ການນຳພັກ ລັດ ຮ່ວມໃສ່ບາດບຸນທາດຫຼວງ 2025

ພິທີໃສ່ບາດຖວາຍສັງຄະທານແດ່ພະສົງສາມະເນນ ໄຫວ້ພະຮັບສິນ, ຟັງທໍາມະເທດສະໜາ ແລະ ຢາດນໍ້າ ຕາມຮີດຄອງປະເພນີທີ່ໄດ້ເຄີຍປະຕິບັດສືບທອດກັນມາແຕ່ບູຮານນະການ ໃນງານບຸນນະມັດສະການພະທາດຫຼວງວຽງຈັນ ປະຈຳປີ 2025 (ໃນມື້ຂຶ້ນ 15 ຄໍ່າເດືອນ 12 ພສ 2568) ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 5 ພະຈິກນີ້ ທີ່ເດີ່ນພະທາດຫຼວງ ນະຄອນຫຼວງວຽງຈັນ (ນວ) ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ, ມີຮອງປະທານປະເທດ, ເຈົ້າຄອງ ນວ, ການນໍາພັກ-ລັດ, ພ້ອດ້ວຍມວນຊົນທັງພາຍໃນ ແລະ ຕ່າງປະເທດເຂົ້າຮ່ວມ.

ພິທີໃສ່ບາດງານບຸນນະມັດສະການພະທາດຫຼວງ ໄດ້ຈັດຂຶ້ນທຸກໆປີ ຊຶ່ງເປັນການໃສ່ບາດຖວາຍສັງຄະທານແດ່ພະພິຂຸສົງ-ສາມະເນນແລ້ວ, ຍັງມີພິທີທາງສາສະໜາອື່ນໆຕາມຮີດຄອງປະເພນີຂອງຊາດລາວ. ພ້ອມນັ້ນ, ປີນີ້ເຫັນວ່າມີມວນຊົນຈາກທຸກທົ່ວສາລະທິດ ຕ່າງກໍມີຈິດໃຈໃສສັດທາຫຼັ່ງໄຫຼມາຮ່ວມງານບຸນປະເພນີດັ່ງກ່າວ ຢ່າງຫຼວງຫຼາຍ ແລະ ໄດ້ພ້ອມກັນໃສ່ບາດ, ຢາດນໍ້າ, ຮັບພອນ ແລະ ຟັງທໍາມະເທດສະໜາ ເພື່ອອຸທິດສ່ວນບຸນກຸສົນໃຫ້ບັນພະບູລຸດ ຕາມຄວາມເຊື່ອຖືຂອງຊາວພຸດທີ່ເຄີຍສືບທອດກັນມາແຕ່ດົນນານ ເພື່ອເປັນການອະນຸລັກປົກປັກຮັກສາ, ເສີມຂະຫຍາຍວັດທະນະທໍາຮີດຄອງປະເພນີອັນດີງາມຂອງຊາດ ແລະ ເພື່ອເປັນສິຣິມຸງຄຸນໃຫ້ຊີວິດ ແລະ ຄອບຄົວ.

ໃນພິທີ, ທ່ານ ທອງລຸນ ສີສຸລິດ ໄດ້ໃຫ້ກຽດໄຕ້ທຽນບູຊາ ເພື່ອເປັນສິຣິມຸງຄຸນໃຫ້ງານບຸນຄັ້ງນີ້. ໃນຕອນບ່າຍຂອງດຽວກັນເວລາ 13:00 ໂມງ, ຈະໄດ້ມີພິທີແຫ່ລູກຄີ ແລະ ແຂ່ງຂັນກິລາປະເພນີຕີຄີທີ່ເດີ່ນພະທາດຫຼວງ ລະຫວ່າງການນໍາພັກ-ລັດ ກັບທີມປະຊາຊົນ ແລະ ໃນຕອນຄໍ່າເວລາ 19:00 ໂມງ ມີພິທີວຽນທຽນ-ຈູດທູບທຽນ ແລະ ຈຸດບັ້ງໄຟດອກ ເພື່ອສັກກາລະບູຊາພະທາດຫຼວງ ແລະ ກິດຈະກໍາອື່ນໆ ຕາມຮີດຄອງປະເພນີລາວ.

ທີ່ມາ: ປະຊາຊົນ

Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles