ລາວ – ເຢຍລະມັນ ຈັບມືຕໍ່ສັນຍາ ສະໜັບສະໜູນ ທຶນກວ່າ 18 ລ້ານເອີໂຣ

ລັດຖະບານ ສປປ ລາວ ແລະ ລັດຖະບານ ເຢຍລະມັນ ໄດ້ລົງນາມສືບຕໍ່ຂະຫຍາຍໄລຍະເວລາການຈັດຕັ້ງປະຕິບັດ ໂຄງການປົກປັກຮັກສາ ແລະ ນໍາໃຊ້ລະບົບນິເວດປ່າໄມ້ ແລະ ຊີວະນານາພັນແບບຍືນຍົງ ໃນວັນທີ 16 ມັງກອນ 2026 ທີ່ນະຄອນຫຼວງວຽງຈັນ.

ຂໍ້ຕົກລົງດັ່ງກ່າວ ໄດ້ຮັບທຶນສະໜັບສະໜູນລວມ 18 ລ້ານເອີໂຣ ປະກອບມີ 7 ລ້ານເອີໂຣ ຈາກລັດຖະບານເຢຍລະມັນ ແລະ 11 ລ້ານເອີໂຣ ຈາກສະຫະພາບເອີຣົບ (EU) ເພື່ອດໍາເນີນແຜນງານ TICAF ມຸ່ງເນັ້ນການຄຸ້ມຄອງປ່າໄມ້ແບບຍືນຍົງ ພ້ອມສົ່ງເສີມການມີສ່ວນຮ່ວມຂອງຊຸມຊົນ ໂດຍສະເພາະແມ່ຍິງ ໃນຕ່ອງໂສ້ມູນຄ່າເພີ່ມດ້ານກະສິກໍາ ແລະ ປ່າໄມ້.

ທ່ານ ສີພາພັນ ໄຊສົງຄາມ ໄດ້ເນັ້ນວ່າ ຂໍ້ຕົກລົງນີ້ ສະທ້ອນໃຫ້ເຫັນເຖິງຄວາມມຸ່ງໝັ້ນ ແລະ ການຮ່ວມມືອັນແໜ້ນແຟ້ນ ລະຫວ່າງລາວ–ເຢຍລະມັນ ໃນການບັນລຸເປົ້າໝາຍການພັດທະນາແບບຍືນຍົງ ໂດຍສະເພາະດ້ານການອະນຸລັກຊີວະນານາພັນ.

ຂະນະທີ່ ທ່ານ ບີຢອນ ຊົວບອກ ຫົວໜ້າ GIZ ປະຈໍາ ສປປ ລາວ ກ່າວວ່າ ໂຄງການຈະສືບຕໍ່ເສີມສ້າງຂີດຄວາມສາມາດໃຫ້ແກ່ພາກລັດ ເອກະຊົນ ແລະ ອົງການສັງຄົມ ເພື່ອໃຫ້ປະຊາຊົນລາວໄດ້ຮັບຜົນປະໂຫຍດຢ່າງຍືນຍົງຈາກຊັບພະຍາກອນທໍາມະຊາດ.

ໂຄງການນີ້ ຈະດໍາເນີນຢູ່ 6 ແຂວງ ຄື: ວຽງຈັນ, ຄໍາມ່ວນ, ຫົວພັນ, ໄຊຍະບູລີ, ຫຼວງພະບາງ ແລະ ອຸດົມໄຊ ໂດຍຈະສືບຕໍ່ຈົນເຖິງເດືອນມິຖຸນາ 2027.

ທີ່ມາ: ວຽງຈັນໃໝ່

Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles