ໂລກຕ້ອງຈາລຶກ! ທ້າວ ອີຊານ ຊິງ (Ishank Singh) ເດັກຊາຍຜູ້ມີພອນສະຫວັນໄວພຽງ 7 ປີ ຈາກເມືອງຣັນຊີ ປະເທດອິນເດຍ ໄດ້ສ້າງປະຫວັດສາດໜ້າໃໝ່ ດ້ວຍການລອຍນ້ຳຂ້າມຊ່ອງແຄບພອກ (Palk Strait) ເຊິ່ງເປັນເຂດນ່ານນ້ຳລະຫວ່າງ ອິນເດຍ ແລະ ສີລັງກາ ດ້ວຍໄລຍະທາງໄກເຖິງ 29 ກິໂລແມັດ ໂດຍໃຊ້ເວລາພຽງ 9 ຊົ່ວໂມງ 50 ນາທີ ໃນວັນທີ 30 ເມສາ ທີ່ຜ່ານມາ.
ອີຊານ ໄດ້ເລີ່ມອອກໂຕລອຍນ້ຳ ຈາກເມືອງທາໄລມັນນາ (Talaimannar) ປະເທດສີລັງກາ ແລະ ມຸ່ງໜ້າສູ່ຈຸດໝາຍປາຍທາງທີ່ ເມືອງທະນຸດໂກດີ (Dhanushkodi) ລັດທະມິນນາດູ ປະເທດອິນເດຍ. ຄວາມສຳເລັດໃນຄັ້ງນີ້ເຮັດໃຫ້ລາວໄດ້ຮັບການບັນທຶກສະຖິຕິເປັນ:
“ນັກລອຍນ້ຳຂ້າມຊ່ອງແຄບພອກ ທີ່ອາຍຸນ້ອຍທີ່ສຸດ ແລະ ໄວທີ່ສຸດໃນໂລກ” . ຜູ້ຄອງສະຖິຕິໂລກ OWSAT ປະຈຳປີ 2026
ແມ່ຂອງ ອີຊານ ເປີດເຜີຍວ່າ ລູກຊາຍເລີ່ມຮຽນລອຍນ້ຳຕັ້ງແຕ່ອາຍຸ 3 ປີ. ສຳລັບພາລະກິດຄັ້ງນີ້ ລາວໄດ້ທຸ່ມເທຝຶກຊ້ອມຢ່າງໜັກຕໍ່ເນື່ອງຫຼາຍເດືອນ, ໂດຍຝຶກຊ້ອມມື້ລະ 7-8 ຊົ່ວໂມງ. ໃນໄລຍະ 6 ເດືອນຜ່ານມາ ໄດ້ເນັ້ນການຝຶກຊ້ອມໃນແຫຼ່ງນ້ຳເປີດ (Open Water) ເພື່ອປັບສະພາບຮ່າງກາຍໃຫ້ພ້ອມກັບສະພາບທະເລຕົວຈິງ.
ອີຊານ ກ່າວວ່າ: “ຂ້ອຍຮູ້ສຶກດີໃຈຫຼາຍທີ່ເຮັດໄດ້ສຳເລັດ ແລະ ຈະພັດທະນາຕົນເອງຕໍ່ໄປ ໂດຍມີຄວາມຝັນວ່າໃນອະນາຄົດຈະລອຍນ້ຳຂ້າມຊ່ອງແຄບນີ້ແບບ ໄປ-ກັບ ໃຫ້ໄດ້”
ດ້ານຄູຝຶກ: ລະບຸວ່າ ອີຊານ ມີຄວາມອົດທົນ (Endurance) ທີ່ໂດດເດັ່ນເກີນໄວ ແລະ ໄດ້ຮັບການສະໜັບສະໜູນທີ່ດີຢ້ຽມຈາກຄອບຄົວ.
ເຈົ້າຄອງລັດຊາຂັນ (Jharkhand): ໄດ້ສະແດງຄວາມຍິນດີ ແລະ ຍົກຍ້ອງວ່າ ອີຊານ ຄືຕົວແບບຂອງຄວາມມີລະບຽບວິໄນ ແລະ ຄວາມມຸ່ງໝັ້ນທີ່ແຮງກ້າ.
ທາງໂຮງຮຽນ: ກ່າວວ່າຄວາມກ້າຫານຂອງລາວໃນໄວພຽງເທົ່ານີ້ ໄດ້ກາຍເປັນແຮງບັນດານໃຈ ແລະ ສ້າງຊື່ສຽງໃຫ້ກັບທັງໂຮງຮຽນ ແລະ ປະເທດຊາດ.
: PTI
Lao Youth Radio FM90MHz

