ໃນໄລຍະເດືອນ ພະຈິກ 2025 ການເປີດໂຕສະຖານີໃຫຍ່ທີ່ຈຸດພັກລົດເຊໂນ ເປັນພຽງຈຸດເລີ່ມຕົ້ນຂອງພາລະກິດອັນຍິ່ງໃຫຍ່! ມື້ນີ້ “ບຼູດອດ (BlueDot)” ປະກາດວິໄສທັດທີ່ຈະປ່ຽນໂສມໜ້າການເດີນທາງ ແລະ ການຂົນສົ່ງຂອງ ສປປ ລາວ ໄປຕະຫຼອດການ.
ຈາກປັດຈຸບັນທີ່ຄວບຄຸມແລ້ວ 50 ກວ່າສະຖານີ ແລະ ມີຈຳນວນຫົວສາກຫຼາຍທີ່ສຸດໃນລາວ, ບຼູດອດ ພ້ອມແລ້ວທີ່ຈະກ້າວສູ່ເປົ້າໝາຍ 100 ສະຖານີ ໃນອະນາຄົດອັນໃກ້.
ປີ 2026: ເຊື່ອມຕໍ່ທົ່ວທິດ ມິດທົ່ວທາງ ພາຍໃນປີ 2026, ບຼູດອດ ວາງເປົ້າໝາຍທີ່ຈະຂະຫຍາຍສະຖານີໃຫ້ຄອບຄຸມເສັ້ນທາງສາຍເໜືອ ແລະ ເຊື່ອມຕໍ່ແບບ “Border to Border” (ຈາກຊາຍແດນ ສູ່ ຊາຍແດນ). ພາລະກິດຄືການປ່ຽນ ສປປ ລາວ ຈາກປະເທດທີ່ບໍ່ມີທາງອອກສູ່ທະເລ (Land-locked) ໃຫ້ກາຍເປັນ “Land-Linked ສໍາລັບລົດ EV” ຢ່າງແທ້ຈິງ. ບໍ່ວ່າທ່ານຈະຂັບລົດ EV ໄປທ່ອງທ່ຽວ 18 ແຂວງ ຫຼື ຂົນສົ່ງສິນຄ້າຂ້າມປະເທດ ກໍຈະບໍ່ມີຄຳວ່າ “ກັງວົນເລື່ອງແບັດໝົດ” ອີກຕໍ່ໄປ.

Green Logistics: ປະຢັດຕົ້ນທຶນ 10 ເທົ່າ! ສຳລັບພາກທຸລະກິດ, ນີ້ຄືໂອກາດທອງ! ຂໍ້ມູນຈາກ BlueDot ຢືນຢັນວ່າ ການປ່ຽນມາໃຊ້ລົດບັນທຸກໄຟຟ້າ ສາມາດ “ຫຼຸດຜ່ອນຄ່າໃຊ້ຈ່າຍໄດ້ຫຼາຍກວ່າ 10 ເທົ່າ” ເມື່ອທຽບກັບນ້ຳມັນ , ພ້ອມທັງຫຼຸດຄ່າບຳລຸງຮັກສາໄດ້ຢ່າງມະຫາສານ. ການມີໂຄງລ່າງພື້ນຖານທີ່ແຂງແກ່ນຮອງຮັບຕະຫຼອດເສັ້ນທາງ ເໜືອ-ໃຕ້ ຈຶ່ງເປັນກຸນແຈສຳຄັນທີ່ຈະຊ່ວຍ SME ແລະ ຜູ້ປະກອບການລາວຫຼຸດຕົ້ນທຶນ ແລະ ສ້າງກຳໄລໄດ້ຫຼາຍຂຶ້ນ.

Bridging your Home to your Holiday ພາຍໃຕ້ສະໂລແກນ “ເຊື່ອມຕໍ່ທຸກການເດີນທາງ”, ບຼູດອດ ບໍ່ໄດ້ວາງພຽງຕູ້ສາກ ແຕ່ເລືອກວາງໃຫ້ຖືກຈຸດ:
● ສາຍເດີນທາງ: ໃຊ້ຕູ້ 120kW-180kW-400kW ຕາມປ້ຳນ້ຳມັນ ຫຼື ຈຸດສາຍທາງຫຼັກເພື່ອຄວາມໄວ.
● ສາຍທ່ອງທ່ຽວ, ໄລຟ໌ສະໄຕລ໌: ໃຊ້ຕູ້ 40kW ຕາມຮ້ານຄ້າ, ຮ້ານອາຫານ ແລະ ໂຮງແຮມ ເພື່ອໃຫ້ທ່ານໄດ້ໃຊ້ເວລາເຕັມທີ່ກັບການພັກຜ່ອນ ແລະ ສາກລົດໄປໃນເວລາດຽວກັນ.
ອະນາຄົດຂອງການເດີນທາງທີ່ສະອາດ, ປະຢັດ ແລະ ທັນສະໄໝ ມາຮອດແລ້ວ. ບຼູດອດ ພ້ອມທີ່ຈະເປັນພະລັງງານຂັບເຄື່ອນເສດຖະກິດລາວສູ່ຍຸກໃໝ່ຢ່າງຍືນຍົງ.
ປ່ຽນ…ເພື່ອຕົ້ນທຶນທີ່ປະຢັດກວ່າ!
ດາວໂຫຼດແອັບພິເຄຊັນ [ BlueDot ] ທັງລະບົບ Android ແລະ iOS ໄດ້ທີ່:
Android: https://bit.ly/3WMhXo7
ສູນບໍລິການ 24ຊມ: 020 5737 8222 – 020 5738 8222

#BlueDot#BlueDotCharger#ສະຖານີສາກລົດໄຟຟ້າ#LandLinkEV#GreenLogistics#100Stations#BorderToBorder#LaosEV#TrucksEV














