ພິທີເຊັນເອກະສານແລກປ່ຽນຮ່ວມກັບ ກອງເລຂາຄະນະກໍາມະທິການແມ່ນໍ້າຂອງສາກົນ (MRC) ພາຍໃຕ້ໂຄງການຊ່ວຍເຫຼືອໃນ “ໂຄງການເສີມສ້າງການຈັດການຄຸນນະພາບນໍ້າໃນອ່າງແມ່ນໍ້າຂອງຕອນລຸ່ມ
ໃນວັນທີ 9 ກຸມພາ ທີ່ຜ່ານມາ, ທີ່ນະຄອນຫຼວງວຽງຈັນ, ພະນະທ່ານ ໂຄອິຊຶມິ ຊຶໂຕະມຸ, ເອກອັກຄະຣາຊະທູດວິສາມັນຜູ້ມີອໍານາດເຕັມແຫ່ງປະເທດຍີ່ປຸ່ນ ປະຈໍາ ສປປ ລາວ ໄດ້ເຊັນສັນຍາເອກະສານແລກປ່ຽນຮ່ວມກັບ ທ່ານ ນາງ ບຸດສະດີ ສັນຕິພິທັກ, ຫົວໜ້າກອງເລຂາຄະນະກໍາມະທິການແມ່ນໍ້າຂອງສາກົນ ໃນໂຄງການເສີມສ້າງການຈັດການຄຸນນະພາບນໍ້າໃນອ່າງແມ່ນໍ້າຂອງຕອນລຸ່ມ” (ມູນຄ່າການສະໜັບສະໜຸນ 424 ລ້ານເຢັນ).
ໃນຂົງເຂດແມ່ນໍ້າຂອງຕອນລຸ່ມ ທີ່ກວມເອົາ ລາດຊະອານາຈັກກໍາປູເຈຍ, ສປປ ລາວ, ລາດຊະອານາຈັກໄທ ແລະ ສສ ຫວຽດນາມ ຕ່າງກໍ່ປະສົບຄວາມສໍາເລັດທາງເສດຖະກິດຢ່າງເຂັ້ມແຂງ.
ແຕ່ເຖິງຢ່າງໃດກໍ່ຕາມ ບັນດາປະເທດເຫຼົ່ານີ້ກໍາລັງພົບພໍ້ກັບຜົນກະທົບດ້ານລົບທີ່ເກີດມາຈາກການເສື່ອມໂຊມດ້ານຄຸນນະພາບຂອງນໍ້າ ທີ່ກ່ຽວພັນກັບການພັດທະນາບໍ່ແຮ່, ການພັດທະນາອຸດສາຫະກໍາທີ່ວ່ອງໄວ ແລະ ການປ່ອຍນໍ້າເສຍ. ຄຸນນະພາບຂອງນໍ້າມີຄວາມເຊື່ອມໂຍງໂດຍກົງກັບສຸຂະພາບ ແລະ ການດໍາລົງຊີວິດຂອງປະຊາຊົນ ໂດຍສະເພາະກໍ່ແມ່ນນໍ້າດື່ມ, ການກະສິກໍາ, ການປະມົງ ແລະ ການທ່ອງທ່ຽວ.
ດ້ວຍເຫດນັ້ນ, ການເສີມສ້າງມາດຕະການເພື່ອປັບປຸງຄຸນນະພາບນໍ້າຜ່ານການຮ່ວມມືລະຫວ່າງບັນດາປະເທດແມ່ນໍ້າຂອງຕອນລຸ່ມຈຶ່ງກາຍເປັນສິ່ງທ້າທາຍອີກອັນໜຶ່ງ.
ໂຄງການດັ່ງກ່າວນີ້ມີເປົ້າໝາຍໃນການສະໜັບສະໜຸນການພັດທະນາເສດຖະກິດແບບຍືນຍົງ ຂອງພາກພື້ນແມ່ນໍ້າຂອງໂດຍການເສີມສ້າງສັກກະຍະພາບໃນການສໍາຫຼວດ ແລະ ຈັດການຄຸນນະພາບນໍ້າໃນສີ່ປະເທດ ລາວ, ໄທ, ກຳປູເຈຍ, ຫວຽດນາມ ແລະ ສ້າງຮາກຖານສໍາລັບຄວາມຮ່ວມມືລະຫວ່າງປະເທດໂດຍຜ່ານການຈັດຫາອຸປະກອນສໍາຫຼັບການກວດສອບຄຸນນະພາບນໍ້າ ແລະ ການຫຼຸດມົນລະພິດໄປຈົນເຖິງການຊ່ວຍເຫຼືອດ້ານເຕັກນິກທີ່ກ່ຽວພັນກັບຄວາມອາດສາມາດໃນການຈັດການຄຸນນະພາບນໍ້າ.
ໂຄງການດັ່ງກ່າວນີ້ສະແດງໃຫ້ເຫັນເຖິງການຮ່ວມມືໃນດ້ານການຈັດການຊັບພະຍາກອນນໍ້າ ແລະ ລົດຄວາມສ່ຽງຈາກໄພພິບັດ ດັ່ງທີ່ໄດ້ລະບຸໄວ້ໃນ “ຍຸດທະສາດການຮ່ວມມື ແມ່ນໍ້າຂອງ-ຍີ່ປຸ່ນ 2024” ເພື່ອສະໜັບສະໜຸນຄວາມພະຍາຍາມໃນການຈັດການນໍ້າຂ້າມຊາຍແດນ.
ທີ່ມ່: ສະຖານທູດຍີ່ປຸ່ນ ປະຈຳລາວ