ແຕ່ປີ 2021-2025 ສານປະຊາຊົນ ແລະ ທະຫານ ມີຄະດີ ທັງໝົດ 35,068 ເລື່ອງ ແກ້ໄຂແລ້ວ 31,937 ເລື່ອງ

ອີງຕາມການລາຍງານຂອງທ່ານ ນາງ ວຽງທອງ ສີພັນດອນ ປະທານສານປະຊາຊົນສູງສຸດ ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາເເຫ່ງຊາດຊູດທີ IX ຄັ້ງວັນທີ 17 ພະຈິກ 2025 ໃຫ້ຮູ້ວ່າ: ໃນໄລຍະ 5 ປີມານີ້ (2021-2025) ມີຄະດີເຂົ້າສານປະຊາຊົນ ແລະ ສານທະຫານ ທັງໝົດໃນທຸກຂັ້ນ ໃນທົ່ວປະເທດ ທັງໝົດ 35,068 ເລື່ອງ, ແກ້ໄຂ 31,937 ເລື່ອງ ເທົ່າກັບ 91.07%, ທຽບໃສ່ມະຕິກອງປະຊຸມໃຫຍ່ ຄັ້ງທີ IV ຂອງອົງຄະນະພັກສານປະຊາຊົນສູງສຸດ ປະຕິບັດໄດ້ລື່ນຄາດໝາຍທີ່ວາງໄວ້ 85%. ຄະດີຍັງຄ້າງ 3,131 ເລື່ອງ.​

ໃນນັ້ນ, ຄະດີຂັ້ນຕົ້ນເຂດ, ແຂວງ, ນະຄອນຫຼວງວຽງຈັນ ແລະ ສານທະຫານພາກ ຄ້າງມາທັງໝົດ 2,233 ເລື່ອງ, ເຂົ້າໃໝ່ 27,119 ເລື່ອງ, ລວມທັງໝົດ 29,352 ເລື່ອງ, ແກ້ໄຂ 27,111 ເລື່ອງ ເທົ່າກັບ 92.37 %, ຍັງຄ້າງ 2,241 ເລື່ອງ.

ຄະດີຂັ້ນອຸທອນ ແຂວງ ແລະ ພາກ ມີຄະດີຄ້າງມາ 453 ເລື່ອງ, ເຂົ້າໃໝ່ 3,471 ເລື່ອງ, ລວມທັງໝົດ 3,924 ເລື່ອງ, ແກ້ໄຂ 3,223 ເລື່ອງ ເທົ່າກັບ 82.14 %, ຍັງຄ້າງ 701 ເລື່ອງ.

ຄະດີຂັ້ນລົບລ້າງພາກ ແລະ ສານປະຊາຊົນສູງສຸດ ຄະດີຄ້າງມາ 177 ເລື່ອງ, ເຂົ້າໃໝ່ 1,345 ເລື່ອງ, ລວມ ທັງໝົດ 1,522 ເລື່ອງ, ແກ້ໄຂ 1,357 ເລື່ອງ ເທົ່າກັບ 89.16 %, ຍັງຄ້າງ 165 ເລື່ອງ.

ທ່ານ ຍັງໃຫ້ຮູ້ວ່າ: ໃນການຕັດສິນ ແລະ ພິພາກສາຄະດີ ແຕ່ລະຂັ້ນເຊິ່ງສາມາດ ສະຫລຸບ ສະຖິຕິຄະດີ ຢູ່ສານປະຊາຊົນ ແລະ ສານທະຫານ ແຕ່ລະຂັ້ນ ປະຈໍາປີ 2025 ໄດ້ດັ່ງນີ້:

ຄະດີຄ້າງມາປີ 2024 ຈໍານວນ 3,131 ເລື່ອງ, ເຂົ້າໃໝ່ 5,737 ເລື່ອງ, ລວມທັງໝົດ 8,868 ເລື່ອງ, ແກ້ໄຂ 7,604 ເລື່ອງ, ຍັງຄ້າງ 1,264 ເລື່ອງ ເທົ່າກັບ 85.74%.

ຄະດີຂັ້ນຕົ້ນ (ສານປະຊາຊົນເຂດ,ສານປະຊາຊົນແຂວງ ແລະ ສານທະຫານ) ລວມທັງໝົດມີ 7,284 ເລື່ອງ, ແກ້ໄຂ 6,360 ເລື່ອງ, ເທົ່າກັບ 87.31%

ຄະດີຂັ້ນອຸທອນ (ສານປະຊາຊົນ ແຂວງ, ພາກ ແລະ ສານທະຫານຂັ້ນສູງ) ລວມທັງໝົດມີ 1,046 ເລື່ອງ, ແກ້ໄຂ 791 ເລື່ອງ, ເທົ່າກັບ 75.62%

ຂັ້ນລົບລ້າງ (ສານປະຊາຊົນພາກ ແລະ ສານປະຊາຊົນສູງສຸດ) ລວມ 331 ເລື່ອງ, ແກ້ໄຂ 211 ເລື່ອງ ເທົ່າກັບ 67.19%.

ທີ່ມາ: ຂ່າວ ຜູ້ແທນປະຊາຊົນ

Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles