ຮູບເງົາສະຫຍອງຂວັນເລື່ອງ “ກ່ອງກ່ອຍ” (Wrecked) ສ້າງປະຫວັດສາດໃໝ່ໃຫ້ວົງການຮູບເງົາລາວ ດ້ວຍການກວາດລາຍໄດ້ທະລຸ 360 ລ້ານກີບ ຢ່າງໄວວາ ໃນບໍ່ພໍເທົ່າໃດມື້ ພ້ອມທະຍານຂຶ້ນອັນດັບ 1 ໃນ Lao Box Office. ຜົນງານນີ້ເກີດຈາກການຮ່ວມມືຄັ້ງໃຫຍ່ລະຫວ່າງຝ່າຍລາວ Lao New Wave Cinema (ກຳກັບໂດຍ ອານີໄຊ ແກ້ວລາ) ແລະ ຄ້າຍໜັງໄທ Hollywood Thailand ເຊິ່ງເປັນການຍົກລະດັບມາດຕະຖານງານສ້າງ ແລະ ເຂົ້າສາຍທັງໃນໂຮງຮູບເງົາລາວ ແລະ ໄທ.
ເນື້ອເລື່ອງໄດ້ນຳເອົາຕຳນານຜີພື້ນບ້ານອັນເກົ່າແກ່ຂອງ ລາວ-ໄທ ມາຕີຄວາມໃໝ່ໃນຍຸກປັດຈຸບັນ ເມື່ອກຸ່ມຄອນເທັນຄຣີເອເຕີ ລ່າຜີທີ່ຫວັງສ້າງກະແສ ດຳດິ່ງເຂົ້າໄປໃນປ່າເລິກເພື່ອຕາມຫາ “ຜີກ່ອງກ່ອຍ” ແຕ່ກັບຕ້ອງຕົກຢູ່ໃນກັບດັກລ້າງແຄ້ນອັນແສນສະຫຍອງ. ຕົວເລື່ອງເຕັມໄປດ້ວຍຄວາມກົດດັນ, ປົມເລື່ອງທີ່ຄາດເດົາຍາກ (Plot Twist), ແລະ ບັນຍາກາດທີ່ຊວນຂົນລຸກຕັ້ງແຕ່ເລີ່ມຕົ້ນຈົນຈົບ.
ຄວາມສຳເລັດໃນຄັ້ງນີ້ ບໍ່ພຽງແຕ່ເປັນການຢືນຢັນເຖິງກະແສການຕອບຮັບອັນອົບອຸ່ນ ຈາກຜູ້ຊົມທີ່ພ້ອມສະໜັບສະໜູນໜັງລາວຄຸນນະພາບເທົ່ານັ້ນ ແຕ່ຍັງເປັນບາດກ້າວສຳຄັນ ໃນການພັດທະນາບຸກຄະລາກອນ ແລະ ມາດຕະຖານການຜະລິດຮູບເງົາລາວ ໃຫ້ກ້າວໄປສູ່ລະດັບສາກົນຢ່າງແທ້ຈິງ. ພິສູດຄວາມສະຫຍອງໄດ້ແລ້ວມື້ນີ້ໃນໂຮງຮູບເງົາ.
Lao Youth Radio

