ດ່ວນ!! ວິທະຍາໄລເຕັກນິກ ສະຫວັນນະເຂດ ແຈ້ງທຶນຝຶກອົບຮົມວິຊາຊີບ 3 ເດືອນ ຮຽນຟຣີ ພ້ອມມີເບ້ຍລ້ຽງ ຮັບພຽງ 25 ທຶນເທົ່ານັ້ນ.
ເງື່ອນໄຂຜູ້ສະໝັກ:
– ເປັນນັກຮຽນທີ່ຈົບຊັ້ນປະຖົມ ແຕ່ບໍ່ຈົບຊັ້ນມັດທະຍົມຕອນຕົ້ນ.
– ຫຼື ເປັນກຸ່ມເປົ້າໝາຍຊາວໜຸ່ມທີ່ຍັງຫວ່າງງານຢູ່ຕາມຄຸ້ມບ້ານຕ່າງໆ.
– ມີຄວາມຮັກມັກໃນອາຊີບຂະແໜງບໍລິການ.
ລາຍລະອຽດການຝຶກອົບຮົມ:ສາຂາວິຊາຮຽນ:
– ພະນັກງານບໍລິການອາຫານ ແລະ ເຄື່ອງດື່ມ.
– ຈຳນວນທຶນ: ຮັບພຽງ 25 ທຶນເທົ່ານັ້ນ.
– ໄລຍະເວລາຮຽນ: 3 ເດືອນ.
ສິດທິພິເສດ ແລະ ສິ່ງທີ່ຜູ້ເຂົ້າຮ່ວມຈະໄດ້ຮັບ (ສຳລັບຜູ້ທີ່ຜ່ານການຄັດເລືອກ):
– ໄດ້ຮັບເງິນເບ້ຍລ້ຽງ 1,200,000 ກີບ/ເດືອນ.
– ໄດ້ຮັບຄ່າເດີນທາງໄປ-ກັບ 1,200,000 ກີບ/ຖ້ຽວ (ຈ່າຍມື້ເດີນທາງມາຮຽນ 600,000 ກີບ ແລະ ຮຽນຈົບ 600,000 ກີບ).
– ໄດ້ຮັບການຄຸ້ມຄອງປະກັນໄພ (ສຸຂະພາບ ແລະ ອຸປະຕິເຫດ).
– ໄດ້ຮັບວັດຖຸດິບ ອຸປະກອນການຝຶກອົບຮົມ.
– ໄດ້ຮັບເຄື່ອງນຸ່ງ ແລະ ຊຸດຝຶກປະຕິບັດຕົວຈິງ.
– ມີຫໍພັກໃຫ້ຢູ່ຟຣີ (ບໍ່ເສຍຄ່າ).
ເອກະສານປະກອບການຮັບສະໝັກ (ຢ່າງລະ 01 ສະບັບ):
– ແບບຟອມສະໝັກຂອງຜູ້ເຂົ້າຮ່ວມຝຶກອົບຮົມ.
– ໜັງສືຢັ້ງຢືນສະຖານະຄອບຄົວ (ຢັ້ງຢືນຖານະທຸກຍາກຈາກນາຍບ້ານ).
– ສຳເນົາໃບປະກາສະນີຍະບັດ ຈົບຊັ້ນປະຖົມ.
– ສຳເນົາປື້ມສະມະໂນຄົວ ຫຼື ບັດປະຈຳຕົວ (ຖ້າບໍ່ມີທັງສອງຢ່າງ ແມ່ນໃຫ້ເຮັດໃບຢັ້ງຢືນທີ່ຢູ່ຈາກບ້ານ).
– ຮູບຖ່າຍພື້ນສີຟ້າ ຂະໜາດ 3×4 ຈຳນວນ 6 ໃບ (ເປັນຮູບຖ່າຍບໍ່ກາຍ 3 ເດືອນ).
ກຳນົດເວລາ ແລະ ສະຖານທີ່:
– ເປີດ ແລະ ປິດຮັບສະໝັກ: ເລີ່ມແຕ່ວັນທີ 17 ສິງຫາ 2026 ຫາ ວັນທີ 02 ຕຸລາ 2026.
– ໂມງຮັບສະໝັກ: ຕາມໂມງລັດຖະການ ວັນຈັນ ຫາ ວັນສຸກ (ຕອນເຊົ້າ 08:00- 11:30 ໂມງ, ຕອນບ່າຍ 13:30-16:00 ໂມງ).
– ມື້ເປີດຮຽນ: ວັນທີ 05 ຕຸລາ 2026 ເປັນຕົ້ນໄປ.
– ສະຖານທີ່ຮັບສະໝັກ: ວິທະຍາເຂດຫົວເມືອງໃຕ້ (ໃກ້ກັບຕະຫຼາດສະຫວັນໄຊ), ບ້ານຫົວເມືອງໃຕ້, ນະຄອນໄກສອນພົມວິຫານ, ແຂວງສະຫວັນນະເຂດ.
ເບີໂທລະສັບຕິດຕໍ່ປະສານງານ: 020 92290204 ຫຼື 020 22915191.
ອ່ານຕື່ມຕາມແຈ້ງການທາງລຸ່ມ




