ແຈ້ງການ: ເພີ່ມທະວີຄວາມເອົາໃຈໃສ່ໃນການຮັກສາສິ່ງແວດລ້ອມ ປ້ອງກັນຂີ້ຝຸ່ນ, ຂີ້ໄງ່ຈາກການຂົນສົ່ງ ຕາມເສັ້ນທາງຫຼວງ (ທາງປູດິນດໍາ, ດິນແດງ, ປູຫີນ) ໃນຂອບເຂດຄວາມຮັບຜິດຊອບຂອງຕົນ.

ກະຊວງໂຍທາທິການ ແລະ ຂົນສົ່ງ ຂໍຖືເປັນກຽດແຈ້ງມາຍັງທ່ານພິຈາລະນາຊີ້ນໍາພະແນກ ຍທຂ ແຂວງ ນະຄອນຫຼວງວຽງຈັນ, ບັນດາເມືອງ ເພີ່ມທະວີຄວາມເອົາໃຈໃສ່ໃນການຕິດຕາມກວດກາ ແລະ ລົງຊຸກຍູ້ຕົວຈິງບັນດາຫົວ ຫນ່ວຍທຸລະກິດຂົນສົ່ງ ແລະ ບໍລິສັດຮັບເໝົາກໍ່ສ້າງ ພາຍໃນແຂວງ, ນະຄອນຫຼວງວຽງຈັນ ໃຫ້ເອົາໃຈໃສ່ແທ້ໆຕໍ່ກັບການ ຮັກສາສິ່ງແວດລ້ອມ ປ້ອງກັນຂີ້ຝຸ່ນ, ຂີ້ໄງ່ຈາກການຂົນສົ່ງ ຢູ່ຕາມບັນດາເສັ້ນທາງ ໃນຂອບເຂດຄວາມຮັບຜິດຊອບຂອງຕົນ ໂດຍສະເພາະແມ່ນຕາມເສັ້ນທາງດິນດໍາ, ດິນແດງ, ທາງປູຫີນ ທີ່ມີການຂົນສົ່ງແຮ່ທາດ, ການແກ່ດິນຖົມ, ແກ່ດິນ-ຫີນ-ຊາຍ ເພື່ອຮັບໃຊ້ການກໍ່ສ້າງ ແລະ ການຂົນສົ່ງສິນຄ້າຕ່າງໆຈໍານວນຫຼາຍ ແລະ ເປັນປະຈໍາ ຜ່ານເຂດຊຸມຊົນ ແລະ ບ້ານເຮືອນ ປະຊາຊົນ ຕ້ອງມີການຫົດນໍ້າເປັນປະຈໍາ, ຫຼຸດຜ່ອນຄວາມໄວ ແລະ ຮັກສາໄລຍະຫ່າງ ພໍສົມຄວນໃນການຂົນສົ່ງຂົນສົ່ງ ເພື່ອໃຫ້ໄປຕາມມາດຕະການຫຼຸດຜ່ອນຜົນກະທົບຕ່າງໆ ຕາມຜົນການສຶກສາຜົນກະທົບສິ່ງແວດລ້ອມ-ສັງຄົມ ;

ຖ້າບໍລິສັດໃດ, ລົດຄັນໃດ ບໍ່ປະຕິບັດແມ່ນໃຫ້ເຈົ້າຫນ້າທີ່ກ່ຽວຂ້ອງ ກ່າວເຕືອນດໍາເນີນການປັບໄຫມ ແລະ ຖ້າຍັງສືບຕໍ່ລະເມີດແມ່ນໃຫ້ ປັບໄຫມຫຼາຍຂຶ້ນ ແລະ ກ້າວໄປເຖິງໃຫ້ຢຸດຕິການຂົນສົ່ງ.

ດັ່ງນັ້ນ, ຈຶ່ງແຈ້ງມາຍັງບັນດາທ່ານ ເພື່ອຊາບ ແລະ ປະຕິບັດຕາມເນື້ອໃນຫນັງສືທາງລັດຖະການສະບັບນີ້ ຢ່າງເຂັ້ມງວດ.

ລ່ຍລະອຽດຕາມແຈ້ງການດ້ານລຸ່ມ

Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles