ລົງຕິດຕາມສະພາບດິນຍຸບໂຕຢູ່ເຂດບ້ານທົ່ງມັ່ງ

ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ພ້ອມຄະນະ ໄດ້ລົງຕິດຕາມ ສະພາບດິນຍຸບໂຕ ທີ່ເຂດຂຸດຄົ້ນເກືອໂປຕາສ໌ ຂອງບໍລິສັດ ຫຍຸ້ຍຢວນ ເກືອໂປຕາສ໌ ອຸດົມສົມບູນຈໍາກັດ, ບ້ານທົ່ງມັງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເພື່ອຕິດຕາມສະພາບ ແລະ ຊຸກຍູ້ການແກ້ໄຂບັນຫາດັ່ງກ່າວ.

ໂຄງການດັ່ງກ່າວໄດ້ເຊັນສັນຍາໃນວັນທີ 29 ພະຈິກ 2004 ໃນເນື້ອທີ່ ທັງໝົດ 7,800 ເຮັກຕາ ເຊິ່ງໄດ້ແບ່ງອອກເປັນ 2 ເຂດ ເຂດທີ 1 ມີເນື້ອທີ 3,000 ເຮັກຕາ ເອີ້ນຊື່ວ່າເຂດນາຕານ ແລະ ເຂດທີ 2 ມີເນື້ອທີ່ 4,800 ເຮັກຕາ ເອີ້ນວ່າເຂດທົ່ງມັ່ງ ອາຍຸສັນຍາທັງໝົດແມ່ນ 30 ປີ, ກ່ຽວກັບເຫດການດິນຍຸບ ດິນແຕກຕົວ ໃນໄລຍະເດືອນ ພຶດສະພາ ຂອງປີນີ້ ມາຮອດປັດຈຸບັນ ສະຫຼຸບໄດ້ ທັງໝົດເກີດຂຶ້ນ 4 ຄັ້ງເຊິ່ງມີລາຍລະອຽດດັ່ງຕໍ່ໄປນີ້:

ຄັ້ງທີ 1 ຢູ່ຈຸດທີ 1 ມີສະພາບດິນແຕກຕົວ ມີຄວາມຍາວ 70 ແມັດ ເກີດຂຶ້ນ ໃນວັນທີ 4 ພຶດສະພາ 2025 ເຊິ່ງມີຜົນກະທົບຕໍ່ເນື້ອທີ່ດິນ, ໜອງປາ, ຟາມໄກ່, ເຮືອນປະຊາຊົນ(ພື້ນແຕກ) ສໍາລັບຄັ້ງທີ 1 ເກີດຂຶ້ນຢູ່ 2 ຈຸດ, ຄື ຈຸດທີ 2 ຢູ່ກາງທົ່ງນາ ລັກສະນະໜ້າດີນໄຮ່ນາ ອ່ຽງລົງ ບໍ່ເຖິງກັບວ່າເປັນຫຼຸມ.

ຈຸດທີ 2 ແມັນວັນທີ 14 ກັນຍາ 2025 ມີລັກສະນະດິນຊຸດໂຕລົງເປັນຫຼຸມ ມີຄວາມກວ້າງ 10 ແມັດ, ເລີກ 3.5 ແມັດ,

ຈຸດທີ 3 ເກີດຂຶ້ນໃນວັນທີ 23 ຕຸລາ 2025 ມີຂະໜາດ ຄ້າຍກັບຈຸດທີ 2 ລັກສະນະການເກີດຄວາມກວ້າງ 10 ແມັດ, ເລີກປະມານ 5 ແມັດ,

ຈຸດທີ 4 ເກີດຊໍ້າ ຈາກຈຸດທີ 3 ເພາະວ່າ ຫຼັງຈາກຖົມແລ້ວ 6 ວັນ ກໍ່ຄືວັນທີ 30 ຕຸລາ 2025 ກໍ່ຍຸບຊໍ້າລົງໄປຕື່ມ ມີຂະໜາດ 8 ແມັດ ແລະ ເລີກ 5 ແມັດ.

ທ່ານ ສິນລະປະກອນ ພົມມະໄຊສີ ປະທານຄະນະກຳມະການປົກຄອງເມືອງໄຊທານີ ໄດ້ກ່າວມີຄໍາເຫັນວ່າຜ່ານການລົງເຮັດວຽກກັບພາກສ່ວນກ່ຽວຂ້ອງ ແລະ ອໍານາດການປົກຄອງບ້ານ ແລະ ປະຊາຊົນ ເຫັນວ່າ ດິນທີ່ ຊຸດຕົວມີ ເນື້ອທີ່ທັງໝົດ 120,000 ຕາແມັດ, ມີປະຊາຊົນໄດ້ຮັບຜົນກະທົບ 19 ຄອບຄົວ, ພ້ອມນັ້ນຍັງມີເນື້ອທີ່ຄວາມສ່ຽງ ບໍລິເວນໃກ້ຄຽງອີກ 350,000 ຕາແມັດ. ພາຍຫຼັງສົມທົບກັບ 19 ຄອບຄົວ ແລະ ພາກສ່ວນກ່ຽວຂ້ອງຫາລື ເຫັນວ່າ ກໍານົດໄດ້ຫຼັກການ ຊົດເຊີຍ ເບື້ອງຕົ້ນ 2 ຫຼັກການຄື : ເຂດທີ່ດິນຊຸດຕົວ ປະຊາຊົນຈະຂາຍ ແລະ ບໍລິສັດເຫັນດີຊື້ເຂດດິນຊຸດຕົວ. ຫຼັກການທີ 2 ດິນທີ່ເຈື່ອນ ຫຼື ມີຄວາມສ່ຽງ ຈະເຮັດໃນຮູບແບບການເຊົ່າເປັນໄລຍະ ເຊິ່ງ ຈະໄດ້ເຮັດຮຽກງານຮ່ວມກັນໃນລາຍລະອຽດຕື່ມ.

ຈາກນັ້ນ ຜູ້ເຂົ້າຮ່ວມ ກໍໄດ້ຍົກຫຼາຍບັນຫາຂຶ້ນແລກປ່ຽນປຶກສາຫາລືຮ່ວມກັນ ເພື່ອສ້າງຄວາມເຂົ້າໃຈເປັນເອກະພາບ ແລະ ກໍານົດແຜນເຮັດວຽກຮ່ວມກັນໃນການລົງເຮັດວຽກ ແລະ ຕິດຕາມ ຕົວຈິງ.

ປັດຈຸບັນ ບໍລິສັດ ໄດ້ວ່າຈ້າງ ບໍລິສັດທີ່ປຶກສາ ມາຢັ້ງຢືນທາງທໍລະນີຟີຊີກ ຢູ່ພື້ນດິນວ່າມີການປ່ຽນແປງຄືແນວໃດ, ເພື່ອຊອກຫາຂໍ້ມູນທາງວິທະຍາສາດ ເພື່ອກໍານົດມາດຕະການປ້ອງກັນ ບໍ່ໃຫ້ເກີດຂຶ້ນອີກ ແລະ ເປັນຂໍ້ມູນ ຊີ້ແຈ້ງໃຫ້ ສັງຄົມຮັບຊາບ.

ທີ່ມາ: ອຸດສາຫະກຳການຄ້າ

Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles