ໃນຍຸກ 4G-5G ທີ່ໃຜໆ ກໍໃຊ້ Social Media (Facebook, TikTok, LINE, WhatsApp ) ເປັນສື່ກາງຕິດຕໍ່ພົວພັນ ແລະ ຢືມເງິນກັນ ແຕ່ພໍຮອດເວລາຄືນ ເພິ່ນກັບມິດງຽບ ທັກໄປກໍບໍ່ຕອບ, ໄປເຮືອນ ບ່ອນເຮັດວຽກກໍບໍ່ເຫັນ ເຈົ້າໜີ້ຫຼາຍຄົນເລີຍເລືອກ “ໂພສປະຈານລົງ Facebook” ເພື່ອໃຫ້ຄົນອື່ນຊ່ວຍທວງ.
ເຕືອນເລີຍວ່າ: ຢຸດດ່ວນ! ເພາະທ່ານອາດຈະກາຍເປັນຜູ້ກະທຳຜິດກົດໝາຍອາຍາໂດຍບໍ່ຮູ້ໂຕ:
ອີງຕາມປະມວນກົດໝາຍອາຍາ ສະບັບເລກທີ 26/ສພຊ, ລົງວັນທີ 17 ພຶດສະພາ 2017, ໃນມາດຕາ 206 (ການເຮັດໃຫ້ຜູ້ອື່ນອັບອາຍ): “ບຸກຄົນໃດ ຫາກລະເມີດກຽດສັກສີຂອງບຸກຄົນອື່ນ ແລະ ເຮັດໃຫ້ໄດ້ຮັບຄວາມອັບອາຍ ຈະຖືກຕໍານິວິຈານ ຫຼື ດັດສ້າງໂດຍບໍ່ຕັດອິດສະລະພາບ ຫຼື ລົງໂທດຕັດອິດສະລະພາບ ແຕ່ 3 ເດືອນ ຫາ 1 ປີ ແລະ ຈະຖືກປັບໃໝ ແຕ່ 1,000,000 ກີບ ຫາ 5,000,000 ກີບ”.
ຫຼື ໃນກໍລະນີທີ່ເຈົ້າໜີ້ໄດ້ລົບ ໂພສດັ່ງກ່າວອອກແລ້ວກໍຕາມ ແຕ່ຄວາມຜິດໄດ້ເກີດຂຶ້ນ ແລະ ສໍາເລັດແລ້ວ ຊຶ່ງບໍ່ສາມາດລົບລ້າງການກະທໍາຜິດຂອງເຈົ້າໜີ້ໄດ້.
ມາດຕາ 168 ການສ້າງຄວາມເສຍຫາຍຜ່ານສື່ສັງຄົມອອນລາຍ
ບຸກຄົນໃດ ຫາກໄດ້ສ້າງຄວາມເສຍຫາຍຜ່ານສື່ສັງຄົມອອນລາຍ ຈະຖືກລົງໂທດຕັດອິດສະລະພາບ ແຕ່ 3 ເດືອນ ຫາ 3 ປີ ແລະ ຈະຖືກປັບໃໝ ແຕ່ 4,000,000 ກີບ ຫາ 20,000,000 ກີບ.
ນອກຈາກນັ້ນ, ຖ້າການທວງໜີ້ຜ່ານ Facebook ດັ່ງກ່າວ ຫາກມີການນໍາໃຊ້ຄໍາສັບທີ່ມີລັກສະນະບໍ່ສ້າງສັນ, ຫຍາບຊ້າ ຫຼື ເຖິງຂັ້ນປ້ອຍດ່າລູກໜີ້ ຈົນລາມໄປເຖິງການປ້ອຍດ່າຮອດເຊື້ອສາຍ ໃນລັກສະນະຂອງການປະຈານລູກໜີ້ ເຈົ້າໜີ້ອາດຈະຖືກລູກໜີ້ຮ້ອງຟ້ອງໃຫ້ດໍາເນີນຄະດີຕາມມາດຕາ 207 ຂອງປະມວນກົດໝາຍອາຍາ ຊຶ່ງກໍານົດວ່າ: “ບຸກຄົນໃດ ຫາກໄດ້ໃຊ້ວາຈາ, ຂຽນ ຫຼື ກະທໍາແນວຫຍາບຊ້າໃສ່ຜູ້ອື່ນ ເພື່ອໃຫ້ເສື່ອມເສຍກຽດສັກສີຢ່າງຮ້າຍແຮງ ຈະຖືກລົງໂທດຕັດອິດສະລະພາບ ແຕ່ 3 ເດືອນ ຫາ 1 ປີ ຫຼື ດັດສ້າງໂດຍບໍ່ຕັດອິດສະລະພາບ ແລະ ຈະຖືກປັບໃໝ ແຕ່ 1,000,000 ກີບ ຫາ 5,000,000 ກີບ”.
ແລ້ວເຈົ້າໜີ້ຄວນເຮັດແນວໃດ?
ຖ້າເຈົ້າໜີ້ຕ້ອງການທວງໜີ້ ກໍຂໍໃຫ້ທວງແບບສ່ວນຕົວດີກວ່າ ເຊັ່ນ: ການໂທລະສັບໄປຫາໂດຍກົງ, ການໄປຫາຢູ່ເຮືອນ, ການຕິດຕໍ່ຫາພໍ່ແມ່ ຫຼື ຄົນໃກ້ຊິດຂອງລູກໜີ້, ຫຼີກເວັ້ນການປະກາດລົງໃນພື້ນທີ່ສາທາລະນະທີ່ຫຼາຍຄົນເຫັນ ເພາະເວລາຢືມກັນກໍມີພຽງແຕ່ສອງຄົນເທົ່ານັ້ນທີ່ມີສ່ວນກ່ຽວຂ້ອງ ກໍຄື ເຈົ້າໜີ້ ແລະ ລູກໜີ້.
ຖ້າເຈົ້າໜີ້ຫາກເຫັນວ່າທວງໜີ້ແລ້ວ ແຕ່ລູກໜີ້ຍັງບໍ່ຍອມປະຕິບັດ ຫຼື ບໍ່ຍອມໃຊ້ແທນໜີ້ສິນ ກໍຂໍໃຫ້ເຈົ້າໜີ້ຮວບຮວມເອົາຫຼັກຖານຕ່າງໆ ເປັນຕົ້ນ ສັນຍາກູ້ຢືມເງິນ ຖ້າເຮັດສັນຍາຮ່ວມກັນໄວ້, ຂໍ້ຄວາມເວລາສົນທະນາກັນໃນເວລາກູ້ຢືມ ແລະ ຫຼັກຖານອື່ນໆ ແລ້ວປະກອບກັນຍື່ນຄໍາຮ້ອງຟ້ອງຕໍ່ສານໃຫ້ເປັນຄະດີ ຕາມກົດໝາຍໃນຂັ້ນຕໍ່ໄປໄດ້.
ສະຫຼຸບແລ້ວ: ຄວນພິຈາລະນາຄວາມສາມາດໃນການສົ່ງຄືນຂອງລູກໜີ້ ແລະ ວາງແຜນຮັບມືໄວ້ລ່ວງໜ້າ, ທາງດຽວຂອງເຈົ້າໜີ້ເວລາລູກໜີ້ບໍ່ໃຊ້ເງິນຄືນ ກໍຄືການໃຊ້ສິດຕາມກົດໝາຍ ດ້ວຍການຮ້ອງຟ້ອງຕໍ່ສານເທົ່ານັ້ນ. ການປະຈານລູກໜີ້ຜ່ານທາງພື້ນທີ່ສາທາລະນະ ຖ້າລູກໜີ້ຂອງຜູ້ອ່ານເປັນຄົນແບບຊຽງໝ້ຽງ ຜູ້ອ່ານອາດຈະຕົກເປັນຜູ້ຖືກຫາໃນຄະດີອາຍາ ກໍເປັນໄປໄດ້.
ທັງໝົດນີ້ ເປັນພຽງຂໍ້ອ້າງອີງຕາມກົດໝາຍເທົ່ານັ້ນ, ໃນກໍລະນີສານຕັດສິນແທ້ ອາດມີການປ່ຽນແປງໄປຕາມແຕ່ລະກໍລະນີ.


