ໃນຍຸກສະໄໝທີ່ການປ່ຽນວຽກເປັນເລື່ອງປົກກະຕິ ເລື່ອງລາວຂອງ Grace Marion ປຽບເໝືອນແສງສະຫວ່າງທີ່ສະທ້ອນໃຫ້ເຫັນເຖິງ “ພະລັງແຫ່ງຄວາມຕັ້ງໃຈ” ທີ່ຫາໄດ້ຍາກຍິ່ງໃນໂລກປັດຈຸບັນ. ນີ້ບໍ່ແມ່ນພຽງແຕ່ເລື່ອງຂອງການເຮັດວຽກ ແຕ່ມັນຄືເລື່ອງລາວຂອງຊີວິດທີ່ອຸທິດຕົນໃຫ້ກັບສິ່ງທີ່ຕົນເອງຮັກຢ່າງແທ້ຈິງ.
ການເດີນທາງຂອງ Grace ເລີ່ມຕົ້ນໃນປີທີ່ໂລກຍັງແຕກຕ່າງຈາກຕອນນີ້ຫຼາຍ. ໃນໄວພຽງ 17 ປີ ເພິ່ນໄດ້ກ້າວເຂົ້າສູ່ຫ້າງ Dillard’s ໃນຖານະ “ພະນັກງານກົດລິບ”. ຈາກຈຸດເລີ່ມຕົ້ນທີ່ລຽບງ່າຍໄດ້ຮຽນຮູ້ການບໍລິການ ແລະ ການສື່ສານກັບຜູ້ຄົນ ຈົນໄດ້ຍ້າຍໄປຢູ່ພະແນກເຄື່ອງນຸ່ງບຸລຸດ ແລະ ພະແນກເຄື່ອງສຳອາງໃນເວລາຕໍ່ມາ. ຕະຫຼອດ 74 ປີ ທີ່ຜ່ານໄປເພີ່ນບໍ່ໄດ້ເປັນພຽງພະນັກງານ ແຕ່ໄດ້ກາຍເປັນ “ໄອຄອນ” (Icon) ທີ່ລູກຄ້າ ແລະ ເພື່ອນຮ່ວມງານທຸກຄົນຕ່າງກໍຮັກແພງ.
ສະຖິຕິທີ່ໂລກຕ້ອງຈາລຶກ: 74 ປີ… ບໍ່ເຄີຍຂາດ ບໍ່ເຄີຍລາ!
ສິ່ງທີ່ເຮັດໃຫ້ເລື່ອງລາວຂອງ ແມ່ຕູ້ກາຍເປັນເລື່ອງ “ມະຫັດສະຈັນ” ກໍຄື: ຕະຫຼອດໄລຍະເວລາເກືອບ 8 ທົດສະວັດແມ່ຕູ້ເພິ່ນບໍ່ເຄີຍຂາດວຽກ ແລະ ບໍ່ເຄີຍໂທລາປ່ວຍເລີຍແມ່ນແຕ່ມື້ດຽວ!
1. ຄວາມມີລະບຽບວິໄນ: ບໍ່ວ່າຈະເປັນມື້ທີ່ຝົນຕົກ ຟ້າຮ້ອງ ຫຼື ມື້ທີ່ຮູ້ສຶກເມື່ອຍລ້າ Grace ຍັງຄົງປາກົດຕົວດ້ວຍຮອຍຍິ້ມຢູ່ສະເໝີ.
2. ຄວາມຮັບຜິດຊອບ: ເພິ່ນພິສູດໃຫ້ເຫັນວ່າ “ຄວາມເກັ່ງ” ອາດຈະສຳຄັນ ແຕ່ “ຄວາມສະໝ່ຳສະເໝີ” ຄືສິ່ງທີ່ຍິ່ງໃຫຍ່ກວ່າ.
ການອຳລາໃນໄວ 90 ປີ ທີ່ເຕັມໄປດ້ວຍກຽດຕິຍົດ
ເມື່ອເຖິງເວລາພັກຜ່ອນໃນໄວ 90 ປີ,ຫ້າງ Dillard’s ໄດ້ຈັດພິທີອຳລາຢ່າງສົມກຽດ. ທ່ານ James Saenz ຜູ້ຈັດການຫ້າງ ໄດ້ມອບລາງວັນ “Beyond Excellence” (ເໜືອກວ່າຄວາມດີເລີດ) ໃຫ້ແກ່ແມ່ຕູ້. ມັນບໍ່ແມ່ນພຽງແຕ່ໂລ້ລາງວັນ ແຕ່ມັນຄືຄຳຂອບໃຈຈາກຫົວໃຈສຳລັບຄວາມທຸ່ມເທທີ່ “ບໍ່ມີໃຜທຽບໄດ້”.
“ການເຮັດວຽກຂອງແມ່ຕູ້ ບໍ່ແມ່ນພຽງແຕ່ການມາເຮັດຕາມໜ້າທີ່ ແຕ່ມັນຄືການສ້າງມາດຕະຖານໃໝ່ໃຫ້ກັບຄຳວ່າ ມືອາຊີບ ທີ່ຄົນຮຸ່ນຫຼັງຄວນເອົາເປັນແບບຢ່າງ.”
ທີ່ມາ: Factpoint, nypost, cnbc

