ອະນາຄົດ ລາວຕ້ອງສ້າງວິສະວະກອນພາຍໃນປະເທດ ສາມາດເປັນເຈົ້າການໃນການອອກແບບ ແລະ ກໍ່ສ້າງເຂື່ອນໄຟຟ້າໄດ້ດ້ວຍໂຕເອງ

ໃນຕອນເຊົ້າ ວັນທີ 11 ກຸມພາ 2026 ທ່ານ ມະໄລທອງ ກົມມະສິດ, ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ (MOIC) ໄດ້ໃຫ້ກຽດລົງຢ້ຽມຢາມ ສຳນັກງານງານໃຫຍ່ ສະມາຄົມເຂື່ອນລາວ (ສຂລ) ເພື່ອຮັບຟັງການລາຍງານຜົນງານ ແລະ ປຶກສາຫາລືກ່ຽວກັບວຽກງານຄຸ້ມຄອງ ຄວາມປອດ ຂອງເຂື່ອນ ປະກອບສ່ວນໃຫ້ການພັດທະນາພະລັງງານໄຟຟ້າໃຫ້ມີຄວາມປອດໄພ ແລະ ຍືນຍົງ.

ທ່ານ ລັດຖະມົນຕີ ໄດ້ກ່າວສະແດງຄວາມຊົມເຊີຍຕໍ່ຜົນສຳເລັດ ແລະ ການເຕີບໃຫຍ່ຂະຫຍາຍຕົວຂອງສະມາຄົມ ນັບຕັ້ງແຕ່ປີ 2021 ເປັນຕົ້ນມາ. ໂດຍສະເພາະແມ່ນການສ້າງຜົນງານດ້ານວິຊາການທີ່ເປັນປະໂຫຍດ ເຊັ່ນ: “ວັດຈະນານຸກົມວິສະວະກຳເຂື່ອນ”

ແລະ ຄູ່ມືເຕັກນິກຕ່າງໆ ເຊິ່ງຖືເປັນພື້ນຖານທີ່ສຳຄັນໃຫ້ແກ່ການສຶກສາຂອງຄົນລຸ້ນຫຼັງ.

ພ້ອມກັນນັ້ນ, ທ່ານຍັງໄດ້ຕີລາຄາສູງຕໍ່ບົດບາດຂອງສະມາຄົມ ໃນການເປັນເວທີແລກປ່ຽນຄວາມຮູ້ ແລະ ຍົກລະດັບມາດຕະຖານຄວາມປອດໄພເຂື່ອນ ຢູ່ ສປປ ລາວ ໃຫ້ເປັນທີ່ຍອມຮັບໃນລະດັບສາກົນ ໂດຍການເຂົ້າເປັນພາຄີ ອົງການຄວາມປອດໄພເຂື່ອນສາກົນ ICOLD. ການລົງຢ້ຽມຢາມຄັ້ງນີ້ ຍັງມີຈຸດປະສົງເພື່ອ “ຮັບຟັງ ແລະ ຮຽນຮູ້” ສະພາບຄວາມເປັນຈິງ ແລະ ສິ່ງທ້າທາຍຈາກບັນດານັກວິຊາການໂດຍກົງ.

ທ່ານ ລັດຖະມົນຕີ ຍັງໄດ້ເນັ້ນໜັກທັດສະນະການເຮັດວຽກແບບປຶກສາຫາລື ແລະ ການສ້າງຄູ່ຮ່ວມງານຍຸດທະສາດ ລະຫວ່າງ ພາກລັດ ແລະ ສະມາຄົມ ໂດຍມີປະເດັນສຳຄັນດັ່ງນີ້:

1) ການເປັນເຈົ້າການຂອງຄົນລາວ: ເນັ້ນການສ້າງໃຫ້ນັກວິສະວະກອນລາວ ສາມາດເປັນເຈົ້າການໃນການອອກແບບ ແລະ ກໍ່ສ້າງເຂື່ອນໄດ້ດ້ວຍຕົນເອງໃນອະນາຄົດ.

2) ມາດຕະຖານຄວາມປອດໄພ: ຢືນຢັນວ່າ ສະມາຄົມເຂື່ອນລາວ ແມ່ນຄູ່ຮ່ວມງານທີ່ສຳຄັນໃນການຊ່ວຍພາກລັດ ກວດກາ ແລະ ຍົກມາດຕະຖານເຂື່ອນໄຟຟ້າໃຫ້ມີຄວາມປອດໄພສູງສຸດ.

3) ການຮ່ວມມືຢ່າງໃກ້ຊິດ: ເປີດກວ້າງໃຫ້ມີການແລກປ່ຽນຄຳຄິດເຫັນຢ່າງກົງໄປກົງມາ ເພື່ອໃຫ້ກະຊວງອຸດສາຫະກຳ ແລະ ການຄ້າ ແລະ ສະມາຄົມ ສາມາດຮ່ວມມືກັນໄດ້ຢ່າງມີປະສິດທິຜົນ.

ການຢ້ຽມຢາມໃນຄັ້ງນີ້ ຖືເປັນຂີດໝາຍທີ່ສຳຄັນໃນການຮັດແໜ້ນຄວາມສາມັກຄີ ພາຍໃຕ້ຄຳຂວັນທີ່ວ່າ: “ຮ່ວມແຮງຮ່ວມໃຈ, ສ້າງອະນາຄົດແຫ່ງການພັດທະນາເຂື່ອນທີ່ປອດໄພ ແລະ ຍືນຍົງ”

ຂໍ້ມູນ: ຂ່າວສານອຸດສາຫະກຳ ແລະ ການຄ້າ

Related Articles

[td_block_social_counter facebook="#" youtube="#" tiktok="#"]
- Advertisement -spot_img

Latest Articles