ພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໃນການສຶກສາຄວາມເປັນໄປໄດ້ ໂຄງການກໍ່ສ້າງເສັ້ນທາງດ່ວນ ໄລຍະແຕ່ດ່ານສາກົນບໍ່ເຕ່ນ ຫາ ນາເຕີຍ ແຂວງຫລວງນໍ້າທາ, ໂຄງການກໍ່ສ້າງເສັ້ນທາງ-ປັບປຸງຍົກລະດັບ ແລະ ບູລະນະຮັກສາທາງຫລວງແຫ່ງຊາດ ເລກທີ 13 ເໜືອ ຊາຍແດນແຂວງອຸດົມໄຊ ຫາ ດ່ານສາກົນບໍ່ເຕ່ນ ມີຄວາມຍາວ 18 ກິໂລແມັດ ແລະ ທາງຫລວງແຫ່ງຊາດ ເລກທີ 13 R ແຕ່ 3 ແຍກບ້ານນາເຕີຍ ຫາ 3 ແຍກບ້ານບວມພຽງ ເມືອງຫລວງນໍ້າທາ ມີຄວາມຍາວ 28 ກິໂລແມັດ ລະຫວ່າງ ອົງການປົກຄອງ ແຂວງຫລວງນໍ້າທາ ກັບ ບໍລິສັດ ລ້ານຊ້າງ ກໍ່ສ້າງຂົວ-ທາງ ຈຳກັດຜູ້ດຽວ ຈັດຂຶ້ນໃນວັນທີ 27 ຕຸລາ 2025 ທີ່ແຂວງຫລວງນ້ຳທາ ໂດຍມີ ທ່ານ ອ່ອນຈັນ ຄຳພາວົງ ຮອງເຈົ້າແຂວງໆຫລວງນໍ້າທາ, ທ່ານ ອານີໄຊ ສຸຂະວົງ ປະທານບໍລິສັດ ລ້ານຊ້າງ ກໍ່ສ້າງຂົວ-ທາງ ຈຳກັດຜູ້ດຽວ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ຈັນທະຈອນ ແກ້ວລະຄອນ ຫົວໜ້າຂະແໜງຂົວທາງ ພະແນກໂຍທາທິການ ແລະ ຂົນສົ່ງແຂວງຫລວງນ້ຳທາ ໄດ້ກ່າວວ່າ: ການເຊັນ MOU ໃນຄັ້ງນີ້ ກໍເພື່ອເກັບກຳຂໍ້ມູນ, ສຶກສາຄວາມເປັນໄປໄດ້ ຂອງໂຄງການກໍ່ສ້າງເສັ້ນທາງດ່ວນ ໄລຍະແຕ່ດ່ານພາສີສາກົນບໍ່ເຕ່ນ ຫາ ນາເຕີຍ ແຂວງຫລວງນໍ້າທາ ໂດຍໄດ້ອະນຸມັດໃຫ້ບໍລິສັດ ລ້ານຊ້າງ ກໍ່ສ້າງຂົວ-ທາງ ຈຳກັດຜູ້ດຽວ ດຳເນີນການສຳຫລວດພື້ນທີ່ແລວທາງ ສໍາລັບໂຄງການທາງດ່ວນ (ແລວທາງໃໝ່) ເພື່ອເຮັດໃຫ້ການຄຸ້ມຄອງ, ການຊຸກຍູ້ຕິດຕາມ ການຈັດຕັ້ງປະຕິບັດແຕ່ລະໜ້າວຽກ ໃນໄລຍະການສຶກສາຄວາມເປັນໄປໄດ້ ຂອງໂຄງການ ແລະ ເພື່ອແນໃສ່ການຈັດຕັ້ງປະຕິບັດວຽກງານ ເກັບກຳຂໍ້ມູນ ສຶກສາຄວາມເປັນໄປໄດ້ຂອງໂຄງການດັ່ງກ່າວ ໃຫ້ສອດຄ່ອງຕາມກົດໝາຍ ແລະ ລະບຽບການ ທີ່ກ່ຽວຂ້ອງຂອງ ສປປ ລາວ.ໂດຍໃຊ້ເວລາ 18 ເດືອນ.
ທີ່ມາ: ຂປລ

