ລັດຖະມົນຕີກະຊວງ ຍທຂ ເນັ້ນໃຫ້ແຂວງຊຽງຂວາງ ເລັ່ງສ້ອມແປງເສັ້ນທາງເຊື່ອມຕໍ່ລະຫວ່າງແຂວງ

ວັນທີ 29 ມັງກອນ 2026 ທີ່ພະແນກໂຍທາທິການ ແລະ ຂົນສົ່ງ ແຂວງ ຊຽງຂວາງ ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ຍທຂ ໄດ້ໂອ້ລົມ ໃຫ້ທິດຊີ້ນໍາພະນັກງານຫຼັກແຫຼ່ງ ພະແນກ ຍທຂ ແຂວງຊຽງຂວາງ ເພື່ອສືບຕໍ່ຜັນຂະຫຍາຍວຽກງານການພັດທະນາຂະແໜງ ຍທຂ ໂດຍເນັ້ນບາງບັນຫາ ຄື:

1) ແບບແຜນການນໍາພາ ວິທີເຮັດວຽກ ການແບ່ງງານ ແບ່ງຄວາມຮັບຜິດຊອບ ປະຕິບັດຫຼັກການລວມສູນປະຊາທິປະໄຕ ເພີ່ມທະວີລະບອບປະຊຸມ ສ່ອງແສງລາຍງານປະຈໍາອາທິດ, ປະຈໍາເດືອນ ໃຫ້ດໍາເນີນເປັນປົກກະຕິ;

2) ເພີ່ມທະວີ ການສຶກສາອົບຮົມວຽກງານການເມືອງແນວຄິດ ທົ່ວຂະແໜງ ຍທຂ ແຂວງ ຕິດພັນກັບການສໍາຫຼວດກວດກາ ເຜີຍແຜ່ເຊື່ອມຊືມ ບັນດາເອກະສານສໍາຄັນ ລະບຽບກົດໝາຍທີ່ກ່ຽວຂ້ອງ;

3) ເພີ່ມທະວີວຽກງານນໍາພາ-ຊີ້ນໍາ ວິຊາສະເພາະ ໂດຍສະເພາະວຽກຂົວທາງ ເລັ່ງສ້ອມແປງ ເສັ້ນທາງເຊື່ອມຕໍ່ລະຫວ່າງແຂວງຕໍ່ແຂວງ ເປັນຕົ້ນແມ່ນ ຊຽງຂວາງໄປຫາໄຊສົມບູນ, ຊຽງຂວາງ ຫົວພັນ, ຊຽງຂວາງ ຫຼວງພະບາງ ແລະ ຊຽງຂວາງ-ຊາຍແດນ (ສສ ຫວຽດນາມ);

4) ຍົກລະດັບເຊື່ອມຕໍ່ເສັ້ນທາງຊົນນະບົດ ບັນດາເມືອງຕໍ່ເມືອງ, ເລັ່ງສ້ອມແປງເສັ້ນທາງໃນເທສະບານແຂວງ, ປັບປຸງລະບົບລະບາຍນໍ້າໃນຕົວເມືອງ, ສ້າງຂະບວນການ ປຸກລະດົບຫົວໜ່ວຍທຸລະກິດ ໃຫ້ມີສ່ວນຮ່ວມ;

5) ຕິດຕາມ ຄວບຄຸມນໍ້າໜັກລົດຂົນສົ່ງ, ວຽກງານບູລະນະຮັກສາຂົວ, ເສັ້ນທາງ ທີ່ເປ່ເພເສຍຫາຍ ຖ້າພົບເຫັນໃຫ້ຮີບຮ້ອນຂຶ້ນແຜນສ້ອມແປງ;

6) ຕິດຕາມຄຸນນະພາບວັດສະດຸກໍ່ສ້າງໃຫ້ໄດ້ມາດຕະຖານ, ການຄຸ້ມຄອງການດູດແຮ່-ຊາຍ, ວຽກງານເຄຫາຜັງເມືອງ, ການຄຸ້ມຄອງພາຫະນະການຂັບຂີ່ ວຽກງານຂົນສົ່ງ, ວຽກງານນໍາປະປາ, ແກ້ໄຂ ຜົນກະທົບໄພພິບັດທາງທໍາມະຊາດໃນໄລຍະຜ່ານມາ.

ຂໍ້ມູນ: Lao Economic Daily

Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles