ພົບຜູ້ເສຍຊີວິດຈາກໄຂ້ຫວັດສັດປີກ H5N5 ກໍລະນີທຳອິດຂອງໂລກ

ສະຫະລັດອາເມລິກາຢືນຢັນວ່າ ພົບຜູ້ຕິດເຊື້ອ ແລະ​ ເສຍຊີວິດຈາກພະຍາດໄຂ້ຫວັດສັດປີກ ສາຍພັນ H5N5 ເປັນກໍລະນີທໍາອິດຂອງໂລກ. ເຫດການນີ້ໄດ້ສ້າງຄວາມວິຕົກກັງວົນເປັນຢ່າງຫຼາຍ, ເນື່ອງຈາກ​ຜ່ານມາ​ ເຊື້ອຊະນິດນີ້ເຄີຍພົບສະເພາະໃນສັດເທົ່ານັ້ນ, ບໍ່ແມ່ນພະຍາດທີ່ຕິດຕໍ່ຂ້າມມາສູ່ຄົນ.

ການພົບເຊື້ອ H5N5 ໃນຄົນຖືເປັນຄັ້ງທໍາອິດຂອງໂລກ ແລະ​ ສະທ້ອນໃຫ້ເຫັນວ່າ ເຊື້ອໄວຣັດອາດຈະມີການປັບໂຕຈົນສາມາດຂ້າມມາສູ່ມະນຸດໄດ້.

ຜູ້ເສຍຊີວິດເປັນຜູ້ສູງອາຍຸ, ມີພະຍາດປະຈຳຕົວ ແລະ​ ລ້ຽງສັດປີກໄວ້ຢູ່ຫຼັງເຮືອນ, ເຊິ່ງຈັດຢູ່ໃນກຸ່ມສ່ຽງຂອງການຕິດເຊື້ອໄຂ້ຫວັດສັດປີກແບບຮຸນແຮງ. ສູນຄວບຄຸມພະຍາດຂອງສະຫະລັດກຳລັງກວດກາຜູ້ທີ່ສໍາຜັດໃກ້ຊິດ, ແຕ່ຍັງບໍ່ພົບຜູ້ຕິດເຊື້ອເພີ່ມເຕີມ.

ທີ່ຜ່ານມາ, ເຊື້ອ H5N5 ເຄີຍພົບໃນສັດປີກທີ່ປະເທດການາດາ ແລະ​ ໃນແມວນໍ້າທີ່ປະເທດອັງກິດ, ແຕ່ບໍ່ເຄີຍພົບໃນຄົນມາກ່ອນ.

ເຖິງແມ່ນວ່າເຊື້ອຈະຂ້າມຈາກສັດສູ່ຄົນໄດ້, ແຕ່ໃນຂະນະນີ້ ຍັງບໍ່ພົບຫຼັກຖານວ່າ​ ມີການແຜ່ເຊື້ອຈາກຄົນສູ່ຄົນ ຄ້າຍຄືກັບໄຂ້ຫວັດສັດປີກ ສາຍພັນ H5N1 ທີ່ມັກຈະຈໍາກັດຢູ່ສະເພາະຜູ້ທີ່ສຳຜັດກັບສັດປີກທີ່ປ່ວຍໂດຍກົງ.

ຢ່າງໃດກໍຕາມ, ເນື່ອງຈາກຂໍ້ມູນຂອງເຊື້ອ H5N5 ໃນຄົນຍັງມີໜ້ອຍ, ຈຶ່ງຈໍາເປັນຕ້ອງຕິດຕາມສະຖານະການຢ່າງຕໍ່ເນື່ອງ, ໂດຍສະເພາະຄວາມຮຸນແຮງ​ ຫາກເກີດກໍລະນີຕິດເຊື້ອໃນເດັກ ຫຼື​ ຄົນທີ່ມີສຸຂະພາບແຂງແຮງ.

ປຽບທຽບ H5N5 ແລະ H5N1:

ໄຂ້ຫວັດສັດປີກ H5N5 ແຕກຕ່າງຈາກ H5N1 ສະເພາະໂປຣຕີນ N ເທົ່ານັ້ນ, ແຕ່ການປ້ອງກັນ ແລະ​ ການລະບາດມີຮູບແບບຄ້າຍຄືກັນ, ແລະ​ ມັກຈະເປັນອັນຕະລາຍຕໍ່ ຜູ້ສູງອາຍຸ ຫຼື ຜູ້ທີ່ມີພະຍາດປະຈໍາຕົວ.

H5N1 ໃນສະຫະລັດ: ລະບາດຈາກສັດລ້ຽງລູກດ້ວຍນໍ້ານົມໃນຟາມ. ອາການສ່ວນໃຫຍ່ບໍ່ຮຸນແຮງ, ຍົກເວັ້ນກໍລະນີຜູ້ສູງອາຍຸທີ່ເສຍຊີວິດເມື່ອປີທີ່ຜ່ານມາ.

ສາຍພັນຍ່ອຍໃນກຳປູເຈຍ: ມີຄວາມຮຸນແຮງສູງກວ່າ, ລ່າສຸດມີເດັກນ້ອຍເສຍຊີວິດເພີ່ມຈາກການສຳຜັດສັດປີກທີ່ປ່ວຍ.

ປະເທດລາວ ຍັງບໍ່ພົບການຕິດເຊື້ອ ແຕ່ຕ້ອງລະວັງສັດປີກໃນໄລຍະອາກາດເຢັນ​ ໄລຍະທ້າຍປີເປັນໄລຍະທີ່ພົບພະຍາດທາງເດີນຫາຍໃຈສູງ, ຈຶ່ງຕ້ອງເພີ່ມການລະວັງສັດປີກ, ນົກປ່າ ແລະ​ ຟາມແບບເປີດ.

ຜູ້ລ້ຽງສັດປີກເປັນກຸ່ມສ່ຽງ ຕ້ອງເພີ່ມການປ້ອງກັນ.

ຫາກພົບສັດປ່ວຍ​ ຫຼື​ ຕາຍ, ຕ້ອງຮີບແຈ້ງ ສັດຕະວະແພດທັນທີ.

ຫາກຈໍາເປັນຕ້ອງສຳຜັດຊາກສັດ, ຕ້ອງສວມໜ້າກາກ, ຖົງມື ຫຼື​ ຊຸດປ້ອງກັນ.

ລ້າງມືເລື້ອຍໆ.

ຫາກມີໄຂ້, ໄອ, ມີນໍ້າມູກ ພາຍໃນ 2 ອາທິດຫຼັງສຳຜັດສັດ, ໃຫ້ແຈ້ງແພດທັນທີ.

ນອກຈາກນີ້, ການສັກວັກຊີນປ້ອງກັນໄຂ້ຫວັດໃຫຍ່ຍັງຊ່ວຍຫຼຸດໂອກາດທີ່ໄວຣັດຈະປັບໂຕ ແລະ​ ແຜ່ສູ່ຄົນໄດ້ງ່າຍຂຶ້ນ.

ທີ່ມາ: ສື່ໄທ ໄທນິວ.

Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles