ບຸນຫົດນ້ຳ ຫຼື ບຸນສົງການ ຢູ່ລາວເອີ້ນ ປີໃຫມ່ລາວ ປະເທດອື່ນເດ ເອີ້ນວ່າແນວໃດ?

ບຸນຫົດນ້ຳ ຫຼື ບຸນສົງການໃນບາງປະເທດຂອງ ອາຊຽນ​ ແລະ ອາຊີ ແມ່ນການສະເຫຼີມສະຫຼອງທີ່ເຕັມໄປດ້ວຍຊີວິດຊີວາ ເຊິ່ງຜູກພັນຢ່າງແໜ້ນແຟ້ນກັບຮີດຄອງປະເພນີ, ຄວາມເຊື່ອທາງສາສະໜາ ແລະ ການປ່ຽນແປງຂອງລະດູການ ໂດຍສະເພາະແມ່ນການກ້າວເຂົ້າສູ່ສັງກາດໃໝ່.

ມາກວດເບິ່ງ​ວ່າ​ ແຕ່ລະປະເທດເອີ້ນບຸນນີ້ວ່າແນວໃດ:

ປະເທດລາວ: ເອີ້ນວ່າ​ ບຸນປີໃໝ່ລາວ (Pi Mai Lao): ເນັ້ນໃສ່ການຫົດນ້ຳອວຍພອນ​ເຊິ່ງ​ກັນ​ ແລະກັນ, ການສົງພຣະພຸດທະຮູບ,​ ສຸມມາຜູ້ໃຫຍ່ ແລະ ການບວດສົງເພື່ອຄວາມເປັນສິຣິມຸງຄຸນ ເຊິ່ງສະແດງເຖິງຄວາມເຄົາລົບນັບຖື ແລະ ການປັດເປົ່າສິ່ງບໍ່ດີອອກໄປ.

ປະເທດໄທ ເອີ້ນວ່າ: ສົງການ (Songkran): ເປັນທີ່ຮູ້ຈັກກັນດີໃນລະດັບສາກົນ ກັບກິດຈະກຳການຫຼິ້ນນ້ຳຢ່າງມ່ວນຊື່ນທົ່ວປະເທດ ເພື່ອເປັນສັນຍາລັກແຫ່ງການຊຳລະລ້າງຮ່າງກາຍ ແລະ ຈິດໃຈໃຫ້ບໍລິສຸດ.

ປະເທດ​ກຳປູເຈຍ​ ເອີ້ນວ່າ: ຈໍລະຈະນຳທະໄມ (Chaul Chnam Thmey): ມີການຫົດນ້ຳອວຍພອນທີ່ສຸພາບອ່ອນໂຍນ ແລະ ການເຮັດບຸນຕາມວັດວາອາຮາມ ເພື່ອສະເຫຼີມສະຫຼອງປີໃໝ່ຂອງຊາວຂະແມ.

ປະເທດ​ມຽນມາ​ ເອີ້ນວ່າ: ທິງຢັນ (Thingyan): ມີຮາກຖານມາຈາກຄວາມເຊື່ອທາງພຸດທະສາສະໜາ ໂດຍມີການສີດນ້ຳໃສ່ກັນເພື່ອຊຳລະບາບໃນປີທີ່ຜ່ານມາ.

ປະເທດ​ຟີລິບປີນ ເອີ້ນວ່າ: ບຸນວັດຕະ ວັດຕະ (Wattah Wattah): ຈັດຂຶ້ນທີ່ເມືອງຊານຮວນ ເພື່ອສະເຫຼີມສະຫຼອງວັນບຸນຂອງ ເຊນ ຈອນ ເດິ ແບັບຕິສ (St. John the Baptist) ໂດຍມີການຫຼິ້ນນ້ຳຕາມທ້ອງຖະໜົນຢ່າງຄຶກຄື້ນ.

ປະເທດຈີນ​ (ສິບສອງປັນນາ)​ ເອີ້ນວ່າ: ເທສະການຫົດນ້ຳຂອງຊາວໄຕ (Dai Water Splashing Festival): ເປັນປະເພນີເກົ່າແກ່ຂອງຊົນເຜົ່າໄຕ ທີ່ຈັດຂຶ້ນເພື່ອຄວາມມ່ວນຊື່ນ ແລະ ສ້າງຄວາມເປັນສິຣິມຸງຄຸນໃຫ້ແກ່ຊີວິດ.

ສະຫຼຸບ: ເຖິງວ່າຊື່ເອີ້ນ ແລະ ຮູບແບບການສະເຫຼີມສະຫຼອງຈະແຕກຕ່າງກັນໄປຕາມແຕ່ລະທ້ອງຖິ່ນ, ແຕ່ຈຸດປະສົງຫຼັກຂອງບຸນຫົດນ້ຳໃນອາຊີແມ່ນຄືກັນ ນັ້ນຄື “ການຊຳລະລ້າງຈິດໃຈ, ຄວາມສຸກ ແລະ ຄວາມສາມັກຄີຂອງຊຸມຊົນ”.

ຂໍ້ມູນຈາກ: Asian Vibes

​Lao Youth​ Radio​ FM​90​MHz

Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles