ທັບນັກກິລາຄົນພິການລາວ 140 ກວ່າຄົນ ຈາກ 12 ປະເພດກິລາ ໄດ້ອອກເດີນທາງຢ່າງເປັນທາງການແລ້ວ ເພື່ອເຂົ້າຮ່ວມແຂ່ງຂັນໃນງານມະຫະກຳກິລາຄົນພິການອາຊຽນ ຄັ້ງທີ 13 ຫຼື ອາຊຽນພາຣາເກມ ຈັດຂຶ້ນ ທີ່ນະຄອນຣາຊະສີມາ ປະເທດໄທ ຮັບກຽດເປັນເຈົ້າພາບ ລະຫວ່າງວັນທີ 20-26 ມັງກອນ 2026 ນີ້.
ໃນການເດີນທາງເຂົ້າຮ່ວມງານດັ່ງກ່າວ ທາງເຈົ້າພາບ ໄທ ໄດ້ນຳໃຊ້ລົດເມໃຫຍ່ ມາຕ້ອນຮັບສະເພາະ ຈຳນວນ 4 ຄັນ ຊຶ່ງໄລຍະເວລາໃນການເດີນທາງ ປະມານ 5-6 ຊົວໂມງ ດ້ວຍໄລຍະທາງ 300 ກວ່າກິໂລແມັດ ຈຶ່ງຈະໄປຮອດ ນະຄອນຣາຊະສີມາ ສຳລັບ 12 ປະເພດກິລາຄົນພິການລາວ ປະກອບມີ: ແລ່ນ-ລານ, ລອຍນ້ຳ, ຍົກນ້ຳໜັກ, ໂກນບານ, ບານບ້ວງລໍ້ເລື່ອນ, ບອດເຊຍ, ບານເຕະ, ລົດຖີບ, ຍິງປືນ, ຟັນດາບ, ດອກປີກໄກ່ ແລະ ເທັນນິດ.
ທີ່ມາ: ໜັງສືພິມສຶກສາ, ວິທະຍາສາດ ແລະ ກິລາ ອອນລາຍ

