ເຕືອນໄພ! PM2.5 ບໍ່ໄດ້ຈົບແຕ່ທີ່ປອດ… ແຕ່ມັນກຳລັງ “ຈູ່ໂຈມຫົວໃຈ” ຂອງເຈົ້າ!

ຫຼາຍຄົນຄິດວ່າຝຸ່ນລະອຽດ PM2.5 ພຽງເຮັດໃຫ້ແສບດັງ ຫຼື ໄອ… ແຕ່ຄວາມຈິງແລ້ວມັນອັນຕະລາຍກວ່ານັ້ນຫຼາຍ! ມັນຄື “ກ້ອນລວມຄວາມເປິເປື້ອນ” ທີ່ນ້ອຍຈົນສາມາດຊຶມເຂົ້າໄປໃນກະແສເລືອດ ແລະ ເຂົ້າໄປທຳລາຍລະບົບຫົວໃຈໄດ້ໂດຍກົງ! 😱

PM2.5 ຄືຫຍັງ? ເປັນຫຍັງມັນຈຶ່ງເປັນ “ລວມມິດມະຫາໄພ”?

ມັນບໍ່ແມ່ນພຽງຝຸ່ນທຳມະດາ ແຕ່ມັນຄືແກນກາກບອນທີ່ແບກເອົາສິ່ງເຫຼົ່ານີ້ມານຳ:

1. ແກ໊ສພິດ: ຕົ້ນເຫດຂອງອະນຸມູນອິດສະຫຼະ ທຳລາຍຈຸລັງ.

2. ໂລຫະໜັກ: ຊືນ, ບາຫຼອດ, ແຄັດມຽມ… ທີ່ເລັ່ງການອັກເສບຮຸນແຮງ.

3. ສານກໍ່ມະເຮັງ: ກຸ່ມ PAH ທີ່ພ້ອມຈະປ່ຽນຈຸລັງດີໃຫ້ກາຍເປັນຮ້າຍ.

ເສັ້ນທາງການເດີນທາງຂອງ “ນັກຂ້າສາຍເລືອດ”

ເມື່ອເຮົາຫາຍໃຈເອົາ PM2.5 ເຂົ້າໄປ ມັນຈະເຮັດວຽກແບບ 3 ປະສານ:

1. ສັ່ງການສະໝອງ: ກະຕຸ້ນໃຫ້ຮ່າງກາຍຢູ່ໃນພາວະ “ຄຽດຊໍ້າເຮື້ອ” ໂດຍບໍ່ຮູ້ໂຕ.

2. ຫຼອກລະບົບພູມຄຸ້ມກັນ: ເມັດເລືອດຂາວພະຍາຍາມມາກິນຝຸ່ນ ແຕ່ກັບກາຍເປັນການປ່ອຍສານອັກເສບເຂົ້າສູ່ກະແສເລືອດແທນ.

3. ຂີ່ຍານພາຫະນະພິເສດ: ຈຸລັງຕົວອ່ອນເກັດເລືອດຈະ “ກິນ” ຝຸ່ນນີ້ເຂົ້າໄປ ແລ້ວພາຝຸ່ນເຫຼົ່ານີ້ ແລ່ນໄປທົ່ວຮ່າງກາຍ! 🏃‍♂️💨

ກົນໄກ: ຝຸ່ນ PM2.5 ເລັ່ງ “ຫົວໃຈຂາດເລືອດ” ໄດ້ແນວໃດ?

ສຳລັບໃຜທີ່ມີຄາບໄຂມັນໃນເສັ້ນເລືອດຢູ່ແລ້ວ PM2.5 ຈະເຂົ້າໄປຊ້ຳເຕີມດັ່ງນີ້:

1. ເສັ້ນເລືອດຕີບ: ທຳລາຍແກ໊ສທີ່ຊ່ວຍໃຫ້ເສັ້ນເລືອດຂະຫຍາຍຕົວ.

2. ເລັ່ງການອັກເສບ: ເຮັດໃຫ້ໄຂມັນບໍ່ດີກາຍເປັນຊະນິດທີ່ອັນຕະລາຍກວ່າເກົ່າ.

3. ຄາບໄຂມັນໜາຂຶ້ນ: ເຮັດໃຫ້ໄຂມັນສະສົມຢູ່ຜະໜັງເສັ້ນເລືອດໄວຂຶ້ນ.

4. ເລືອດກ້າມງ່າຍ: ເມື່ອຜະໜັງເສັ້ນເລືອດອັກເສບ ແລະ ຈີກຂາດ ລິ່ມເລືອດຈະເກີດຂຶ້ນງ່າຍ ສ່ຽງເຮັດໃຫ້ຫົວໃຈວາຍກະທັນຫັນ! ⚡

ວິທີເອົາຕົວລອດ (ຢ່າປະມາດ!)

ຄວາມຮຸນແຮງຂຶ້ນຢູ່ກັບ ປະລິມານ + ໄລຍະເວລາ + ສຸຂະພາບເດີມ ຂອງແຕ່ລະຄົນ.

ກວດຄ່າຝຸ່ນ: ກ່ອນອອກຈາກບ້ານທຸກຄັ້ງ.

ໃສ່ໜ້າກາກ: ຖ້າຄ່າຝຸ່ນສູງ N95 ຄືທາງເລືອກທີ່ດີທີ່ສຸດ.

ປ້ອງກັນດີກວ່າແກ້: ເຖິງໜ້າກາກທຳມະດາຈະກັນໄດ້ບໍ່ 100% ແຕ່ກໍຍັງດີກວ່າບໍ່ໃສ່ເລີຍ!

ດ້ວຍຄວາມເປັນຫ່ວງ: ຮັກປອດແລ້ວ ຢ່າລືມຮັກຫົວໃຈນຳເດີ້!

ທີ່ມາ: Tensia

Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles