ເປັນຫຍັງ “ຄົນມີເຈົ້າຂອງ” ຈຶ່ງໜ້າດຶງດູດ? ເຈາະເລິກຈິດຕະວິທະຍາເບື້ອງຫຼັງການເປັນຊູ້

ໃນໂລກຂອງຄວາມສຳພັນ ມີປາກົດການໜຶ່ງທີ່ນັກວິທະຍາສາດເອີ້ນວ່າ “Mate Poaching” ຫຼື ການລ່າຄູ່ຄອງຂອງຜູ້ອື່ນ.

ເປັນຫຍັງບາງຄົນຈຶ່ງເລືອກທີ່ຈະຍ່າງເຂົ້າຫາຄວາມສຳພັນທີ່ຜິດຕໍ່ສິລະທຳ ແລະ ເຕັມໄປດ້ວຍຄວາມສ່ຽງ? ວິທະຍາສາດມີຄຳຕອບທີ່ໜ້າສົນໃຈດັ່ງນີ້:

1. ປາກົດການ “ການລອກຮຽນແບບການເລືອກຄູ່”

ຜົນວິໄຈທາງຈິດຕະວິທະຍາຊີ້ໃຫ້ເຫັນວ່າ ມະນຸດເຮົາມີແນວໂນ້ມທີ່ຈະເບິ່ງວ່າຄົນທີ່ມີແຟນແລ້ວມີ “ຄຸນສົມບັດທີ່ດີ” ຫຼາຍກວ່າຄົນໂສດ. ຍ້ອນວ່າການທີ່ເຂົາເຈົ້າມີຄູ່ຄອງຢູ່ແລ້ວ ເປັນ “ຫຼັກຖານ” ຢືນຢັນວ່າຄົນຜູ້ນີ້ມີສະເໜ່, ມີຄວາມຮັບຜິດຊອບ ແລະ ສາມາດເຂົ້າສັງຄົມໄດ້. ມັນຄືກັບການເລືອກຊື້ເຄື່ອງໃນຮ້ານທີ່ມີຄົນຕໍ່ຄິວຫຼາຍ ເພາະເຮົາເຊື່ອວ່າ “ມັນຕ້ອງດີແນ່ນອນ”.

2. ຄວາມຕື່ນເຕັ້ນຈາກ “ສານໂດປາມີນ”

ການແອບຄົບ ຫຼື ການເປັນຊູ້ ມັກຈະມາພ້ອມກັບຄວາມລັບ ແລະ ຄວາມສ່ຽງ. ໃນທາງຊີວະວິທະຍາ ສະຖານະການແບບນີ້ຈະກະຕຸ້ນໃຫ້ສະໝອງຫຼັ່ງສານ Dopamine (ສານແຫ່ງຄວາມສຸກ ແລະ ການໃຫ້ລາງວັນ) ອອກມາຫຼາຍກວ່າປົກກະຕິ. ຄວາມຮູ້ສຶກ “ຕື່ນເຕັ້ນ” ທີ່ໄດ້ເຮັດສິ່ງທີ່ຕ້ອງຫ້າມ ເຮັດໃຫ້ບາງຄົນເສບຕິດຄວາມຮູ້ສຶກນີ້ຈົນຍອມເບິ່ງຂ້າມຄວາມຖືກຕ້ອງ.

3. ທິດສະດີການຜູກພັນ

ນັກຈິດຕະວິທະຍາພົບວ່າ ຜູ້ທີ່ມັກເຂົ້າຫາຄົນມີເຈົ້າຂອງ ມັກຈະມີລັກສະນະການຜູກພັນແບບ Insecure Attachment (ໂດຍສະເພາະແບບຫຼີກລ່ຽງ ). ເຂົາເຈົ້າອາດຈະຢ້ານການຜູກພັນທີ່ແທ້ຈິງ. ດັ່ງນັ້ນ, ການເລືອກຮັກຄົນທີ່ມີເຈົ້າຂອງ (ເຊິ່ງບໍ່ສາມາດໃຫ້ຄວາມສຳພັນທີ່ສົມບູນໄດ້ 100%) ຈຶ່ງເປັນ “ເຂດປອດໄພ” ທີ່ເຮັດໃຫ້ເຂົາເຈົ້າບໍ່ຕ້ອງຜູກມັດຢ່າງເຕັມໂຕ.

4. ຄວາມຕ້ອງການເອົາຊະນະ

ບາງຄົນຍອມເປັນຊູ້ຍ້ອນຕ້ອງການ “ພິສູດຄຸນຄ່າຂອງຕົນເອງ”. ການທີ່ສາມາດເຮັດໃຫ້ຄົນທີ່ມີຄູ່ແລ້ວ ຫັນມາສົນໃຈ ຫຼື ເລືອກຕົນເອງໄດ້ ມັນສ້າງຄວາມຮູ້ສຶກວ່າ “ຂ້ອຍມີສະເໜ່ເໜືອກວ່າຕົວຈິງ” ເພື່ອຊົດເຊີຍຄວາມໝັ້ນໃຈທີ່ຂາດຫາຍໄປໃນສ່ວນເລິກຂອງຈິດໃຈ.

ຜົນກະທົບທີ່ວິທະຍາສາດເຕືອນ:

ຜົນວິໄຈຈາກ Journal of Research in Personality ລະບຸວ່າ ຄວາມສຳພັນທີ່ເລີ່ມຕົ້ນຈາກການ “ຍາດແຍ່ງ” ຫຼື ການເປັນຊູ້ ມັກຈະມີ ຄວາມພໍໃຈຕໍ່າ ແລະ ມີໂອກາດ ເລີກລາສູງ ໃນໄລຍະຍາວ ເພາະເປັນພື້ນຖານຂອງຄວາມສຳພັນຂາດ “ຄວາມເຊື່ອໃຈ” ຕັ້ງແຕ່ເລີ່ມຕົ້ນນັ້ນເອງ.

ເພຈ Lao Youth Radio ສົ່ງເສີມໃຫ້ທຸກຄູ່ຮັກ ຈົ່ງ ຮັກດຽວ ໃຈດຽວ ເພື່ອຮ່ວມສົ່ງເສີມ ສະຖາບັນຄອບຄົວ ໃຫ້ເຂັ້ມແຂງ.

ແຫຼ່ງທີ່ມາ: Psychology Today, Journal of Social and Personal Relationships, Scientific American

Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles