ສຳນັກຂ່າວ VnExpress ຂອງຫວຽດນາມ ລາຍງານວ່າ: ເຈົ້າໜ້າທີ່ຕຳຫຼວດຫວຽດນາມ ປະສານສົມທົບກັບ ຕຳຫຼວດກຳປູເຈຍ ຮ່ວມກັນມ້າງເຄືອຂ່າຍມິດສາຊີບ ຕົ້ມຕຸ໋ນທາງອອນລາຍຂະໜາດໃຫຍ່ ທີ່ຕັ້ງຖານປະຕິບັດການຢູ່ປະເທດກຳປູເຈຍ, ສາມາດກັກຕົວຜູ້ຕ້ອງຫາໄດ້ທັງໝົດ 205 ຄົນ.
ການບຸກເຂົ້າກວດຄົ້ນໄດ້ຈັດຂຶ້ນຢູ່ຫຼາຍຈຸດໃນ ເມືອງບາເວດ (Bavet), ເຊິ່ງເປັນເມືອງຊາຍແດນຂອງກຳປູເຈຍ ທີ່ຕິດກັບຫວຽດນາມ.
ເຊິ່ງເປັນການຮ່ວມມືກັນລະຫວ່າງ ຕຳຫຼວດຈາກແຂວງຕວຽນກວາງ (Tuyen Quang), ກົມຕຳຫຼວດອາຍາ (ກະຊວງປ້ອງກັນຄວາມສະຫງົບຫວຽດນາມ), ຕຳຫຼວດແຂວງໄຕນິງ (Tay Ninh) ແລະ ເຈົ້າໜ້າທີ່ຕຳຫຼວດແຫ່ງຊາດກຳປູເຈຍ.
ເຈົ້າໜ້າທີ່ໄດ້ກັກຕົວຊາວຫວຽດນາມ 205 ຄົນ ທີ່ເຮັດວຽກໃຫ້ກັບກຸ່ມຕົ້ມຕຸ໋ນດັ່ງກ່າວ. ໃນນັ້ນ, ມີຜູ້ຕ້ອງຫາ 74 ຄົນ ໄດ້ຖືກສົ່ງຕົວກັບຄືນປະເທດຫວຽດນາມແລ້ວໃນເບື້ອງຕົ້ນ ເພື່ອດຳເນີນຄະດີ.
ກຸ່ມມິດສາຊີບດັ່ງກ່າວ ມີການເຮັດວຽກທີ່ເປັນລະບົບ ແລະ ຊັບຊ້ອນ ໂດຍໃຊ້ວິທີການຫຼອກລວງຫຼາຍຮູບແບບ ເຊັ່ນ:
ແອບອ້າງເປັນຕຳຫຼວດ, ພະນັກງານໄຟຟ້າ ຫຼື ເຈົ້າໜ້າທີ່ພາສີ-ສ່ວຍສາອາກອນ ເພື່ອຂົ່ມຂູ່ ຫຼື ຕົວະຍົວະເອົາຂໍ້ມູນສ່ວນຕົວ.
ຫຼອກໃຫ້ເຫຍື່ອຕິດຕັ້ງແອັບ ທີ່ຕິດເຊື້ອໄວຣັສ (Malware) ເພື່ອລັກເອົາຂໍ້ມູນບັນຊີທະນາຄານ.
ເຈົ້າໜ້າທີ່ຄາດການວ່າ ເຄືອຂ່າຍນີ້ໄດ້ສ້າງຄວາມເສຍຫາຍໃຫ້ແກ່ຜູ້ຖືກເຄາະຮ້າຍ ລວມມູນຄ່າຫຼາຍຮ້ອຍຕື້ດົ່ງ (ຫຼາຍລ້ານໂດລາສະຫະລັດ).
ນອກຈາກການກັກຕົວບຸກຄົນແລ້ວ, ເຈົ້າໜ້າທີ່ຍັງສາມາດຢຶດອຸປະກອນທີ່ໃຊ້ໃນການກະທຳຜິດໄດ້ເປັນຈຳນວນຫຼາຍ ເຊັ່ນ: ຄອມພິວເຕີຕັ້ງໂຕະ 10 ຊຸດ ແລະ ໂທລະສັບມືຖືອີກ 25 ເຄື່ອງ ທີ່ໃຊ້ເຂົ້າໃນການສື່ສານຫຼອກລວງເຫຍື່ອ.
ນີ້ຖືເປັນຜົນງານຄັ້ງໃຫຍ່ຂອງເຈົ້າໜ້າທີ່ຫວຽດນາມ ໃນການປາບປາມອາດຊະຍາກຳທາງເຕັກໂນໂລຊີຂ້າມຊາດ ໃນຕົ້ນປີ 2026 ນີ້.
ທີ່ມາ: VnExpress

