສ່ແມ່ ມັນຄືສຽງບອກຮັກໃນແບບເດັກນ້ອຍວ່າ: “ລູກເຊື່ອໃຈແມ່ທີ່ສຸດໃນໂລກເລີຍ”

ເຄັດລັບຮັບມືສຳລັບແມ່:

1. ຫາຍໃຈເຂົ້າເລິກໆ: ບອກໂຕເອງວ່າ “ລູກຮັກເຮົາ, ລູກໄວ້ໃຈເຮົາ”.

2. ກອດປອບໃຈ: ບາງຄັ້ງເຂົາບໍ່ໄດ້ຢາກໄດ້ຂອງຫຼິ້ນ, ແຕ່ຢາກໄດ້ອ້ອມກອດທີ່ອົບອຸ່ນ.

3. ຮັບຟັງອາລົມ: ປ່ອຍໃຫ້ເຂົາໄຫ້ໃຫ້ສຸດ ແລ້ວຄ່ອຍໆລົມກັນດ້ວຍເຫດຜົນ.

ສະຫຼຸບ: ຖ້າລູກດື້ແຕ່ກັບແມ່…ເຈົ້າໄດ້ເຮັດໜ້າທີ່ “ແມ່” ໄດ້ດີ ຈົນລູກມອບຄວາມໄວ້ໃຈໃຫ້ເປັນໂລກທັງໃບຂອງເຂົາແລ້ວ.

ທີ່ມາ: theAsianparent Thailand

Related Articles

[td_block_social_counter facebook="#" youtube="#" tiktok="#"]
- Advertisement -spot_img

Latest Articles