ທົ່ວປະເທດມີຜູ້ມີສິດເລືອກຕັ້ງທັງໝົດ 4,764,384 ຄົນ, ໃນນັ້ນມີແມ່ຍິງ 2,384,104 ຄົນ.

ວັນທີ ວັນທີ 12 ກຸມພາ 2026 ທ່ານ ສຈ. ປອ ຈະເລີນ ເຍຍປາວເຮີ, ຮອງປະທານສະພາແຫ່ງຊາດ, ໂຄສົກຄະນະກຳມະການເລືອກຕັ້ງລະດັບຊາດ ຖະແຫຼງຂ່າວ ກ່ຽວກັບການປະກາດຈຳນວນຜູ້ມີສິດເລືອກຕັ້ງ ສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ຊຸດທີ V ວ່າ: ຈຳນວນຜູ້ມີສິດເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V ໃນທົ່ວປະເທດ ມີຈຳນວນລວມທັງໝົດ 4,764,384 ຄົນ, ຍິງ 2,384,104 ຄົນ. ໃນນີ້ຜູ້ມີສິດເລືອກຕັ້ງຢູ່ຕ່າງປະເທດ ທີ່ສາມາດໃຊ້ສິດປ່ອນບັດເລືອກຕັ້ງຕົວຈິງ ມີຈຳນວນ 23,378 ຄົນ, ຍິງ 7,828 ຄົນ.

ຈໍານວນຜູ້ມີສິດເລືອກຕັ້ງສະມາຊິກ ສະພາແຫ່ງຊາດ ຊຸດທີ X ແລະ ສະພາປະ ຊາຊົນຂັ້ນແຂວງ ຊຸດທີ V ໃນແຕ່ລະເຂດເລືອກຕັ້ງ ມີລາຍລະອຽດ ດັ່ງນີ້:

1. ເຂດເລືອກຕັ້ງທີ 1 ນະຄອນຫຼວງວຽງຈັນ ມີຈໍານວນ 679,952 ຄົນ, ຍິງ 339,824 ຄົນ; ໃນນີ້, ລວມທັງຜູ້ມີສິດປ່ອນບັດເລືອກຕັ້ງຢູ່ຕ່າງປະເທດ;

2. ເຂດເລືອກຕັ້ງທີ 2 ແຂວງ ຜົ້ງສາລີ: 124,060 ຄົນ, ຍິງ 65,053 ຄົນ;

3. ເຂດເລືອກຕັ້ງທີ 3 ແຂວງ ຫຼວງນໍ້າທາ: 136,346 ຄົນ, ຍິງ 66,770 ຄົນ;

4. ເຂດເລືອກຕັ້ງທີ 4 ແຂວງ ອຸດົມໄຊ: 228,192 ຄົນ, ຍິງ 111,024 ຄົນ;

5. ເຂດເລືອກຕັ້ງທີ 5 ແຂວງ ບໍ່ແກ້ວ: 132,290 ຄົນ, ຍິງ 65,277 ຄົນ;

6. ເຂດເລືອກຕັ້ງທີ 6 ແຂວງ ຫຼວງພະບາງ: 299,857 ຄົນ, ຍິງ 148,550 ຄົນ;

7. ເຂດເລືອກຕັ້ງທີ 7 ແຂວງ ໄຊຍະບູລີ: 302,711 ຄົນ, ຍິງ 145,856 ຄົນ;

8. ເຂດເລືອກຕັ້ງທີ 8 ແຂວງ ຫົວພັນ: 177,694 ຄົນ, ຍິງ 79,794 ຄົນ;

9. ເຂດເລືອກຕັ້ງທີ 9 ແຂວງ ຊຽງຂວາງ:174,419 ຄົນ, ຍິງ 83,104 ຄົນ;

10. ເຂດເລືອກຕັ້ງທີ 10 ແຂວງ ວຽງຈັນ: 302,420 ຄົນ, ຍິງ 145,862 ຄົນ;

11. ເຂດເລືອກຕັ້ງທີ 11 ແຂວງ ບໍລິຄຳໄຊ: 215,335 ຄົນ, ຍິງ 106,373 ຄົນ;

12. ເຂດເລືອກຕັ້ງທີ 12 ແຂວງ ຄໍາມ່ວນ: 296,137 ຄົນ, ຍິງ 149,036 ຄົນ;

13. ເຂດເລືອກຕັ້ງທີ 13 ແຂວງ ສະຫວັນນະເຂດ: 723,129 ຄົນ, ຍິງ 367,702ຄົນ;

14. ເຂດເລືອກຕັ້ງທີ 14 ແຂວງ ສາລະວັນ: 256,796 ຄົນ, ຍິງ 152,832 ຄົນ;

15. ເຂດເລືອກຕັ້ງທີ 15 ແຂວງ ຈຳປາສັກ: 457,302 ຄົນ, ຍິງ 231,696 ຄົນ;

16. ເຂດເລືອກຕັ້ງທີ 16 ແຂວງ ເຊກອງ: 87,503 ຄົນ, ຍິງ 42,160 ຄົນ;

17. ເຂດເລືອກຕັ້ງທີ 17 ແຂວງ ອັດຕະປື: 111,878 ຄົນ, ຍິງ 54,708, ຄົນ;

18. ເຂດເລືອກຕັ້ງທີ 18 ແຂວງໄຊສົມບູນ: 58,363 ຄົນ, ຍິງ 28,483 ຄົນ.

ທ່ານ ສຈ. ປອ ຈະເລີນ ເຍຍປາວເຮີ ໄດ້ເນັ້ນຢ້ຳວ່າ ວັນທີ 22 ກຸມພາ 2026 ແມ່ນວັນປ່ອນບັດເລືອກຕັ້ງທີ່ມີຄວາມໝາຍສຳຄັນທາງການເມືອງ ແລະ ເປັນການສະແດງສິດປະຊາທິປະໄຕຂອງພົນລະເມືອງລາວ ໃນຖານະເຈົ້າຂອງອຳນາດລັດ.

ພ້ອມກັນນີ້ ໄດ້ເຊີນຊວນຜູ້ມີສິດເລືອກຕັ້ງທຸກຄົນ ອາຍຸ 18 ປີຂຶ້ນໄປ ໃຫ້ອອກໄປໃຊ້ສິດປ່ອນບັດໃຫ້ຄົບຖ້ວນ ເພື່ອໃຫ້ການເລືອກຕັ້ງຄັ້ງນີ້ ປະສົບຜົນສຳເລັດ ແລະ ມີຄວາມໝາຍຕໍ່ການພັດທະນາປະເທດໃນໄລຍະໃໝ່.

ທີ່ມາ: ເສດຖະກິດ-ສັງຄົມ

Related Articles

[td_block_social_counter facebook="#" youtube="#" tiktok="#"]
- Advertisement -spot_img

Latest Articles