ຊີວິດຄືເກມດ່ານໃຫຍ່! ເປີດມຸມມອງ “ນ້ອງພອນທິດາ” ຜູ້ຄວ້າໃບປະກາດແດງ 2 ຮອບ ພ້ອມຂໍ້ຄິດເຕືອນໃຈ

ເມື່ອເວົ້າເຖິງຄວາມສຳເລັດທາງການສຶກສາ, ຫຼາຍຄົນມັກຄິດເຖິງຄວາມກົດດັນ ແລະ ໄຊຊະນະທີ່ຍິ່ງໃຫຍ່. ແຕ່ສຳລັບ ນ້ອງ ພອນທິດາ ໃຊນາສິດ ເຈົ້າຂອງໃບປະກາດແດງເຖິງ 2 ໃບ, ການໃຊ້ຊີວິດກັບການຮຽນນັ້ນຖືກປຽບທຽບໄວ້ຢ່າງໜ້າສົນໃຈວ່າ: “ໃຊ້ຊີວິດໃຫ້ຄືກັບການຫລິ້ນເກມ”.

ນ້ອງພອນທິດາໄດ້ເລົ່າເຖິງມຸມມອງຊີວິດທີ່ຜ່ານມາວ່າ ແຕ່ລະຊ່ວງເວລາລ້ວນແຕ່ເປັນດ່ານໃນເກມ ມີທັງຈັງຫວະທີ່ໄດ້ຄະແນນສູງ ແລະ ບາງເທື່ອອາດຈະຕິດຢູ່ໃນດ່ານໃດໜຶ່ງເປັນເວລາຫຼາຍປີກວ່າຈະຫາທາງອອກໄດ້. ການໄດ້ຮັບໃບປະກາດແດງເຖິງ 2 ຮອບ (ລວມທັງຊັ້ນ ມ.7) ຈຶ່ງບໍ່ແມ່ນຈຸດສູງສຸດຂອງຊີວິດ, ແຕ່ມັນຄືການຜ່ານດ່ານວິຊາການດ້ວຍຄະແນນເຕັມ.

ພ້ອມດຽວກັນນັ້ນ, ນ້ອງຍັງໄດ້ເປີດເຜີຍ ເຄັດລັບການຮຽນແບບງ່າຍໆ ແຕ່ໄດ້ຜົນຈິງ:

1. ຈົດທຸກຄຳເວົ້າທີ່ສຳຄັນຂອງອາຈານ: ບໍ່ຄວນຄິດວ່າຄັດລອກໄຟລ໌ແລ້ວຄ່ອຍກັບມາອ່ານທີ່ຫຼັງ, ແຕ່ໃຫ້ໃຊ້ເວລາ 2 ຊົ່ວໂມງໃນຄາບຮຽນນັ້ນໃຫ້ຄຸ້ມຄ່າທີ່ສຸດ.

2. ກ້າຖາມເມື່ອສົງໄສ: ຕໍ່ໃຫ້ເປັນຄຳຖາມທີ່ເບິ່ງຄືວ່າບໍ່ມີຄວາມໝາຍ, ແຕ່ຖ້າເຮົາບໍ່ເຂົ້າໃຈກໍຄວນຖາມ ເພື່ອບໍ່ໃຫ້ເສຍເວລາມາທຳຄວາມເຂົ້າໃຈໃໝ່ຕອນໃກ້ສອບ.

3. ໃບປະກາດແດງບອກເຖິງ “ວິໄນ”: ມັນບໍ່ໄດ້ໝາຍຄວາມວ່າເປັນຄົນຮຽນເກັ່ງທີ່ສຸດ, ແຕ່ມັນຄືສັນຍະລັກຂອງ “ວິໄນໃນການຮຽນຮູ້” ເຊິ່ງເປັນທັກສະສຳຄັນທີ່ຈະນຳພາໄປສູ່ຄວາມສຳເລັດໃນອະນາຄົດ.

ເຖິງແມ່ນວ່າຈະປະສົບຜົນສຳເລັດທາງດ້ານການຮຽນຢ່າງໂດດເດັ່ນ, ແຕ່ນ້ອງ ພອນທິດາ ກໍຍັງຖ່ອມຕົວ ແລະ ບໍ່ຄິດວ່າຕົນເອງປະສົບຜົນສຳເລັດ 100% ເພາະຊີວິດຍັງມີສິ່ງທ້າທາຍອີກຫຼາຍຢ່າງລໍຖ້າຢູ່.

ແຜນໃນອະນາຄົດ: ວາງແຜນຢາກເຮັດວຽກປະມານ 2-3 ປີ ເພື່ອເກັບກຳປະສົບການຊີວິດ ໂດຍສຸ່ມໃສ່ວຽກກ່ຽວກັບ ການພັດທະນາການສຶກສາ ແລະ ຊີວິດເດັກນ້ອຍ-ໄວໜຸ່ມໃນ ສປປ ລາວ, ກ່ອນຈະສືບຕໍ່ໄປຮຽນຕໍ່ໃນລະດັບປະລິນຍາໂທ.

ປະສົບການນອກຫ້ອງຮຽນ: ນອກຈາກການຮຽນແລ້ວ, ນ້ອງຍັງໄດ້ອຸທິດຕົນເປັນອາສາສະໝັກໃນງານຕ່າງໆ ເຊັ່ນ: ງານກອງປະຊຸມ ແລະ ເກັບກຳຂໍ້ມູນການອ່ານປຶ້ມຂອງເດັກນ້ອຍລາວ.

ຄວາມສຳເລັດໃນມື້ນີ້ຈະເກີດຂຶ້ນບໍ່ໄດ້ເລີຍ ຖ້າຂາດການສະໜັບສະໜູນຈາກ ຄອບຄົວ ທີ່ຊ່ວຍສ້າງເວລາໃຫ້ໄປສູ່ເປົ້າໝາຍຢ່າງເຕັມທີ່, ລວມທັງ ໝູ່ເພື່ອນ ທີ່ຄອຍຢູ່ຄຽງຂ້າງ ທັງໃນຍາມມີເລື່ອງຍິນດີ ແລະ ເວລາທີ່ຕ້ອງຜ່ານຜ່າຄວາມກົດດັນ.

ນ້ອງພອນທິດາ ຍັງໄດ້ຝາກຂໍ້ຄິດໃຫ້ກຳລັງໃຈທຸກຄົນວ່າ:

“ຄົນທີ່ບໍ່ໄດ້ຮັບໃບປະກາດແດງ ບໍ່ໄດ້ໝາຍຄວາມວ່າບໍ່ປະສົບຜົນສຳເລັດ, ແລະ ຄົນທີ່ໄດ້ກໍຍັງຕ້ອງພັດທະນາຕົນເອງຕໍ່ໄປ… ຂໍໃຫ້ທຸກຄົນທີ່ກຳລັງປ່ຽນສະພາບແວດລ້ອມຈາກຫ້ອງຮຽນສູ່ບ່ອນເຮັດວຽກ ຈົ່ງເປັ່ງປະກາຍໃນແບບຂອງຕົນເອງ”.

Related Articles

LEAVE A REPLY

Please enter your comment!
Please enter your name here

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles