27.7 C
Vientiane
Friday, January 16, 2026

ບໍ່ຖະໜັດ ບໍ່ໄດ້ໝາຍຄວາມວ່າຈະເຮັດບໍ່ໄດ້

ຂໍສະແດງຄວາມຍິນດີກັບ ນ້ອງ ປາວີນາ ແກ້ວບຸນມີ ຈາກແຂວງວຽງຈັນ ທີ່ສາມາດປະສົບຜົນສຳເລັດໄດ້ຮັບໃບປະກາສະນີຍະບັດ ກຽດນິຍົມ ຈາກສະຖາບັນການທະນາຄານ, ປະລິນຍາຕີການບັນຊີ ຮຸ່ນທີ21 ມາຄອງໄດ້ສໍາເລັດ, ໝູ່ເພື່ອນ ຄູອາຈານ ພໍ່ແມ່ພີ່ນ້ອງ ຕ່າງດີໃຈ ແລະ ຊົມເຊີຍ ຜົນສໍາເລັດດ້ານການສຶກສາ ຂອງສາວແຂວງວຽງຈັນ.

ເມື່ອເວົ້າເຖິງ ເຄັດລັບໃນການໄດ້ໃບປະກາດແດງ ປາວີນາ ຕອບວ່າ: ເຄັດລັບໃນການຮ່ຳຮຽນຂອງນ້ອງເເມ່ນ ສິ່ງສຳຄັນຕ້ອງພະຍາຍາມເຂົ້າຮຽນໃຫ້ຄົບທຸກຊົ່ວໂມງ ເພາະຄະແນນຂຶ້ນຫ້ອງຮຽນກໍສຳຄັນ, ເວລາຮຽນໃຫ້ຕັ້ງໃຈຟັງ ເເລະ ຈົດໄວ້ ທຳຄວາມເຂົ້າໃຈເນື້ອໃນບົດຮຽນຢ່າງເລິກເຊິ່ງຫຼາຍກວ່າການເລົ່າ, ບັນທຶກສິ່ງທີ່ຕົນເອງເຂົ້າໃຈ, ເນື້ອໃນຫຍໍ້ຂອງບົດນັ້ນໆ ແນ່ນອນວ່າຕອນເກັບຄະແນນ ຫຼື ຕອນເສັງເຮົາບໍ່ສາມາດກັບມາອ່ານຄືນເນື້ອໃນທີ່ກວ້າງເເລ້ວຈື່ໝົດໄດ້ພາຍໃນໄລຍະເວລາທີ່ສັ້ນ ແຕ່ສິ່ງທີ່ເຮົາຈະຈື່ໄດ້ໄວ ແລະ ເຂົ້າໃຈງ່າຍ ກໍ່ຕໍ່ເມື່ອເປັນທີ່ເຮົາບັນທຶກໄວ້, ສິ່ງທີ່ເຮົາຄຸ້ນເຄີຍ ເຮົາເຂົ້າໃຈເນື້ອໃນໃຈຄວາມຂອງບົດນັ້ນໆ. ເມື່ອເວົ້າເຖິງການເກັບຄະແນນກໍ່ຈະລວມເຖິງການເຄື່ອນໄຫວ ກິດຈະກຳນອກຫຼັກສູດຂອງພາຍໃນ ແລະ ນອກສະຖາບັນ ເພາະທຸກໆການເຄື່ອນໄຫວມີຜົນຕໍ່ຄະແນນສະເໝີ, ຄະແນນທຸກພາກຮຽນມີຄວາມສຳຄັນຫຼາຍ. ນອກຈາກນັ້ນ, ນ້ອງຍັງໄດ້ຮຽນຮູ້ດ້ວຍຕົນເອງ, ແລກປ່ຽນນຳໝຸ່ເພື່ອນ ທີ່ສຳຄັນສຳລັບນ້ອງເເມ່ນ ໃນການຮຽນເຮົາຕ້ອງເຊື່ອໝັ້ນໃນຕົວເອງເປັນສິ່ງທຳອິດ, ເພິ່ງຕົນເອງໃຫ້ຫຼາຍທີ່ສຸດ ເພີ່ມຕື່ມ ບໍ່ວ່າຈະເປັນການຊອກຮູ້, ຄົ້ນຄວ້າ ອີກຢ່າງກໍ່ຈະນຳໃຊ້ technology ເຂົ້າມາຊ່ວຍ ກໍ່ຄືຈຳພວກ Google, Youtube, AI ແລະ ອື່ນໆ. ແຕ່ໃນການນຳໃຊ້ technology ນີ້ ບໍ່ແມ່ນໃຊ້ແລ້ວເຮົາຈະອີງໃສ່ແຕ່ມັນ 100% ແຕ່ຄວນທີ່ຈະຮຽນຮູ້ນຳໃຊ້ມັນໃຫ້ເປັນເຄື່ອງມືໃນຊ່ວຍການຮຽນຮູ້ ຫຼື ເຮັດວຽກ ໃຫ້ໄດ້ງ່າຍ ແລະ ໄວຂຶ້ນ. ທີ່ສຳຄັນໄປກວ່ານັ້ນກໍ່ຄືການເອົາຕົນເອງໄປຢູ່ໃນສະພາບແວດລ້ອມທີ່ຕົວເອງຢາກຈະເປັນ ເຊິ່ງມັນຈະເປັນແຮງຈູງໃຈໃນສິ່ງທີ່ເຮົາຕ້ອງການຈະເປັນໃຫ້ໄດ້.

ປາວີນາຍອມຮັບວ່າ ເວລາຮຽນກໍອາດຈະຕ້ອງໄດ້ພົບກັບ ຄວາມຫຍຸ້ງຍາກຫຼາຍໆຢ່າງ ແຕ່ເຮົາກໍຕ້ອງໄດ້ອົດທົນ ຜ່ານຜ່າອຸປະສັກຕ່າງໆ ທີ່ເກີດຂື້ນ. ເປັນຕົ້ນແມ່ນໃນການຮ່ຳຮຽນທີ່ໜັກທີ່ສຸດເເມ່ນຕອນປີທຳອິດເຊິ່ງຮຽນທຸກຢ່າງແມ່ນຈະເປັນໃນທາງໂຕເລກ ຫຼາຍກວ່າທາງທິດສະດີ ໂດຍສະເພາະວິຊາທີ່ນ້ອງບໍ່ຖະໜັດກໍ່ຄືວິຊາຄະນິດສາດ, ຄືສ່ວນໂຕແລ້ວ ເປັນຄົນມັກຮຽນທິດສະດີມັກອ່ານໜັງສື ບໍ່ຖະໜັດທາງດ້ານໂຕເລກເລີຍ, ແຕ່… ຕັດສິນໃຈມາຮຽນສາຂາບັນຊີ ເພື່ອທ້າທາຍໂຕເອງ ເພື່ີອພິສູດວ່າສິ່ງທີ່່ໂຕເຮົາເອງຄິດວ່າບໍ່ຖະໜັດ ຫຼື ຄິດວ່າໂຕເອງເຮັດບໍ່ໄດ້ ຖ້າເຮົາເອົາໃຈໃສ່ຝຶກຝົນ ພັດທະນາຕົນເອງຕະຫຼອດ ຈາກສິ່ງທີ່ເຮົາຄິດວ່າເຮົາຈະເຮັດບໍ່ໄດ້ ແຕ່ຖ້າເຮົາຜ່ານຊ່ວງເວລານັ້ນມາແລ້ວ ຍ້ອນກັບມາເບິ່ງໂຕເອງເຮົາຈະຄິດວ່າສິ່ງນັ້ນງ່າຍ ແລະ ເປັນສິ່ງທີ່ຕົວເຮົາເອງພູມໃຈທີ່ສຸດ.

ສິ່ງສຳຄັນນ້ອງຂໍຂອບໃຈ ຄອບຄົວທີ່ສະໜັບສະໜຸນ ແລະ ຄູອາຈານທີ່ໃຫ້ຄວາມຮູ້ໃຫ້ຄຳເເນະນຳ, ໝູ່ເພື່ອນທີ່ໃຫ້ການຊ່ວຍເຫຼືອຕະຫຼອດ ຂອບໃຈໂຕເອງທີ່ບໍ່ທໍ້ ແລະ ພະຍາຍາມຈົນຮອດມື້ນີ້ ໂຊກດີທີ່ໄດ້ພົບໝູ່ເພື່ອນທີ່ດີ, ຄົນອ້ອມຂ້າງ ແລະ ສະພາບແວດລ້ອມທີ່ດີທີ່ໃຫ້ການຊ່ວຍເຫຼືອຕະຫຼອດມາ ຂອບໃຈທີ່ເຮັດໃຫ້ຊີວິດໃນມະຫາໄລມ່ວນ ແລະ ບໍ່ໜ້າເບື່ອ ຕະຫຼອດໄລຍະ 4 ປີ ໃນຮົ້ວມະຫາໄລຮູ້ສຶກຜ່ານໄປໄວຫຼາຍ ແຕ່ກໍ່ຄຸ້ມຄ່າ ແລະ ບໍ່ເສຍດາຍເວລາເລີຍ.

ສຸດທ້າຍນີ້ ປາວີນາ ຢາກຝາກເຖິງລຸ້ນນ້ອງບໍ່ວ່າຈະເປັນນັກຮຽນ ຫຼື ນັກສຶກສາ ຂໍໃຫ້ຕັ້ງໃຈສຶກສາຮ່ຳຮຽນ ເວລາຮຽນໃຫ້ເຮົາເພິ່ງໂຕເອງໃຫ້ຫຼາຍທີ່ສຸດ ອົດທົນ ເເລະ ພະຍາຍາມເຮັດທຸກຢ່າງໃຫ້ດີທີ່ສຸດ ບໍ່ວ່າຜົນອອກມາຈະເປັນເເນວໃດ ເຮົາຈະພູມໃຈໃນຕົວເອງ. ແບ່ງເວລາຊອກຮຽນຮູ້, ຫາໂອກາດປະຕິບັດກິດຈະກຳພາຍນອກ ບໍ່ວ່າຈະເປັນການເປັນອາສາສະໝັກໃນອົງກອນຕ່າງໆ ຫຼື ເຂົ້າຮ່ວມສຳມະນາງານອື່ນໆ ເພື່ອເກັບກ່ຽວປະສົບການໃນດ້ານການເຂົ້າສັງຄົມ, ພົບປະຜູ້ຄົນໃຫມ່ໆ, ວິທີການແກ້ໄຂບັນຫາສະເພາະໜ້າໃຫ້ທັນເຫດການ ເພາະປະສົບການເຫຼົ່ານີ້ຈະຊ່ວຍໃຫ້ໂຕເຮົາເອງເຕີບໂຕຂຶ້ນ, ມີຄວາມກ້າ, ຮູ້ວິທີການຮັບມືກັບເຫດການທີ່ຈະເກີດຂຶ້ນໃນຕໍ່ໜ້າອີກດ້ວຍ.

Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles