ແຂວງຕຳມ່ວນ ກຽມຈັດຂະບວນແຫ່ບຸນປີໃຫມ່ ຕາມແບບບູຮານລາວ ໃນວັນທີ 16 ເມສາ 2026 ນີ້ ເພື່ອສ້າງສີສັນ ໃຫ້ແກ່ນັກທ່ອງທ່ຽວໄດ້ຮ່ວມສະເຫລີມສະຫລອງບຸນປີໃໝ່ລາວໄປພ້ອມໆກັນ

ແຫລ່ງຂ່າວຈາກ ແຂວງຄຳມ່ວນ ໃຫ້ຮູ້ວ່າ: ບຸນສົ່ງທ້າຍປີເກົ່າ ພສ 2568 ແລະ ຕ້ອນຮັບປີໃໝ່ ພສ 2569 ປະເພນີລາວ ທີ່ເຄີຍຈັດຂຶ້ນໃນທຸກໆປີ ສືບທອດກັນມາຢ່າງຍາວນານ, ສຳລັບປີນີ້ ແມ່ນກົງກັບວັນທີ 14-16 ເມສາ 2026 ຊຶ່ງຢູ່ແຂວງຄໍາມ່ວນ ຈະມີຫລາຍກິດຈະກໍາເພື່ອສ້າງສີສັນ ໃຫ້ແກ່ນັກທ່ອງທ່ຽວ ກໍຄືພໍ່ແມ່ປະຊາຊົນລາວບັນດາເຜົ່າ ໄດ້ຮ່ວມສະເຫລີມສະຫລອງ ບຸນປີໃໝ່ລາວໄປພ້ອມໆກັນຢ່າງມີບັນຍາກາດຄຶກຄື້ນ ແລະ ເບີກບານມ່ວນຊື່ນ.

ທ່ານ ມະໂນທອງ ພົງສະຫວັດ ວ່າການຫົວໜ້າພະແນກວັດທະນະທຳ ແລະ ການທ່ອງທ່ຽວ ແຂວງຄຳມ່ວນ ໄດ້ແຈ້ງກ່ຽວກັບການກະກຽມກິດຈະກຳໃນບຸນປີໃໝ່ລາວ ພສ 2569 ໂດຍການຊຸກຍູ້ສົ່ງເສີມດ້ານການອະນຸລັກຮີດຄອງປະເພນີອັນດີງາມຂອງລາວເຮົາ ດ້ວຍການຫົດສົງພະພຸດທະຮູບ, ຜູ້ຊົງຄຸນວຸດທິ ແລະ ອວຍພອນເຊິ່ງກັນ ແລະ ກັນ ຕາມຮີດຄອງປະເພນີລາວ. ພິເສດໃນປີນີ້ ຍັງຈະມີກິດຈະກຳແຫ່ບຸນປີໃໝ່ ຕາມບູຮານລາວ ຊຶ່ງເປັນຂະບວນໃຫຍ່ໂດຍຈະຈັດຂຶ້ນໃນວັນທີ 16 ເມສາ 2026 ຄາດວ່າຈະມີມວນຊົນເຂົ້າຮ່ວມຫລາຍກວ່າ 1.000 ຄົນ ໂດຍຈະມີການເຕົ້າໂຮມຢູ່ທີ່ຈຸດວົງວຽນຫລັກ 2 ເລີ່ມແຫ່ຂະບວນແຕ່ເວລາ 15:00 ໂມງ ແຫ່ໄປຕາມຖະໜົນກຸວໍລະວົງຮອດຫໍຈາລຶກ 21 ມີນາ (ນໍ້າພຸ) ໄປຫາວັດນາໂບ ຊຶ່ງໃນຂະບວນດັ່ງກ່າວ ຈະປະກອບມີຂະບວນຍ່ອຍຄື: ຂະບວນກອງໂຊ, ຂະບວນພະພຸດທະຮູບ, ຂະບວນສົມມາ, ຂະບວນພາຂວັນ, ຂະບວນພະທາດຊາຍ, ຂະບວນທຸງ 12 ລາສີ, ຂະບວນນໍ້າດອກໄມ້, ຂະບວນຟ້ອນ, ຂະບວນຖອດດູກເຫລົ້າ ແລະ ເຄື່ອງສຽງ, ເຄື່ອງດົນຕີພື້ນເມືອງລາວ, ພາຍຫລັງທີ່ແຫ່ຂະບວນໄປຮອດວັດນາໂບແລ້ວ ກໍຈະມີພິທີຫົດສົງເສົາຫລັກເມືອງ, ຕົບພະຊາຍ, ຫົດສົງພະພຸດທະຮູບ ແລະ ພະສົງ, ພິທີບາສີສູ່ຂວັນ, ຄາລະວະ ແລະ ຮັບພອນປີໃໝ່ ຊຶ່ງຈະເປັນກິດຈະກຳທີ່ສ້າງສີສັນ ໃຫ້ແກ່ບຸນປີໃໝ່ລາວ ຢູ່ແຂວງຄຳມ່ວນ.

ນອກນັ້ນ, ຍັງມີການກຳນົດຈຸດເຕົ້າໂຮມ ໃນການສະເຫລີມສະຫລອງບຸນປີໃໝ່ລາວ ໂດຍເລີ່ມແຕ່ 4 ແຍກໄຟແດງພະແນກສຶກສາທິການ ແລະ ກິລາແຂວງ ຫາ ທະນາຄານສົ່ງເສີມກະສິກຳ ໃນຈຸດດັ່ງກ່າວຈະມີການບໍລິການເຄື່ອງດື່ມ, ດົນຕີ, ເວທີການສະແດງ, ຫລິ້ນນໍ້າ ແລະ ອື່ນໆ ໂດຍເລີ່ມເປີດໃຫ້ບໍລິການແຕ່ວັນທີ 14-16 ເມສາ 2026 ເພື່ອສ້າງຄວາມເບີກບານມ່ວນຊື່ນ ໃຫ້ແກ່ມວນຊົນ ແລະ ນັກທ່ອງທ່ຽວ.

ນອກນີ້, ບັນດາແຫລ່ງທ່ອງທ່ຽວຂອງແຕ່ລະເມືອງ ກໍໄດ້ມີການກະກຽມເຊັ່ນດຽວກັນ ເປັນຕົ້ນ ຖໍ້າກອງລໍ ເມືອງຄູນຄໍາ ກໍໄດ້ຈັດກິດຈະກຳທ່ອງທ່ຽວບຸນປີໃໝ່, ຕາດສຽງລື, ຖໍ້ານໍ້າຫລອດເຊບັ້ງໄຟ ເມືອງບົວລະພາ ກໍໄດ້ຈັດກິດຈະກຳເພື່ອດຶງດູດນັກທ່ອງທ່ຽວ ພ້ອມນັ້ນກໍຍັງຈັດໃຫ້ມີການເຂົ້າທ່ຽວຊົມ ແລະ ສຳຜັດກັບອຸທິຍານຫີນໜາມໜໍ່ ທີ່ໄດ້ຮັບຮອງເປັນມໍລະດົກໂລກທາງດ້ານທຳມະຊາດ ຮ່ວມຊາຍແດນ ກັບຟອງຫຍາແກບາງ ສສ ຫວຽດນາມ ແລະ ບັນດາເມືອງອື່ນໆ ກໍໄດ້ມີການກະກຽມຮອງຮັບໃຫ້ແກ່ນັກທ່ອງທ່ຽວເຊັ່ນດຽວກັນ.

ປະເທດລາວ

Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles