ອານາຄົດລາວອາດພົບໄພອາກາດຮ້າຍແຮງນ້ຳຖ້ວມ ແຫ້ງແລ້ງ – ພະຍຸໝາກເຫັບຫຼາຍແຂງ

ລາວກຳລັງພົບວິກິດສະພາບອາກາດຮຸນແຮງຂຶ້ນຢ່າງຊັດເຈນ ຫຼັງສະພາບອາກາດຜັນຜວນຫນັກໃນຫຼາຍພື້ນທີ່ ທັງຝົນຕົກຫນັກ, ນ້ຳຖ້ວມກະທັນຫັນ, ໄພແຫ້ງແລ້ງຮຸນແຮງ, ດິນເຈື່ອນ ແລະ ລູກເຫັບຂະໜາດໃຫຍ່ ທີ່ເກີດຂຶ້ນຖີ່ຂຶ້ນໃນຫຼາຍແຂວງ. ສະພາບດັ່ງກ່າວກຳລັງສະທ້ອນໃຫ້ເຫັນຢ່າງຊັດເຈນວ່າ ລາວກຳລັງເຂົ້າສູ່ຊ່ວງເວລາທີ່ຄວາມຜັນຜວນຂອງສະພາບອາກາດ ບໍ່ແມ່ນເລື່ອງໄກຕົວອີກຕໍ່ໄປ ແຕ່ເປັນວິກິດທີ່ກະທົບຕໍ່ຊີວິດປະຊາຊົນໂດຍກົງ.

ໃນໄລຍະຜ່ານມາ ຫຼາຍແຂວງຂອງລາວປະເຊີນກັບສະພາບອາກາດສຸດຂົ້ວຫຼາຍຮູບແບບ. ບາງພື້ນທີ່ປະສົບຝົນຕົກຫນັກຈົນເກີດນ້ຳຖ້ວມ ສ້າງຄວາມເສຍຫາຍຕໍ່ເຮືອນເຮືອນ, ຖະໜົນ ແລະ ພືດຜົນການກະສິກຳ . ບາງເຂດກໍປະສົບໄພແຫ້ງແລ້ງຍາວນານ ຈົນແຫຼ່ງນ້ຳຫຼຸດລົງ ແລະ ສົ່ງຜົນໃຫ້ການຜະລິດຫຼຸດຖອຍ. ພ້ອມກັນນັ້ນ ຫຼາຍພື້ນທີ່ຍັງເກີດພາຍຸຮຸນແຮງ ພ້ອມລູກເຫັບຂະໜາດໃຫຍ່ ຈົນສ້າງຄວາມເສຍຫາຍຕໍ່ເຮືອນຊານ, ລົດຍົນ ແລະ ຊັບສິນຂອງປະຊາຊົນ.

ສະພາບອາກາດທີ່ຜັນຜວນຫນັກ ກຳລັງສົ່ງຜົນກະທົບຫນັກທີ່ສຸດຕໍ່ພາກການກະສິກຳ ຊຶ່ງເປັນເສົາຫຼັກຂອງເສດຖະກິດລາວ. ຝົນບໍ່ຕົກຕາມລະດູ, ອາກາດຮ້ອນຈັດ ແລະ ນ້ຳບໍ່ພຽງພໍ ພາໃຫ້ຜົນຜະລິດຂ້າວ, ກາເຟ, ພືດສວນ ແລະ ພືດເສດຖະກິດຫຼາຍຊະນິດຫຼຸດລົງ . ນີ້ບໍ່ພຽງກະທົບຕໍ່ລາຍຮັບຂອງຊາວບ້ານ ແຕ່ຍັງກະທົບຕໍ່ຄວາມໝັ້ນຄົງດ້ານອາຫານຂອງປະເທດຢ່າງເລິກຊຶ້ງ.

ບໍ່ພຽງແຕ່ພາກກະສິກຳ ຄວາມຜັນຜວນຂອງອາກາດຍັງກຳລັງກົດດັນພາກພະລັງງານ ໂດຍສະເພາະໄຟຟ້ານ້ຳຕົກ. ເມື່ອຝົນຜັນຜວນ ແລະ ປະລິມານນ້ຳໃນອ່າງເກັບນ້ຳບໍ່ຄົງທີ່ ການຜະລິດໄຟຟ້າກໍຜັນຜວນຕາມ ສົ່ງຜົນຕໍ່ລາຍຮັບ ແລະ ຄວາມໝັ້ນຄົງດ້ານພະລັງງານໃນລະຍະຍາວ.

ຂະນະດຽວກັນ ຜົນກະທົບຈາກວິກິດອາກາດ ຍັງລຸກລາມໄປສູ່ສຸຂະພາບຂອງປະຊາຊົນ. ອາກາດຮ້ອນຈັດ, ນ້ຳຖ້ວມ ແລະ ນ້ຳບໍ່ສະອາດ ກຳລັງເພີ່ມຄວາມສ່ຽງຂອງໄຂ້ເລືອດອອກ , ພະຍາດຖອກທ້ອງ, ໂລກຜິວໜັງ ແລະ ພະຍາດທາງເດີນຫາຍໃຈ. ກຸ່ມທີ່ສ່ຽງຫຼາຍທີ່ສຸດ ຍັງເປັນເດັກນ້ອຍ, ຜູ້ສູງອາຍຸ ແລະ ຄອບຄົວລາຍຮັບຕ່ຳ ທີ່ເຂົ້າເຖິງນ້ຳສະອາດ ແລະ ການຮັກສາຍັງຈຳກັດ.

ວິກິດອາກາດໃນລາວບໍ່ແມ່ນພຽງບັນຫາດ້ານທຳມະຊາດອີກຕໍ່ໄປ ແຕ່ກຳລັງຂະຫຍາຍເປັນວິກິດດ້ານເສດຖະກິດ, ສັງຄົມ ແລະ ຄຸນນະພາບຊີວິດ. ນີ້ບໍ່ແມ່ນສັນຍານເຕືອນຈາກອະນາຄົດ ແຕ່ເປັນຄວາມຈິງທີ່ກຳລັງເກີດຂຶ້ນແລ້ວໃນປັດຈຸບັນ.

Lao Youth Radio

Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles