ສີຈິ້ນຜິງ ພົບປະກັບ ໂທໂນ ທຣຳ ຢູ່ນະຄອນບູຊານ ສ.ເກົາຫຼີ

ຂ່າວສານຊີອາໄອລາຍງານວ່າ: ໃນວັນທີ 30 ຕຸລານີ້ ຢູ່ນະຄອນບູຊານຂອງ ສ ເກົາຫຼີ, ທ່ານ ສີຈິ້ນຜິງ ປະທານປະເທດຈີນ​ ໄດ້ພົບປະກັບທ່ານ ໂດໂນ ທຣໍາ ປະທານາທິບໍດີ ສະຫະລັດ ອາເມຣິກາ.

ໂອກາດດັ່ງກ່າວ, ທ່ານ ສີຈິ້ນຜິງ ກ່າວເນັ້ນໜັກວ່າ: ຈີນ ແລະ ສະຫະລັດ ອາເມຣິກາ ມີສະພາບຕົວຈິງຂອງປະເທດຕົນທີ່ແຕກຕ່າງກັນ ຊຶ່ງປາສະຈາກບໍ່ໄດ້ທີ່ຈະມີຂໍ້ຂັດແຍ້ງກັນຈໍານວນໜຶ່ງ. ແຕ່ການພັດທະນາໃຫ້ຈະເລີນຮຸ່ງເຮືອງຂອງຈີນ​ ກັບເປົ້າໝາຍ “ເຮັດໃຫ້ ສະຫະລັດ ອາເມຣິກາ ກັບມາຍິ່ງໃຫຍ່ອີກຄັ້ງ” ທີ່ທ່ານປະທານາທິບໍດີ ທຣໍາ ຢາກບັນລຸເປັນຈິງນັ້ນ​ ແມ່ນໄດ້ດໍາເນີນໄປຢ່າງພ້ອມພຽງກັນ ແລະ ບໍ່ຂັດແຍ້ງກັນ, ຈີນ ແລະ ສະຫະລັດ ອາເມຣິກາ ສາມາດຊ່ວຍຊູຍູ້ໜູນກັນ ແລະ ບັນລຸຄວາມຈະເລີນຮຸ່ງເຮືອງຮ່ວມກັນ. ຈີນ ແລະ ສະຫະລັດ ອາເມຣິກາ ຄວນເປັນຄູ່ຮ່ວມມື ແລະ ເປັນໝູ່ເພື່ອນ, ນີ້ເປັນບົດຮຽນປະຫວັດສາດ, ທັງເປັນຄວາມຕ້ອງການຕົວຈິງ. ຂ້າພະເຈົ້າຍິນດີສືບຕໍ່ສຸມຄວາມພະຍາຍາມຮ່ວມກັບທ່ານປະທານາທິບໍດີ ທຣໍາ, ສ້າງພື້ນຖານອັນໜັກແໜ້ນໃຫ້ແກ່ການພົວພັນລະຫວ່າງຈີນ – ສະຫະລັດ ອາເມຣິກາ, ພ້ອມທັງສ້າງສະພາບແວດລ້ອມທີ່ດີໃຫ້ແກ່ການພັດທະນາຂອງປະເທດໃຜລາວ.

ທ່ານ ສີຈິ້ນຜິງ ຊີ້ໃຫ້ເຫັນວ່າ: ປັດຈຸບັນ, ໂລກຜະເຊີນໜ້າກັບຄວາມຫຍຸ້ງຍາກຫຼາຍຢ່າງ, ຈີນ ແລະ ສະຫະລັດ ອາເມຣິກາ ສາມາດຮ່ວມກັນສະແດງໃຫ້ເຫັນເຖິງຄວາມຮັບຜິດຊອບຂອງປະເທດໃຫຍ່, ຮ່ວມມືກັນເຮັດວຽກສໍາຄັນ, ວຽກງານຕົວຈິງ ແລະ ວຽກງານທີ່ດີຕໍ່ສອງປະເທດ ກໍຄື ຕໍ່ໂລກໃຫ້ຫຼາຍຂຶ້ນກວ່າເກົ່າ.

ດ້ານປະທານາທິບໍດີ ໂດໂນ​ ທຣຳ ກ່າວວ່າ ການພົບກັນ ລະຫວ່າງເພິ່ນກັບຜູ້ນຳຈີນ ສີ ຈິ້ນຜິງ ໃນວັນພະຫັດ ໄດ້ຮັບຜົນສຳເລັດຢ່າງຈົບງາມ, ໂດຍເພິ່ນກ່າວວ່າ​ ເພິ່ນຈະຫຼຸດພາສີສິນຄ້ານຳເຂົ້າຈາກຈີນ, ໃນຂະນະທີ່ປັກກິ່ງຕົກລົງຈະອະນຸຍາດໃຫ້ສົ່ງອອກແຮ່ທາດຫາຍາກ ແລະ ເລີ່ມຊື້ຖົ່ວເຫຼືອງຈາກສະຫະລັດອາເມຣິກາ.

ປະທານາທິບໍດີກ່າວຕໍ່ຜູ້ສື່ຂ່າວເທິງເຄື່ອງບິນແອຣ ຟອຣສ ວັນ ວ່າ: ສະຫະລັດອາເມຣິກາຈະຫຼຸດຜ່ອນພາສີສິນຄ້ານຳເຂົ້າທີ່ໄດ້ບັງຄັບໃຊ້ໃນຕົ້ນປີນີ້ ເພື່ອລົງໂທດຈີນ​ ໃນການຂາຍສານເຄມີທີ່ໃຊ້ຜະລິດຢາ ເຟນທານິລ ຈາກ 20% ເຫຼືອ 10%, ເຮັດໃຫ້ອັດຕາພາສີສິນຄ້ານຳເຂົ້າທັງໝົດຕໍ່ຈີນຫຼຸດລົງຈາກ 57% ເຫຼືອ 47%.

“ທຣຳ​ ກ່າວວ່າ ຖ້າໃຫ້ຄະແນນ ຈາກລະດັບ 0 ຫາ 10 ໂດຍ 10 ແມ່ນດີທີ່ສຸດ, ຂ້າພະເຈົ້າຄົງໃຫ້ຄະແນນການປະຊຸມຄັ້ງນີ້ 12​ ຄະແນນ,”

ທຣຳ ກ່າວອີກວ່າ ເພິ່ນຈະເດີນທາງໄປປະເທດຈີນໃນເດືອນເມສາ, ແລະ ສີ ຈິ້ນຜິງ ຈະເດີນທາງມາຢ້ຽມຢາມສະຫະລັດອາເມຣິກາ “ຫຼັງຈາກນັ້ນໄລຍະໜຶ່ງ”.

ປະທານາທິບໍດີ​ ທຣຳ​ ຍັງໄດ້ກ່າວອີກວ່າ ພວກເພິ່ນຍັງໄດ້ປຶກສາຫາລືກ່ຽວກັບການສົ່ງອອກ ຊິບຄອມພິວເຕີທີ່ມີຄວາມກ້າວໜ້າຫຼາຍຂຶ້ນ ໄປຍັງປະເທດຈີນ, ແລະ ກ່າວວ່າບໍລິສັດ Nvidia ກໍາລັງຢູ່ໃນລະຫວ່າງການເຈລະຈາກັບເຈົ້າໜ້າທີ່ຈີນ.

ທີ່ມາ: ໜສພ​ ປະຊາຊົນ, AP News

ພາບ: AP News

Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles