ທ່ານທີ່ຮູ້ສຶກ ຫຼື ບໍ່ ເວລາເບິ່ງຮູບທີ່ເຮັດດ້ວຍ AI ຈະມີອາການ “ອຶດອັດ” ຫຼື ເຖິງຂັ້ນ “ປຸ້ນທ້ອງ-ວິນຫົວ” ທຸກຄັ້ງ

ເມື່ອ AI ເຮັດໃຫ້ເຮົາ “ປວດຫົວ” ໃນຍຸກທີ່ຟີດໂຊຊຽວມີເດຍເຕັມໄປດ້ວຍຮູບພາບທີ່ເນລະມິດຂຶ້ນຈາກ AI ບໍ່ວ່າຈະເປັນໂພສຈາກຜູ້ໃຊ້ທົ່ວໄປ ຫຼື ຈາກອົງກອນຕ່າງໆ ເຮົາອາດຈະຮູ້ສຶກສະດຸດຕາກັບຄວາມງາມ ຫຼື ຄວາມແປກໃໝ່. ຢ່າງໃດກໍຕາມ, ມີຄົນຈໍານວນບໍ່ໜ້ອຍທີ່ຮູ້ສຶກ “ອຶດອັດ” ຫຼື ເຖິງຂັ້ນ “ປຸ້ນທ້ອງ-ວິນຫົວ” ທຸກຄັ້ງທີ່ເຫັນຮູບເຫຼົ່ານັ້ນ.

ເເກ້ຂໍ້ສົງໄສ: ອາການ “AI Nausea” ແມ່ນຫຍັງ?

ອາການນີ້ບໍ່ແມ່ນການແກ້ງເຮັດ ຫຼື ຝືນອາລົມ, ແຕ່ເປັນປາກົດການທາງຈິດວິທະຍາ ແລະ ກົນໄກຂອງຮ່າງກາຍທີ່ເອີ້ນວ່າ: ອາການປຸ້ນທ້ອງຈາກ AI ເຊັ່ນ:

1. ປາກົດການຄວາມອຶດອັດໃນຄວາມເກືອບຄື: ຮູບ AI ມັກຈະມີຄວາມ “ເກືອບຄືມະນຸດ ແຕ່ກໍຍັງບໍ່ແມ່ນ”. ລາຍລະອຽດເລັກໆນ້ອຍໆ ເຊັ່ນ: ນິ້ວມືທີ່ເກີນ, ດວງຕາທີ່ແປກໆ, ຫຼື ຜິວໜັງທີ່ນຽນເກີນໄປຈະສົ່ງສັນຍານແປກປະຫຼາດໄປຫາສະໝອງ ເຮັດໃຫ້ຮ່າງກາຍຮູ້ສຶກ ບໍ່ປອດໄພ ແລະ ອຶດອັດໂດຍບໍ່ຮູ້ໂຕ.

2. ຄວາມຂັດແຍ່ງທາງສາຍຕາ: ສະໝອງຂອງເຮົາພະຍາຍາມປະມວນຜົນຮູບພາບທີ່ເບິ່ງຄືຈະແທ້ ແຕ່ກໍມີບາງຢ່າງທີ່ “ຜິດທໍາມະຊາດ”. ຄວາມຂັດແຍ່ງນີ້ເຮັດໃຫ້ເກີດຄວາມເຄັ່ງຕຶງທາງປະສາດ ແລະ ສະແດງອອກມາເປັນອາການວິນຫົວ, ມົວຕາ, ຫຼື ປຸ້ນທ້ອງ.

3. ຄວາມຮູ້ສຶກຕໍ່ຕ້ານ: ການເຫັນຮູບ AI ຫຼາຍເກີນໄປໃນແຕ່ລະມື້ ບວກກັບຄວາມຮູ້ສຶກວ່າຮູບເຫຼົ່ານັ້ນຂາດ “ຈິດວິນຍານ” ຫຼື ຄວາມເປັນສິລະປະທີ່ແທ້ຈິງ ສົ່ງຜົນໃຫ້ຈິດໃຈເກີດປະຕິກິລິຍາຕໍ່ຕ້ານຢ່າງຮຸນແຮງ.

ສະຫຼຸບແນວທາງ: ຖ້າຮູ້ສຶກແບບນີ້ ເຮັດແນວໃດດີ?

ຖ້າທ່ານເປັນຄົນໜຶ່ງທີ່ເລີ່ມມີອາການ “ປຸ້ນທ້ອງຈາກຮູບພາບ AI”:

* ພັກສາຍຕາ: ປິດຈໍໂຊຊຽວມີເດຍແລ້ວອອກໄປເບິ່ງທໍາມະຊາດ.

* ປັບການຟີດ (Feed): ຊ່ອນ ຫຼື ກົດ Unfollow ເພຈທີ່ໃຊ້ຮູບ AI ຫຼາຍເກີນໄປ.

ແຫຼ່ງອ້າງອີງຂໍ້ມູນ: The MATTER

Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles