ເຊັນ (MOU) ເພື່ອສຶກສາຄວາມເປັນໄປໄດ້ໃນ ໂຄງການສ້າງພິພິທະພັນສັດນໍ້າ ແຫ່ງທຳອິດ ໃນ ສປປ ລາວ

ໃນວັນທີ 7 ເມສາ 2026 ໄດ້ມີພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ເພື່ອສຶກສາຄວາມເປັນໄປໄດ້ໃນ ໂຄງການສ້າງພິພິທະພັນສັດນໍ້າ ໃນ ສປປ ລາວຂື້ນ ທີ່ນະຄອນຫຼວງວຽງຈັນ. ເປັນໂຄງການຮ່ວມມືລະຫວ່າງ ກະຊວງກະສິກໍາ ແລະ ສິ່ງແວດລ້ອມ ແລະ ບໍລິສັດ ວິທະຍາສາດ ແລະ ເຕັກໂນໂລຊີ ກະສິກໍາ ຫົງຫຼົງ (ຫາງໂຈ) ຈໍາກັດ.

ການເຊັນບົດບັນທຶກຄວາມເຂົ້າໃຈ ເພື່ອສຶກສາຄວາມເປັນໄປໄດ້ໃນ ໂຄງການສ້າງພິພິທະພັນສັດນໍ້າ ໃນເນື້ອທີ່ປະມານ 38 ເຮັກຕາ ຕັ້ງຢູ່ສະຖານທີ່ສູນຄົ້ນຄ້ວາການປະມົງ (LARReC) ນະຄອນຫຼວງວຽງຈັນ, ມີແຜນຈະລົງທຶນປະມານ 10 ລ້ານໂດລາສະຫະລັດ, ພາຍຫຼັງໂຄງການສໍາເລັດ ຈະເປັນສະຖານທີ່ແຫຼ່ງທ່ອງທ່ຽວ, ທັດສະນະສຶກສາຂອງນ້ອງນັກຮຽນ, ເປັນສູນຄົ້ນຄ້ວາ, ຮຽນຮູ້, ອະນຸລັກສັດນໍ້າທີ່ໄກ້ຈະສູນພັນ ແລະ ຈະເປັນພິພິທະພັນສັດນໍ້າແຫ່ງທໍາອິດຂອງ ສປປ ລາວ. ໂຄງການດັ່ງກ່າວແມ່ນປະຕິບັດຕາມຂໍ້ລິເລີ້ມ ໜຶ່ງແລວທາງໜຶ່ງເສັ້ນທາງ ຂອງ ສປ ຈີນ ແລະ ຂອບການຮ່ວມມື ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ.

Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles