ອົງການກວດກາແຫ່ງລັດ ກວດພົບ 18 ເປົ້າໝາຍ ມີຜູ້ກ່ຽວຂ້ອງ 334 ຄົນ ພົບຜົນເສຍຫາຍ 642.93 ຕື້ກີບ

ທ່ານ ຄໍາພັນ ພົມມະທັດ ປະທານອົງການກວດກາແຫ່ງລັດ ໄດ້ລາຍງານ ການຈັດຕັ້ງປະຕິບັດ ແຜນເຄື່ອນໄຫວ 5ປີ(2021-2025) ປະຈໍາປີ 2025 ແລະ ແຜນເຄື່ອນໄຫວ 5 ປີ ຕໍ່ກອງປະຊຸມ ສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດຊຸດທີ IX ໃນວັນທີ 14 ພະຈິກ 2025 ພາຍໃຕ້ການເປັນປະທານຂອງທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດ.

ທ່ານກ່າວວ່າ: ວຽກສອບສວນການສໍ້ລາດບັງຫຼວງ ເຊິ່ງດຳເນີນການສືບສວນ-ສອບສວນ ຈຳນວນ 18 ເປົ້າໝາຍ, ມີຜົນເສຍຫາຍ ທັງໝົດ 642.93 ຕື້ກີບ, ເງິນບາດ 68.95 ລ້ານບາດ, ເງິນຢວນ 7.80 ລ້ານຢວນ, ເງິນໂດລາ 66.8 ລ້ານໂດລາສະຫະລັດ ແລະ ເງິນດົງ 1.5 ຕື້ດົງ; ເກັບກູ້ໄດ້ແລ້ວ 66.40 ຕື້ກີບ, ເງິນບາດ 6.49 ລ້ານບາດ, ເງິນຢວນ 5.19 ລ້ານຢວນ, ເງິນໂດລາ 7.29 ລ້ານໂດລາສະຫະລັດແລະ ນອກຈາກນັ້ນ ຍັງເກັບກູ້ຄືນເປັນຊັບສິນອື່ນໆ; ມີຜູ້ກ່ຽວຂ້ອງທັງໝົດ 334 ຄົນ, ໃນນີ້ ເປັນພະນັກງານລັດ 212 ຄົນ, ພະນັກງານລັດວິສາຫະກິດ 44 ຄົນ, ຕ່າງປະເທດ 2 ຄົນ ແລະ ບຸກຄົນອື່ນໆ 77 ຄົນ.ໃນຈຳນວນ 18 ເປົ້າໝາຍນີ້ ໄດ້ດຳເນີນການສືບສວນ-ສອບສວນສໍາເລັດ ຈຳນວນ 13 ເປົ້າໝາຍ, ຂະຫຍາຍຜົນ

ຕໍ່ຜູ້ກ່ຽວຂ້ອງ ຈຳນວນ 312 ຄົນ; ໃນນີ້ ສະຫຼຸບສົ່ງໄອຍະການ ເພື່ອສັ່ງຟ້ອງ ຈຳນວນ 86 ຄົນ (ສານຕັດສິນແລ້ວ 23ຄົນ), ແກ້ໄຂຕາມລະບຽບບໍລິຫານ ຈໍານວນ 207 ຄົນ; ສະເພາະໃນປີ 2025 ໄດ້ດຳເນີນການສືບສວນ-ສອບສວນ 6 ເປົ້າໝາຍ, ມີຜູ້ກ່ຽວຂ້ອງ ຈຳນວນ 59 ຄົນ.

ທີ່ມາ: ເສດຖະກິດ-ການຄ້າ

Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles