ຄະນະຜູ້ແທນ ສປປ ລາວ ເຂົ້າຮ່ວມພິທີເປີດ ກອງປະຊຸມປັນຍາປະດິດໂລກ ທີ່ ນະຄອນຊຽງໄຮ, ສປ ຈີນ

ໃນວັນທີ 17 ກໍລະກົດ 2026 ທີ່ຜ່ານມາ, ທ່ານ ທອງສະຫວັນ ພົມວິຫານ, ກໍາມະການສູນກາງພັກ, ຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ນໍາພາຄະນະຜູ້ແທນ ສປປ ລາວ ເຂົ້າຮ່ວມພິທີເປີດ ກອງປະຊຸມປັນຍາປະດິດໂລກ (World Artificial Intelligence Conference – WAIC) ຢ່າງເປັນທາງການ ທີ່ ນະຄອນຊຽງໄຮ, ສປ ຈີນ.​ 🇨🇳

ກອງປະຊຸມຄັ້ງນີ້ຖືເປັນກອງປະຊຸມປະຖົມມະເລີກ ພາຍຫຼັງການລົງນາມຂໍ້ຕົກລົງສ້າງຕັ້ງ ອົງການປັນຍາປະດິດໂລກ (WAICO) ໃນວັນທີ 16 ກໍລະກົດ 2026 ທີ່ຜ່ານມາ. ໂດຍມີຜູ້ນໍາລະດັບປະມຸກລັດ, ຫົວໜ້າລັດຖະບານ, ເຈົ້າໜ້າທີ່ຂັ້ນສູງຈາກກວ່າ 60 ປະເທດ ພ້ອມດ້ວຍຜູ້ຕາງໜ້າອົງການຈັດຕັ້ງສາກົນ, ຊ່ຽວຊານ ແລະ ຜູ້ນໍາພາກທຸລະກິດຈາກທົ່ວໂລກເຂົ້າຮ່ວມຫຼາຍກວ່າ 1,400 ທ່ານ.

​ໃນພິທີເປີດ, ພະນະທ່ານ ສີ ຈິ້ນຜິງ, ເລຂາທິການໃຫຍ່, ປະທານປະເທດແຫ່ງ ສປ ຈີນ ໄດ້ກ່າວປາໄສເນັ້ນໜັກວິໄສທັດການພັດທະນາ ແລະ ຄຸ້ມຄອງ AI ພາຍໃຕ້ 4 ຫຼັກການນໍາພາ:

ຄວາມເປີດເຜີຍ ແລະ ການຮ່ວມມື: ເນັ້ນຜົນປະໂຫຍດຮ່ວມກັນ.

ຄວາມປອດໄພ: AI ຕ້ອງປອດໄພ ແລະ ຄວບຄຸມໄດ້.

ເຄົາລົບຄວາມຫຼາກຫຼາຍ: ສົ່ງເສີມການເປີດກວ້າງ, ບໍ່ທຳລາຍເອກະລັກວັດທະນະທຳຂອງແຕ່ລະຊາດ.

ສາມັກຄີປັບປຸງການປົກຄອງ: ນໍາໃຊ້ບົດບາດຂອງ ສປຊ ເພື່ອສ້າງລະບຽບການປົກຄອງ AI ລະດັບໂລກ.

ພ້ອມນີ້, ປະທານປະເທດ ສປ ຈີນ ຍັງໄດ້ປະກາດຂໍ້ລິເລີ່ມສໍາຄັນ ໄດ້ແກ່:

5,000 ທຶນ: ສະໜອງທຶນຝຶກອົບຮົມວິຊາສະເພາະດ້ານ AI ໃຫ້ປະເທດກຳລັງພັດທະນາ ພາຍໃນ 5 ປີ.

ສູນຮ່ວມມື AI ສາກົນ: ສ້າງສູນຮ່ວມມືໃຫ້ກັບ ອາຊຽນ, ສະຫະພາບອາຟຣິກາ, ບຣິກສ (BRICS) ແລະ ກຸ່ມອື່ນໆ.

ລະບົບ “MAZU”: ຂະຫຍາຍການນຳໃຊ້ລະບົບເຕືອນໄພອັດສະລິຍະດ້ານດິນຟ້າອາກາດ ໃນ 30 ປະເທດຜູ້ຮ່ວມກໍ່ຕັ້ງ WAICO.

ດ້ານ ທ່ານ ອັນໂຕນີໂອ ກູເຕີເຣັສ, ເລຂາທິການໃຫຍ່ອົງການ ສປຊ ໄດ້ເນັ້ນໜັກວ່າ ປະຊາຄົມໂລກຕ້ອງຮ່ວມກັນອອກແບບການຄຸ້ມຄອງ AI ໃຫ້ເປັນນະວັດຕະກໍາທີ່:

“ສ້າງໂດຍມວນມະນຸດ, ໂດຍມີຄວາມເປັນມະນຸດ ແລະ ເພື່ອມວນມະນຸດຊາດທັງໝົດ” (by humanity, with humanity, and for all humanity).

ໃນໂອກາດດັ່ງກ່າວ, ຄະນະຜູ້ແທນ ສປປ ລາວ ໄດ້:

ຢ້ຽມຊົມງານວາງສະແດງ AI: ເບິ່ງຕົ້ນແບບການນຳໃຊ້ AI ເຂົ້າໃນຂະແໜງການແພດ, ອຸດສາຫະກຳ, ຫຸ່ນຍົນຄົວເຮືອນ, ການສຶກສາ, ການຂົນສົ່ງ ແລະ ການພັດທະນາເສດຖະກິດ-ສັງຄົມ.

ເຈລະຈາຄວາມຮ່ວມມື: ສົນທະນາແບບບໍ່ເປັນທາງການກັບຜູ້ຕາງໜ້າລັດຖະບານ, ອົງການສາກົນ ແລະ ພາກເອກະຊົນ ເພື່ອຊອກຫາໂອກາດຖ່າຍທອດເຕັກໂນໂລຊີ, ພັດທະນາຊັບພະຍາກອນມະນຸດ ແລະ ນະວັດຕະກຳດິຈິຕອນ ມາປັບໃຊ້ໃນ ສປປ ລາວ.

ກອງປະຊຸມປັນຍາປະດິດໂລກ (WAIC) ແລະ ກອງປະຊຸມລະດັບສູງວ່າດ້ວຍການຄຸ້ມຄອງ AI ລະດັບໂລກ ແມ່ນດຳເນີນມາຮອດວັນທີ 20 ກໍລະກົດ 2026 ນີ້.

​ທີ່ມາ: ກະຊວງການຕ່າງປະເທດ

Lao Youth​ ​Radio​ ​FM​90​MHz

Related Articles

LEAVE A REPLY

Please enter your comment!
Please enter your name here

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles