ຄົນສ່ວນໃຫຍ່ອາດຈະເຄີຍເຫັນຜ່ານຕາກັບຄລິບທີ່ເປັນກະແສສຸດແປກໃນໂລກສັງຄົມອອນລາຍບໍ່ວ່າຈະເປັນ ໝາກໄມ້ AI ນອກໃຈ, ຕົວກາຕູນຖ້ວຍຄາປູຊິໂນໃສ່ຊຸດບັນເລ, ຜັກຫຼາຍຊະນິດສາມາດເວົ້າໄດ້, ຖຽງກັນເປັນ ໂຖສ້ວມທີ່ມີຫົວຄົນປາກົດອອກມາ. ຄອນເທນເຫຼົ່ານີ້ມາໄວ ແລະ ໄປໄວຕາມອັນກໍຣິທຶມ ແຕ່ສິ່ງທີ່ມັນຖິ້ມໄວ້ໃນສະໝອງຂອງເດັກນ້ອຍຍຸກ Gen Alpha ກັບເປັນເລື່ອງທີ່ໜ້າເປັນຫ່ວງຫຼາຍ.
ຈາກງານສິລະປະທີ່ໃຊ້ “ໃຈ” ສູ່ຄອນເທັນ AI ທີ່ຜະລິດໄດ້ມື້ລະຮ້ອຍຄລິບ ໃນອະດີດ ການສ້າງແອນິເມຊັນ 1 ຄລິບ ຕ້ອງໃຊ້ທັງເວລາ, ຝີມື ແລະ ຄວາມຕັ້ງໃຈຢ່າງສູງ ເດັກນ້ອຍຈຶ່ງໄດ້ຊຶມຊັບເລື່ອງລາວທີ່ມີເຫດ-ຜົນ (ມີຈຸດເລີ່ມຕົ້ນ, ບັນຫາ ແລະ ບົດສະຫຼຸບ). ແຕ່ປັດຈຸບັນ, AI ເຮັດໃຫ້ຕົ້ນທຶນການຜະລິດເຫຼືອເກືອບສູນ ພຽງແຕ່ປ້ອນຄຳສັ່ງກໍໄດ້ຄລິບແມວເຕັ້ນ ຫຼື ໝາກໄມ້ໜ້າຕາແປກໆ ອອກມາຢ່າງຫຼວງຫຼາຍ.
ຜົນກະທົບກໍຄື ເດັກຍຸກນີ້ກຳລັງເບິ່ງຄລິບທີ່ຂ້າມຈາກ A ໄປ Z ທັນທີ ໂດຍບໍ່ມີຕັກກະ ຫຼື ທີ່ມາທີ່ໄປ ເມື່ອສະໝອງຮັບຄວາມ “ບໍ່ມີເຫດຜົນ” ແບບນີ້ທຸກໆມື້ ທັກສະການຕັ້ງຄຳຖາມວ່າ “ຍ້ອນຫຍັງ?” ຫຼື “ຈະແກ້ໄຂບັນຫານີ້ແນວໃດ?” ກໍຄ່ອຍໆ ເລືອນຫາຍໄປ.
ການເບິ່ງຄລິບສັ້ນແບບນີ້ຊ້ຳໆ ເຮັດໃຫ້ສະຫມອງເສບຕິດ ຄວາມຮູ້ສຶກໄດ້ລາງວັນທັນທີຈົນເກີດອາການທີ່ເອີ້ນວ່າ Brainrot (ອາການມຶນທາງຄິດ) ແລະ ພາວະ Popcorn Brain(ຄິດຄົ້ນໂດຍ Dr. David M. Levy) ເຊິ່ງແມ່ນພາວະທີ່ສະໝອງໂດດໄປມາຈາກເລື່ອງໜຶ່ງໄປອີກເລື່ອງໜຶ່ງຢ່າງໄວວາ ຄືກັບເມັດເຂົ້າໂພດຄົ້ວທີ່ແຕກໂຕໃນໝໍ້.
Dr. Sanam Hafeez ນັກປະສາດວິທະຍາ ໄດ້ອະທິບາຍວ່າ:
“ເມື່ອເດັກນ້ອຍຖືກກະຕຸ້ນດ້ວຍສິ່ງທີ່ລົ້ນຫຼາມຢ່າງຕໍ່ເນື່ອງ ສະໝອງຂອງພວກເຂົາຈະໂຫຍຫາແຕ່ຄວາມຕື່ນເຕັ້ນຕະຫຼອດເວລາ ສົ່ງຜົນໃຫ້ເກີດບັນຫາໃນການຈົດຈໍງານທີ່ດຳເນີນໄປຢ່າງຊ້າໆເຊັ່ນ: ການອ່ານປຶ້ມ, ການຮຽນ ຫຼື ແມ້ກະທັ້ງການໂອ້ລົມໃນຊີວິດຈິງ”
ສິ່ງທີ່ໜ້າເປັນຫ່ວງທີ່ສຸດແມ່ນຫຍັງ?
* ຂາດຄວາມອດທົນ: ການແກ້ໄຂບັນຫາໃນຊີວິດຈິງຕ້ອງໃຊ້ເວລາ ແຕ່ສະໝອງທີ່ຄຸ້ນຊິນກັບຄວາມໄວຈະສັ່ງໃຫ້ “ຍອມພ່າຍແພ້” ໄວຂຶ້ນ.
* ແຍກຄວາມຈິງກັບຈິນຕະນາການຍາກ: ຮູບແບບວິດີໂອທີ່ແປກປະຫຼາດອາດເຮັດໃຫ້ເດັກນ້ອຍເລີ່ມແຍກແຍະໂລກຄວາມຈິງໄດ້ຍາກຂຶ້ນ.
* ສູນເສຍການຄິດວິເຄາະ: ຄວາມໄຮ້ບໍລິບົດຂອງຄອນເທນກຳລັງກັດກິນທັກສະການຄິດຢ່າງມີເຫດຜົນໄປເທື່ອລະນ້ອຍ.
ແຫຼ່ງອ້າງອີງ:
* Dr. Sanam Hafeez (Neuropsychologist)
* Popcorn Brain: Dr. David M. Levy (Psychologist / University of Washington)


