ຕະຫຼາດຣັດເຊຍ ຕ້ອງການກາເຟລາວ ສູງເຖິງ 20ຕູ້ຄອນເທັນເນີຕໍ່ປີ

ທ່ານ ນາງ ຈຳປາທອງ ທະລົງແສງຈັນ ຄະນະບໍລິຫານງານສະມາຄົມນັກທຸລະກິດຍິງ​ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນໃນໂອກາດເຂົ້າຮ່ວມພິທີເປີດງານເທສະການອາຫານລາວ​ ປະຈຳປີ 2026 ໃນວັນທີ 26 ມັງກອນ​ ທີ່ຜ່ານມານີ້ວ່າ: ພວກເຮົາຈະເນັ້ນໜັກເຖິງທ່າແຮງຂອງ ກາເຟລາວ ໂດຍສະເພາະຈາກເຂດພູພຽງບໍລິເວນ (ປາກຊ່ອງ) ທີ່ກຳລັງເປັນທີ່ຕ້ອງການຢ່າງສູງໃນຕະຫຼາດຣັດເຊຍ ເຊິ່ງມີຄວາມຕ້ອງການເຖິງ 20 ຕູ້ຄອນເທນເນີຕໍ່ປີ ແລະ ທີ່ໜ້າຈັບຕາທີ່ສຸດ​ ຄື: ການເຊັນສັນຍາກັບຄູ່ຄ້າປະເທດຍີ່ປຸ່ນ ເພື່ອສ້າງໂຮງງານຂົ້ວກາເຟຂະໜາດໃຫຍ່ ທີ່ນຳໃຊ້ ເຕັກໂນໂລຊີພະລັງງານໄຮໂດຣເຈນ (Hydrogen Energy) ເຊິ່ງການຂົ້ວກາເຟດ້ວຍພະລັງງານສະອາດນີ້ ຈະຊ່ວຍໃຫ້ກາເຟມີກິ່ນຫອມບໍລິສຸດ ໂດຍບໍ່ມີກິ່ນຄວັນໄຟລົບກວນ ແລະ ທີ່ສຳຄັນແມ່ນເປັນເງື່ອນໄຂໃຫ້ສິນຄ້າລາວໄດ້ຮັບການຍົກເວັ້ນພາສີໃນການສົ່ງອອກໄປຍັງສະຫະພາບເອີຣົບ (EU).

ທ່ານ ນາງ ຈຳປາທອງ ໄດ້ກ່າວຕື່ມວ່າ ປັດຈຸບັນ ສປປ ລາວໄດ້ປ່ຽນຈາກປະເທດ Land-locked ມາເປັນປະເທດ Land-linked ດ້ວຍການນຳໃຊ້ລົດໄຟຄວາມໄວສູງ ລາວ-ຈີນ​ ເຊື່ອມຈອດກັບບັນດາປະເທດຕ່າງໆ ປັດຈຸບັນ ສິນຄ້າລາວສາມາດສົ່ງອອກຜ່ານເສັ້ນທາງສາຍໄໝ (Belt and Road Initiative) ຈາກລາວໄປຮອດຄຸນໝິງ ແລະ ຕໍ່ໄປເຖິງລັດເຊຍໄດ້ຢ່າງສະດວກ ແລະ ວ່ອງໄວ ເປີດໂອກາດໃໝ່ໃຫ້ແກ່ນັກທຸລະກິດແມ່ຍິງລາວໃນການນຳເອົາຜະລິດຕະພັນຄຸນນະພາບສູ່ເວທີໂລກ.

ທີ່ມາ: ວຽງຈັນໃໝ່

Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles