6 ເຄັດລັບງ່າຍໆ ສ້າງນິດໄສໃຫ້ເດັກນ້ອຍມັກກິນຜັກ ເພື່ອສຸຂະພາບທີ່ແຂງແຮງ

ບ້ານໃດກຳລັງເຈັບຫົວ ກັບບັນຫາ “ລູກບໍ່ຍອມກິນຜັກ” ຢູ່ບໍ່?

ບັນຫານີ້ຖືເປັນເລື່ອງປົກກະຕິທີ່ພົບໄດ້ໃນເກືອບທຸກຄອບຄົວ ເພາະລູກນ້ອຍມັກປະຕິເສດຜັກ ຍ້ອນຮູບຮ່າງໜ້າຕາທີ່ເບິ່ງບໍ່ໜ້າກິນ ຫຼື ລົດຊາດຂົມທີ່ຊວນໃຫ້ຢາກຄາຍອອກ. ນອກຈາກນີ້, ເດັກນ້ອຍຍັງມີຄວາມມັກລົດຊາດຫວານມາຕັ້ງແຕ່ເລີ່ມຕົ້ນຍ້ອນວ່າໃນ “ນົມແມ່” ຕາມທຳມະຊາດກໍມີລົດຊາດຫວານຢູ່ແລ້ວ. ສະນັ້ນ, ເມື່ອເຖິງໄວທີ່ຕ້ອງເລີ່ມກິນອາຫານ, ການທີ່ຈະໃຫ້ພວກເຂົາກິນຜັກຂົມ ຈຶ່ງກາຍເປັນເລື່ອງທີ່ທ້າທາຍຫຼາຍ ສຳລັບພໍ່ແມ່.

ຢ່າງໃດກໍຕາມ, ການກິນຜັກຍັງຄົງເປັນເລື່ອງທີ່ສຳຄັນຫຼາຍສຳລັບເດັກນ້ອຍ ຍ້ອນຜັກອຸດົມໄປດ້ວຍສານອາຫານທີ່ມີຄຸນຄ່າ ຕອບໂຈດການຈະເລີນເຕີບໂຕ ແລະ ສຸຂະພາບໃນໄລຍະຍາວ. ການຝຶກໃຫ້ເດັກກິນຜັກທີ່ຫຼາກຫຼາຍຕັ້ງແຕ່ນ້ອຍ ຈະຊ່ວຍສົ່ງເສີມສຸຂະພາບລຳໄສ້, ສ້າງພຶດຕິກຳການກິນໃນອະນາຄົດ, ທັງຍັງຊ່ວຍຫຼຸດຜ່ອນຄວາມສ່ຽງຈາກພະຍາດ.

6 ວິທີປ່ຽນໃຈເດັກນ້ອຍ ໃຫ້ຫັນມາເລີ່ມເປີດໃຈກິນຜັກ:

1. ຊວນກິນຜັກເລື້ອຍໆ (ສ້າງຄວາມຄຸ້ນເຄີຍ):

ການໃຫ້ເດັກໄດ້ລອງຜັກທີ່ຫຼາກຫຼາຍ ແລະ ເຮັດແບບນັ້ນເລື້ອຍໆ ຈະຊ່ວຍໃຫ້ເດັກຄຸ້ນເຄີຍ. ໂດຍຊ່ວງເວລານີ້ໄດ້ຜົນດີທີ່ສຸດແມ່ນ ໄວຊັ້ນອະນຸບານ (3-5 ປີ) ຍ້ອນຜົນການວິໄຈຊີ້ວ່າ ເດັກນ້ອຍຕ້ອງໄດ້ລອງກິນຜັກຊະນິດນັ້ນໆ ຊ້ຳກັນຫຼາຍໆຄັ້ງກ່ອນທີ່ພວກເຂົາຈະຍອມຮັບ ແລະ ກິນມັນໄດ້ຢ່າງເປີດໃຈ.

2. ເສີບຜັກກ່ອນອາຫານອື່ນ (ຕອນກຳລັງຫິວ):

ການເສີບຜັກໃນຊ່ວງເລີ່ມຕົ້ນຂອງມື້ອາຫານ ເຊິ່ງເປັນຊ່ວງທີ່ເດັກນ້ອຍກຳລັງຫິວທີ່ສຸດ ຈະຊ່ວຍເພີ່ມໂອກາດໃຫ້ພວກເຂົາກິນຜັກໄດ້ຫຼາຍຂຶ້ນ. ນອກຈາກນີ້ ຍັງຊ່ວຍຫຼຸດການແຍ່ງພື້ນທີ່ໃນທ້ອງກັບອາຫານທີ່ມີແຄລໍຣີສູງຊະນິດອື່ນໆ ອີກດ້ວຍ.

3. ເພີ່ມປະລິມານຜັກໃນຈານ:

ປັບອັດຕາສ່ວນອາຫານໂດຍການຫຼຸດປະລິມານສ່ວນປະສົມທີ່ມີແຄລໍຣີສູງ (ເຊັ່ນ: ຊີ້ນສັດ) ແລ້ວເພີ່ມຜັກ ແລະ ໝາກໄມ້ເຂົ້າໄປແທນ. ການວິໄຈພົບວ່າ ຄົນເຮົາມັກກິນອາຫານໃນປະລິມານທີ່ໃກ້ຄຽງກັນໃນແຕ່ລະວັນ. ດັ່ງນັ້ນ ເມື່ອເຮົາເພີ່ມຜັກໃນຈານຫຼາຍຂຶ້ນ ເດັກນ້ອຍກໍຈະກິນຜັກໄດ້ຫຼາຍຂຶ້ນໂດຍບໍ່ຮູ້ໂຕ.

4. ປ່ຽນຮູບລັກສະນະ ໃຫ້ເບິ່ງໜ້າກິນ ແລະ ມ່ວນຊື່ນ:

ເດັກນ້ອຍມີແນວໂນ້ມທີ່ຈະກິນອາຫານໃໝ່ໆ ຫຼາຍຂຶ້ນ ເມື່ອອາຫານນັ້ນຖືກຈັດວາງຢ່າງງາມຕາ ໂດຍພໍ່ແມ່ສາມາດຫັ່ນຜັກໃຫ້ເປັນຮູບຮ່າງທີ່ໜ້າສົນໃຈເຊັ່ນ: ຮູບແບ້, ໝາກກະເບື້ອ, ດອກໄມ້ ຫຼື ໝີເທັດດີ ການປ່ຽນອາຫານສຸຂະພາບໃຫ້ເບິ່ງຄືຂອງຫຼິ້ນທີ່ແສນມ່ວນ ຈະຊ່ວຍດຶງດູດຄວາມສົນໃຈຂອງເດັກໄດ້ເປັນຢ່າງດີ.

5. ນັ່ງກິນຜັກພ້ອມກັນ (ເປັນແບບຢ່າງທີ່ດີ):

ພຶດຕິກຳການກິນຂອງພໍ່ແມ່ມີບົດບາດສຳຄັນຫຼາຍ ຖ້າພໍ່ແມ່ກິນອາຫານທີ່ບໍ່ດີຕໍ່ສຸຂະພາບ, ລູກກໍມີແນວໂນ້ມທີ່ຈະກິນຕາມ. ໃນທາງກັບກັນ, ເມື່ອພໍ່ແມ່ກິນຜັກ-ມາກໄມ້ໃຫ້ລູກເຫັນເປັນປະຈຳ ເດັກນ້ອຍກໍຈະຮຽນຮູ້ ແລະ ກິນຕາມຢ່າງທຳມະຊາດ.

6. ໃຫ້ການກິນຜັກເປັນເລື່ອງມ່ວນ (ຫຼຸດຄວາມຢ້ານ):

ການປ່ອຍໃຫ້ເດັກນ້ອຍໄດ້ “ຫຼິ້ນ” ກັບອາຫານ ຈະຊ່ວຍຫຼຸດອາການຢ້ານອາຫານໃໝ່ໄດ້ ໂດຍສະໜັບສະໜູນໃຫ້ເດັກໄດ້ຈັບ, ດົມກິ່ນ, ແລະ ສັງເກດສ່ວນປະສົມຕ່າງໆຢ່າງໃກ້ຊິດ. ໂດຍບໍ່ຕ້ອງກົດດັນ ຫຼື ຄາດຫວັງໃຫ້ພວກເຂົາຟ້າວຊິມ. ເມື່ອເດັກນ້ອຍໄດ້ປັບຕົວ ແລະ ຄຸ້ນເຄີຍແລ້ວ ພວກເຂົາຈະເປີດໃຈ ແລະ ເຕັມໃຈທີ່ຈະລອງຊິມໃນພາຍຫຼັງເອງ.

ແຫຼ່ງຂໍ້ມູນອ້າງອີງ: Penn State Extension, The Pennsylvania State University

Related Articles

LEAVE A REPLY

Please enter your comment!
Please enter your name here

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles