ພາຍຫຼັງຢຶດອໍານາດທົ່ວປະເທດ ແລະ ສະຖາປະນາ ເປັນປະເທດສາທາລະນະປະຊາທິປະໄຕ ປະຊາຊົນລາວ ວັນທີ 2 ທັນວາ 1975 ຢ່າງເປັນທາງການ ພັກໄດ້ກາຍເປັນພັກກຳອຳນາດນຳພາຮອບດ້ານ ໃນທົ່ວສັງຄົມ ຊຶ່ງຮຽກຮ້ອງໃຫ້ວຽກງານກວດກາຕ້ອງໄດ້ເປີດກວ້າງ ບໍ່ພຽງແຕ່ກວດກາພາຍໃນພັກເທົ່ານັ້ນ ຫາກຍັງຕ້ອງຕິດຕາມ-ກວດກາທັງໝົດການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ-ສັງຄົມ. ດັ່ງນັ້ນ, ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ II ປີ 1980 ຈິ່ງກໍານົດວ່າ: “ຕ້ອງຈັດຕັ້ງອົງການກວດກາຂຶ້ນທັນທີ ເພື່ອຊ່ວຍສູນກາງພັກ, ລັດຖະບານ ແລະ ສະພາປະຊາຊົນສູງສຸດ ໃນການກວດກາການປະຕິບັດມະຕິຂອງພັກ, ກົດໝາຍ ແລະ ຂໍ້ກໍານົດຕ່າງໆຂອງລັດ”. ອີງໃສ່ຈິດໃຈມະຕິດັ່ງກ່າວ, ສູນກາງພັກ, ຄະນະປະຈໍາສະພາປະຊາຊົນສູງສຸດ ແລະ ສະພາລັດຖະມົນຕີແຫ່ງ ສປປ ລາວ ໄດ້ຮ່ວມອອກດໍາລັດ ເລກທີ 02, ລົງວັນທີ 16 ກຸມພາ 1982, ກໍານົດໃຫ້ສ້າງຕັ້ງຄະນະກຳມະການກວດກາພັກ-ລັດຂຶ້ນ ທັງຢູ່ຂັ້ນສູນກາງ, ແຂວງ, ເມືອງ ແລະ ໃຫ້ແບ່ງກຳມະການພັກຂັ້ນຂອງຕົນຮັບຜິດຊອບ. ອີງໃສ່ດໍາລັດສະບັບດັ່ງກ່າວ ຮອດປີ 2012 ກົມການເມືອງສູນກາງພັກ ໄດ້ມີມະຕິຕົກລົງຮັບຮອງເອົາວັນທີ 16 ກຸມພາ 1982 ເປັນວັນສ້າງອົງການກວດກາພັກ-ລັດ ແຫ່ງ ສປປ ລາວ ຢ່າງເປັນທາງການ.
ຊົມເຊີຍ ວັນສ້າງຕັ້ງອົງການກວດກາພັກ-ລັດ: “ກວດກາທົ່ວເຖິງ ເລິກເຊິ່ງ ໂປ່ງໃສ ແກ້ໄຂບັນຫາຖືກຕ້ອງ ເດັດຂາດ ທັນການ ແລະ ເປັນທໍາ”