ເປືອກທຳມະຊາດ VS ຢາງປລາສະຕິກ ທຳມະຊາດອອກແບບມາດີແລ້ວ ເປັນຫຍັງຈຶ່ງເອົາພລາສຕິກມາຫຸ້ມຫໍ່ອີກ

ເຈົ້າເຄີຍສັງເກດບໍ່? ເວລາເຮົາໄປຊຸບເປີມາເກັດ ຫຼື ຕະຫຼາດເຮົາມັກຈະເຫັນໝາກກ້ວຍ ສົ້ມ ຫຼື ສາລີ ທີ່ຖືກຫຸ້ມຫໍ່ດ້ວຍ “ຢາງປລາສສະຕິກ” ອີກຊັ້ນໜຶ່ງ ທັງໆທີ່ພວກມັນມີ “ເປືອກ” ທີ່ທຳມະຊາດອອກແບບມາໃຫ້ປົກປ້ອງໂຕເອງຢູ່ແລ້ວ !

ເປືອກທຳມະຊາດ: ເກາະປ້ອງກັນທີ່ມະຫັດສະຈັນ

ທຳມະຊາດເປັນນັກອອກແບບທີ່ເກັ່ງທີ່ສຸດ ບໍ່ວ່າຈະເປັນເປືອກກ້ວຍ, ເປືອກໝາກພ້າວ ຫຼື ກາບສາລີ ພວກມັນເຮັດໜ້າທີ່:

1. ປ້ອງກັນບໍ່ໃຫ້ເນື້ອໃນແຫ້ງ.

2. ປ້ອງກັນການຊ້ຳຈາກການກະທົບ.

3. ປ້ອງກັນເຊື້ອໂລກ ແລະ ສິ່ງສົກເປິເປື້ອນ.

ແລ້ວເປັນຫຍັງຮ້ານຄ້າຈຶ່ງຍັງຕ້ອງຫໍ່ປລາສະຕິກ?

ເຫດຜົນຫຼັກໆ ບໍ່ແມ່ນພຽງແຕ່ເລື່ອງຄວາມສະອາດ ແຕ່ແມ່ນເລື່ອງຂອງ “ລະບົບຈັດການ”:

1. ຄວາມສະດວກ: ເພື່ອຕິດບາໂຄດ (Barcode) ໃຫ້ຄິດເງິນໄດ້ໄວຂຶ້ນ.

2. ຄວາມສວຍງາມ: ເຮັດໃຫ້ເບິ່ງຄືວ່າ “ສົດ” ໃໝ່ຕະຫຼອດເວລາ.

3. ຫຼຸດການສູນເສຍນ້ຳ: ສຳລັບຜັກບາງຊະນິດທີ່ເປືອກບາງຫຼາຍ ປລາສສະຕິກຈະຊ່ວຍໃຫ້ມັນບໍ່ຫ່ຽວໄວໃນຂະນະຂົນສົ່ງ.

ລາຄາທີ່ໂລກຕ້ອງຈ່າຍ… ມະຫາສານກວ່າທີ່ຄິດ ຄວາມສະດວກສະບາຍນີ້ກາຍເປັນຂີ້ເຫຍື້ອທີ່ໜ້າຢ້ານກົວ. ອົງການສະຫະປະຊາຊາດ (UNEP) ລະບຸວ່າ: “ແຕ່ລະປີ ມີຂີ້ເຫຍື້ອປລາສະຕິກໄຫຼລົງສູ່ແມ່ນ້ຳ ແລະ ມະຫາສະໝຸດສູງເຖິງ 19-23 ລ້ານໂຕນ”

ຂີ້ເຫຍື້ອເຫຼົ່ານີ້ບໍ່ໄດ້ຫາຍໄປໃສ ແຕ່ມັນກາຍເປັນມົນລະພິດໄລຍະຍາວ ທີ່ທຳລາຍລະບົບນິເວດ ແລະ ກັບຄືນມາຫາພວກເຮົາຜ່ານລະບົບຕ່ອງໂສ້ອາຫານ.

ທາງອອກ ແລະ ຄວາມຫວັງໃໝ່

ໃນປັດຈຸບັນ ຫຼາຍປະເທດ (ໂດຍສະເພາະກຸ່ມ EU) ເລີ່ມມີກົດໝາຍທີ່ເຂັ້ມງວດເພື່ອຈຳກັດການໃຊ້ປລາສະຕິກແບບຄັ້ງດຽວຖິ້ມ. ນອກຈາກນີ້, ຍັງມີການພັດທະນາທາງເລືອກໃໝ່ໆເຊັ່ນ:

1. ວັດສະດຸທີ່ຍ່ອຍສະຫຼາຍໄດ້: ເຮັດຈາກທຳມະຊາດ 100%.

2. Edible Coating: ການເຄືອບຜິວໝາກໄມ້ດ້ວຍສານສະກັດຈາກທຳມະຊາດທີ່ກິນໄດ້ ເພື່ອຮັກສາຄວາມສົດໂດຍບໍ່ຕ້ອງໃຊ້ຢາງປລາສະຕິກ.

3. ລະບົບໝູນວຽນ: ການນຳເອົາກະຕ່າ ຫຼື ຖົງຜ້າມາໃຊ້ຊ້ຳ.

ຂໍ້ມູນອ້າງອີງຈາກ: UNEP, European Commission, National Geographic

Related Articles

[td_block_social_counter facebook="#" youtube="#" tiktok="#"]
- Advertisement -spot_img

Latest Articles